ສິດເກົ່າໂຮງຮຽນ ມສ ຫົງສາ ຮ່ວມສົມທົບທຶນສ້າງສະໂມສອນໃຫ້ໂຮງຮຽນ

102
????????????????????????????????????

ທ້າຍອາທິດຜ່ານມາ ບັນດາສິດເກົ່າໂຮງຮຽນ ມສ ຫົງສາ ເມືອງຫົງສາ ແຂວງໄຊຍະບູລີ ນຳໂດຍ ທ່ານ ປານີ ປ້ອງຄຳ ຫົວໜ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງຫົງສາ ໄດ້ມອບເງິນ ຈຳນວນ 12 ລ້ານກີບ ໃຫ້ໂຮງຮຽນ ມສ ຫົງສາ ເພື່ອຮ່ວມສົມທົບທຶນກໍ່ສ້າງສະໂມສອນ, ກ່າວຮັບໂດຍ ທ່ານ ສົມບູນ ແສງທອງຄຳ ອຳນວຍການໂຮງຮຽນ ມສ ຫົງສາ ແລະ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຄຳຫຼ້າ ຜິວວັນນາ ວ່າການເຈົ້າເມືອງຫົງສາ, ມີບັນດາແຂກຈາກຫ້ອງການອ້ອມຂ້າງເມືອງ, ຄູ – ອາຈານເຂົ້າຮ່ວມ.

ໃນພິທີຄັ້ງນີ້, ຜູ້ອຳນວຍການໂຮງຮຽນກໍໄດ້ຂຶ້ນກ່າວຕ້ອນຮັບ ແລະ ຜ່ານປະຫວັດການປະກອບສ່ວນສົມທົບທຶນຕ່າງໆ, ຜ່ານມາໄດ້ມີຫຼາຍຮຸ່ນທີ່ຈົບຈາກໂຮງຮຽນແຫ່ງນີ້ ມາປະກອບສ່ວນຮ່ວມສົມທົບທຶນ ທັງເປັນວັດຖຸ ແລະ ເງິນສົດ ລວມມູນຄ່າ 61 ລ້ານ ກວ່າກີບ.

ໃນໄລຍະຜ່ານມາ ໂຮງຮຽນແມ່ນໄດ້ຕັ້ງໜ້າສຸມໃສ່ເປົ້າໝາຍການພັດທະນາເປັນບຸລິມະສິດ ຄື: ປັບປຸງຄຸນນະພາບການຮຽນ – ການສອນ, ບູລະນະອາຄານຮຽນ, ສ້າງ ແລະ ຈັດສັນສະພາບແວດລ້ອມທີ່ດີໃຫ້ແກ່ໂຮງຮຽນ ໂດຍສະເພາະກໍແມ່ນການກໍ່ສ້າງສະໂມສອນ ເຊິ່ງໄດ້ລົງມືກໍ່ສ້າງ ແລະ ສຳເລັດໄປເປັນສ່ວນຫຼາຍ ມາຮອດປັດຈຸບັນສຳເລັດແລ້ວ ຄິດໄລ່ເປັນເງິນ 232 ລ້ານກີບ ( ສະເພາະມູນຄ່າຫຼັງຄາ ຕາມການປະເມີນເບື້ອງຕົ້ນ 523 ລ້ານກວ່າກີບ ) ແລະ ໄດ້ຊຳລະໄປແລ້ວ 140 ລ້ານກີບ.

ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທາງໂຮງຮຽນ ມສ ຫົງສາ ກໍໄດ້ມອບໃບຍ້ອງຍໍ ແລະ ໃບສົມມະນາບຸນຄຸນໃຫ້ຜູ້ທີ່ໄດ້ປະກອບສ່ວນຊ່ວຍເຫຼືອ ແລະ ບັນດາສິດເກົ່າກໍໄດ້ຖືໂອກາດນີ້ ມອບຂອງຂວັນໃຫ້ບັນດາອາຈານເກົ່າທີ່ໄດ້ສິດສອນຖ່າຍທອດຄວາມຮູ້ ແລະ ເປັນການລະນຶກເຖິງຄຸນງາມຄວາມດີຂອງຄູ – ອາຈານທີ່ເຄີຍໄດ້ສິດສອນໃນໄລຍະຜ່ານມາ.

ໃນໂອກາດນີ້, ທ່ານ ຄຳຫຼ້າ ຜິວວັນນາ ວ່າການເຈົ້າເມືອງຫົງສາ ຕາງໜ້າໃຫ້ໂຮງຮຽນສະແດງຄວາມຂອບໃຈຕໍ່ສິດເກົ່າ ທີ່ເຫັນໄດ້ເຖິງຄວາມສໍາຄັນໃນວຽກງານການສຶກສາ ໂດຍສະເພາະແມ່ນການພັດທະນາພື້ນຖານໂຄງລ່າງຂອງໂຮງຮຽນ ພ້ອມກັນລະດົມທຶນຮອນມາຮ່ວມສົມທົບທຶນ ເພື່ອກໍ່ສ້າງສະໂມສອນແຫ່ງນີ້ ເຊິ່ງໄດ້ສະແດງເຖິງຄວາມຮູ້ບຸນຄຸນ ແລະ ຄວາມສາມັກຄີຮັກແພງຕໍ່ຄູ – ອາຈານ ທັງເປັນແບບຢ່າງທີ່ດີໃຫ້ແກ່ນ້ອງນັກຮຽນໄດ້ສືບທອດຕໍ່ໄປ.

[ ຮູບ – ຂ່າວ: ກິດຕິສັກ ບົວໄລ ]