ພະນັກງານການນຳຫຼາຍທ່ານ ຢູ່ກະຊວງ ອຄ ໄດ້ຮັບໜ້າທີ່ໃໝ່

329

ພິທີມອບ-ຮັບໜ້າທີລະຫວ່າງຫົວໜ້າກົມ, ວ່າການແທນຫົວໜ້າກົມແຜນການ ແລະ ການຮ່ວມມື ແລະ ຫົວໜ້າສະຖາບັນຄົ້ນຄວ້າອຸດສາຫະກຳ ແລະ ການຄ້າລະຫວ່າງຜູ້ເກົ່າ ແລະ ໃໝ່ໄດ້ຈັດຂຶ້ນໃນວັນທີ 8 ຕຸລາ 2019 ທີ່ກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຄ ພ້ອມດ້ວຍບັນດາຫົວໜ້າກົມ ພ້ອມດ້ວຍອ້າຍນ້ອງພະນັກງານໃນກະຊວງເຂົ້າຮ່ວມ.

ເຊິ່ງພິທີໄດ້ແຕ່ງຕັ້ງທ່ານ ວາລະໄຊ ເລັ່ງສະຫວັດ ເປັນຫົວໜ້າກົມການຄ້າພາຍໃນ, ແຕ່ງຕັ້ງ ທ່ານ ບົວວັນ ວິລະວົງ ເປັນຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ, ແຕ່ງຕັ້ງທ່ານ ພູວຽງ ວົງສາ ຮອງຫົວໜ້າກົມແຜນການ ແລະ ຮ່ວມມືເປັນວ່າການແທນຫົວໜ້າກົມແຜນການ ແລະ ຮ່ວມມື, ແຕ່ງຕັ້ງທ່ານ ດາລາ ອິນດາວົງ ຫົວໜ້າພະແນກຂໍ້ມູນຂ່າວສານ ຂຶ້ນເປັນຮອງຫົວໜ້າກົມສົ່ງເສີມການຄ້າ, ແຕ່ງຕັ້ງທ່ານ ມົວວີໄຊ ປາລີ ຫົວໜ້າພະແນກສັງລວມ ຂຶ້ນເປັນຮອງຫົວໜ້າກົມນໍາເຂົ້າ ແລະ ສົ່ງອອກ, ແຕ່ງຕັ້ງທ່ານ ຄຳນ້ອຍ ຈັນເພັງໄຊ ຫົວໜ້າພະແນກຫັດຖະກຳ ຂຶ້ນເປັນຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ,ພ້ອມນັ້ນ ຍັງໄດ້ໂຍກຍ້າຍທ່ານ ລາວຮົວ ເຈີຈິງ ຫົວໜ້າສະຖາບັນຄົ້ນຄວ້າອຸດສາຫະກຳ ແລະ ການຄ້າ ໄປຮັບໜ້າທີ່ສະພາທິດສະດີ ສູນກາງພັກ, ສັບຊ້ອນ ທ່ານ ສີລິສຳພັນ ວໍຣະຈິດ ຫົວໜ້າກົມແຜນການ ແລະ ການຮ່ວມມື ເປັນວ່າການແທນ ຫົວໜ້າສະຖາບັນຄົ້ນຄວ້າອຸດສາຫະກຳ ແລະ ການຄ້າ.

ໂອກາດດັ່ງກ່າວ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຄ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານການຈັດຕັ້ງປະຕິບັດໜ້າທີຂອງທ່ານທີ່ຖຶກແຕ່ງຕັ້ງ ແລະ ຍົກຍ້າຍໃນຄັ້ງນີ້ ພ້ອມທັງຮຽກຮ້ອງໃຫ້ບັນດາພາກສ່ວນເຕົ້າໂຮມຄວາມສາມັກຄີ ພ້ອມກັນຈັດຕັ້ງປະຕິບັດໜ້າທີ່ວຽກງານ ເພື່ອໃຫ້ກະຊວງ ອຄ ມີບາດກ້າວຂະຫຍາຍຢ່າງຕໍ່ເນື່ອງ.

ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ກ່າວວ່າ: ວຽກງານປັບປຸງຊັບຊ້ອນໜ້າທີ່ຕໍາແໜ່ງ ເປັນວຽກງານໜື່ງທີ່ມີຄວາມສຳຄັນທີ່ສຸດ ເພື່ອສ້າງບຸກຄະລາກອນຜູ້ສືບທອດ ເພື່ອປະຕິບັດວຽກງານທາງດ້ານອຸດສາຫະກຳ-ການຄ້າໃຫ້ເກິດດອກອອກຜົນ. ສະນັ້ນ ຫວັງວ່າບັນດາທ່ານຈະສືບຕໍ່ປະຕິບັດວຽກງານຢ່າງຕັ້ງໜ້າ ໃນການຄົ້ນຄວ້າ ເພື່ອເຮັດແນວໃດໃຫ້ວຽກງານຄົ້ນຄວ້າເປັນຈຸດໜື່ງໃນການກຳນົດນະໂຍບາຍ ພ້ອມທັງເປັນການປັບປຸງພາລະບົດບາດຂອງກະຊວງ ອຄ; ສືບຕໍ່ສ້າງຄວາມສາມັກຄີ ແລະ ຊີ້ນຳ-ນໍາພາ ເຮັດແນວໃດໃຫ້ລ້ອນໜ້າທີ່ ແລະ ປະສົບຜົນສຳເລັດຕາມທີ່ມອບໝາຍ.