ຄວາມໝາຍຂອງສີທຸງປະຈໍາຊາດໃນ 10 ປະເທດອາຊຽນ ທີ່ເຮົາຄວນຮູ້

885

ມື້ນີ້ຂໍນໍາເອົາຄວາມຮູ້ກ່ຽວກັບ 10 ປະເທດອາຊຽນມາຝາກທ່ານຜູ້ອ່ານ ອັນສຳຄັນແມ່ນກ່ຽວກັບຄວາມໝາຍຂອງສີທຸງຊາດໃນແຕ່ລະປະເທດ.

1 ທຸງຊາດລາວ Lao People’s Democratic Republic (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ) ລັກສະນະຜືນທຸງແບ່ງຕາມແນວຍາວອອກເປັນ 3 ສ່ວນໂດຍແຖບເຄິ່ງກາງເປັນສີຟ້າກວ້າງ 2 ສ່ວນມີພະຈັນວົງມົນສີຂາວຢູ່ເຄິ່ງກາງລັກສະນະແຖບຂ້າງນອກ ທັງ 2 ຂ້າງເປັນສີແດງ ແລະ ກວ້າງເທົ່າດ້ານລະເຄິ່ງໜຶ່ງຂອງສີຟ້າ!
ສີແດງໝາຍເຖິງເລືອດເນື້ອຂອງນັກຮົບປະຕິວັດລາວ, ສີຟ້າໝາຍເຖິງຄວາມອຸດົມສົມບູນທາງດ້ານຊັບພະຍາກອນທຳມະຊາດ ແລະ ພະຈັນສີຂາວໝາຍເຖິງຄວາມເປັນເອກະພາບຂອງລາວ

2 ທຸງຊາດໄທ Kingdom of Thailand (ລາຊະອານາຈັກໄທ) ປະກອບດ້ວຍ 3 ສີຫລັກໄດ້ແກ່ສີແດງ ສີຂາວແລະສີຟ້າແບ່ງເປັນ 5 ແຖບເຊິ່ງແຖບເຄິ່ງການເປັນສີຟ້າສອງແຖບເທິງ ແລະ ລຸ່ມເປັນສີຂາວແລະສີແດງ ແຖບສີຟ້າໃຫຍ່ກວ່າແຖບສີອື່ນ 2 ເທົ່າ. ສີແດງໝາຍເຖິງຊາດ, ສີຂາວໝາຍເຖິງສາສະໜາ ແລະ ສີຟ້າໝາຍເຖິງພະມະຫາກະສັດ.

3 ທຸງຊາດຫວຽດນາມ Socialist Republic of Vietnam (ສາທາລະນະລັດສັງຄົມນິຍົມຫວຽດນາມ). ພື້ນທຸງເປັນສີແດງລ້ວນເຄິ່ງກາງທຸງມີຮູບດາວ 5 ແຈເປັນສີເຫຼືອງຄຳເປັນທີ່ເຂົ້າໃຈກັນທົ່ວໄປວ່າໝາຍເຖິງຊົນຊັ້ນຕ່າງໆໃນສັງຄົມຫວຽດນາມຄື:ນັກປາດ, ຊາວນາຊ່າງສີມື,ພໍ່ຄ້າ ແລະທະຫານ.

ສີແດງໝາຍເຖິງການຕໍ່ສູ້ເພື່ອກູ້ເອກະລາດຂອງຊາວຫວຽດນາມ, ສີເຫຼືອງໝາຍເຖິງຊາວຫວຽດນາມ; ພາຍຫລັັງລວມຊາດຫວຽດນາມໃນປີພ.ສ. 2519 ຄວາມໝາຍຂອງທຸງໄດ້ມີການອະທິບາຍໃໝ່ໃນທາງການເມືອງວ່າ ສີແດງໝາຍເຖິງການປະຕິວັດໂດຍຊົນຊັ້ນກຳມະຊີບ ແລະ ດາວສີເຫຼືອງໝາຍເຖິງການຊີ້ນຳຂອງພັກຄອມມຸຍນິດຫວຽດນາມ.

