ເມືອງຊະນະສົມບູນ ເລັ່ງສ້ອມແປງເສັ້ນທາງຈຸດເປ່ເພ – ເສຍຫາຍ

89

ຫ້ອງການໂຍທາທິການ ແລະ ຂົນສົ່ງ ເມືອງຊະນະສົມບູນ ແຂວງຈໍາປາສັກ ກໍາລັງເລັ່ງສ້ອມແປງເສັ້ນທາງໃຫ້ຄືນສູ່ສະພາບປົກກະຕິໂດຍໄວ ຫຼັງຈາກທີ່ໄດ້ຮັບຜົນກະທົບຈາກໄພພິບັດນໍ້າຖ້ວມ ເມື່ອຕົ້ນເດືອນກັນຍາທີ່ຜ່ານມາ ຄາດວ່າຈະໃຫ້ສໍາເລັດພາຍໃນ 2 ອາທິດຕໍ່ໜ້ານີ້ ໂດຍແມ່ນ ບໍລິສັດ ປັນຍາທິລາດ ເປັນຜູ້ຮັບເໝົາ.

ທ່ານ ຢາຊູກິ ບູນທະວີສານ ວິຊາການຕິດຕາມພາກສະໜາມ ໂຄງການບູລະນະຮັກສາທາງຫຼວງແຫ່ງຊາດທີ 20 ເປີດເຜີຍໃນວັນທີ 4 ຕຸລາ 2019 ວ່າ: ເສັ້ນທາງຫຼວງເຂດ ເມືອງຊະນະສົມບູນ ທີ່ໄດ້ຮັບຄວາມເສຍຫາຍໜັກກວ່າໝູ່ແມ່ນຈຸດບ້ານສີວິໄລ ເຊິ່ງມີ ຄວາມຍາວກວ່າ 200 ແມັດ ປັດຈຸບັນຜູ້ຮັບເໝົາໂຄງການໄດ້ເລັ່ງສ້ອມແປງເສັ້ນທາງດັ່ງກ່າວ ເພື່ອໃຫ້ມີການສັນຈອນໄປ – ມາສະດວກສະບາຍຂຶ້ນ ເຊິ່ງຕອນນີ້ຢູ່ໃນຂັ້ນຕອນໂລໜ້າດິນຂຶ້ນມາເປັນຊັ້ນໆ ເພື່ອໃຫ້ຢູ່ໃນລະດັບໜ້າທາງໃນສະພາບປົກກະຕິ ໂດຍລົງມືມາໄດ້ 3 – 4 ມື້ ຄາດວ່າຈະໃຫ້ສໍາເລັດໃນ 2 ອາທິດ.

ທ່ານ ຢາຊູກິ ບູນທະວີສານ ໄດ້ຮຽກຮ້ອງມາຍັງຜູ້ໃຊ້ລົດໃຊ້ຖະໜົນ ເດີນທາງຜ່ານເສັ້ນທາງດັ່ງກ່າວໃຫ້ມີສະຕິລະມັດລະວັງ ໃຫ້ຫຼຸດຜ່ອນ ຄວາມໄວໃນໄລຍະທີ່ມີການສ້ອມແປງນີ້ ເພື່ອຫຼຸດຜ່ອນການເກີດອຸບັດເຫດທີ່ອາດເກີດຂຶ້ນ