4 ທຸງຊາດກໍາປູເຈຍ Kingdom of Cambodia (ລາຊະອານາຈັກກຳປູເຈຍ)
ລັກສະນະສີທຸງແບ່ງຕາມແນວຍາວເປັນ 3 ສ່ວນໂດຍສ່ວນກາງເປັນສີແດງກວ້າງເທົ່າກັບ 2 ສ່ວນຂອງສີຟ້າມີຮູບປະສາດຫີນນະຄອນວັດສາມຍອດສີຂາວ ຢູ່ບໍລິເວນເຄິ່ງກາງຂອງທຸງສ່ວນດ້ານນອກທັງສອງດ້ານມີສີຟ້າແລະກວ້າງເບື້ອງລະໜຶ່ງສ່ວນເທົ່າກັນໂດຍສີຕ່າງໆ ແລະ ສັນຍາລັກຕ່າງໆຂອງທຸງມີຄວາມ ໝາຍດັ່ງນີ້ ສີຟ້າໝາຍເຖິງກະສັດ, ສີແດງໝາຍເຖິງຊາດ ແລະ ສ່ວນນະຄອນວັດສີຂາວນັ້ນໝາຍເຖິງສັນຕິພາບ.

5 ທຸງຊາດມຽນມ່າ Republic of the Union of Myanmar (ສາທາລະນະລັດແຫ່ງສະຫະພາບມຽນມ່າ) ທຸງແບ່ງຕາມລວງຍາວອອກເປັນ 3 ສ່ວນແລະມີຄວາມກວ້າງເທົ່າກັນໂດຍແຕ່ລະສ່ວນມີສີທີແຕກຕ່າງກັນໄລ່ຈາກເທິງລົງລຸ່ມຄືສີເຫຼືອງ ສີຂາວ ແລະສີ ແດງ ເຄິ່ງກາງທຸງມີຮູບດາວ 5 ແຈສີຂາວຂະໜາດໃຫຍ່
ສີຂຽວໝາຍເຖິງສັນຕິພາບ ຄວາມສະຫງົບແລະຄວາມອຸດົມສົມບູນຂອງມຽນມ່າ, ສີເຫຼືອງໝາຍເຖິງຄວາມສາມັກຄີ, ສີແດງໝາຍເຖິງຄວາມກ້າຫານ ຄວາມເຂັ້ມແຂງເດັດຂາດ ແລະ ດາວສີຂາວໝາຍເຖິງສະຫະພາບອັນໝັ້ນຄົງເປັນເອກະພາບ

6 ທຸງຊາດມາເລເຊຍ Malaysia (ມາເລເຊຍ) ມີແຖບສີແດງສະລັບສີຂາວລວມ 14 ແຖບແຕ່ລະແຖບມີຄວາມກວ້າງເທົ່າກັນທີ່ມຸມດ້ານຄັນທຸງມີຮູບສີ່ແຈສາກສີຟ້າກວ້າງ 8 ໃນ 14 ສ່ວນຂອງຜືນທຸງ ແລະຍາວເຄິ່ງໜຶ່ງຂອງຜືນທຸງພາຍໃນຮູບສີ່ແຈສາກມີເຄື່ອງໝາຍພະຈັນສ້ຽວແລະດາວ 14 ແຈ ແຖບສີແດງແລະສີຂາວທັງ 14 ແຖບໝາຍເຖິງສະຖານະອັນສະເໝີພາກຂອງລັດສະມາຊິກທັງ 13 ລັດພາຍໃນປະເທດມາເລເຊຍ, ດາວ 14 ແຈ ໝາຍເຖິງຄວາມເປັນເອກະພາບໃນໝູ່ລັດດັ່ງກ່າວທັງໝົດ, ພະຈັນສ້ຽວໝາຍເຖິງສາສະໜາອິດສ໌ລາມອັນເປັນສາສະໜາປະຈຳຊາດ, ສີເຫຼືອງຂອງພະຈັນແລະດາວ 14 ແຈສື່ເຖິງຜູ້ເປັນປະມຸກແຫ່ງສະຫະພັນລັດ ແລະ ສີຟ້າໝາຍເຖິງຄວາມສາມັກຄີຂອງຊາວມາເລເຊຍ

7 ທຸງຊາດສິງກະໂປ Republic of Singapore (ສາທາລະນະລັດສິງກະໂປ) ປະກອບດ້ວຍແຖບສອງສີແບ່ງເຄິ່ງກາງທຸງແຖບສີແດງຢູ່ເທິງແລະສີຂາວຢູ່ລຸ່ມທີ່ມຸມດ້ານ ຂອງຄັນທຸງເປັນຮູບພະຈັນສ້ຽວຖັດຈາກຮູບດັ່ງກ່າວມີດາວ 5 ແຈຈຳນວນ 5 ດວງຮຽງກັນເປັນຮູບຫ້າຫຼ່ຽມໂດຍຮູບພະຈັນ ແລະ ດາວຕ່າງກໍມີສີຂາວ
ສີແດງໝາຍເຖິງຄວາມສະເໝີພາກຂອງມະນຸດໂດຍທົ່ວໜ້າ, ສີຂາວໝາຍເຖິງຄວາມບໍລິສຸດແລະຄວາມດີງາມທີ່ແພ່ຫຼາຍແລະຄົງຢູ່ຕະຫຼອດການ, ຮູບພະຈັນເຊິ່ງເປັນພະຈັນ,ສ້ຽວຂ້າງຂຶ້ນໝາຍເຖິງຄວາມເປັນຊາດໃຫມ່ທີ່ຖືກຳເນີດຂຶ້ນ, ດາວ 5 ດວງໝາຍເຖິງອຸດົມຄະຕິ 5 ປະການຂອງຊາດໄດ້ແກ່ປະຊາທິປະໄຕ ສັນຕິພາບ ຄວາມກ້າວໜ້າ ຄວາມຍຸດຕິທຳ ແລະຄວາມສະເໝີພາກ.

8 ທຸງຊາດປະເທດບູໄນ Brunei Darussalam (ບຣູໄນ ດາຣູຊາຮາມ) ຫຼັກສະນະຂອງທຸງຊາດມີພື້ນສີເຫຼືອງໂດຍມີແຖບສີຂາວແລະສີດຳພາດຕາມແນວສະແຄງມູມຈາກດ້ານຄັນທຸງຈົນປາຍທຸງເຊິ່ງແຖບສີຂາວຢູ່ດ້ານເທິງ ແຖບສີດຳຢູ່ດ້ານລຸ່ມຂະນະທີ່ກາງທຸງນັ້ນມີກາແຜ່ນດິນຂອງບຣູໄນປະທັບຢູ່ເຊິ່ງສີຕ່າງໆມີຄວາມໝາຍດັ່ງນີ້:
ສີເຫຼືອງໝາຍເຖິງກະສັດ, ສີຂາວແລະສີດຳໝາຍເຖິງມຸກຂະມົນຕຣີ, ສາເຫດທີ່ທຸງຊາດບຣູໄນໃສ່ສີເຫຼືອງສື່ເຖິງກະສັດນັ້ນເນື່ອງຈາກທຸງປະຈຳພະອົງບຣູໄນໃຊ້ພື້ນສີເຫຼືອງ

9 ທຸງຊາດຟີລິບປິນ Republic of the Philippines (ສາທາລະນະລັດຟີລິບປິນ) ດ້ານຕົ້ນທຸງເປັນຮູບສາມຫລ່ຽມສີຂາວເປັນເຄື່ອງໝາຍແທນຄວາມສະເໝີພາກເຊິ່ງພາຍໃນສາມຫຼ່ຽມສີຂາວປະກອບດ້ວຍດວງອາທິດລັດສະໝີ 8 ແຈອ້ອມ ດ້ວຍດາວ 5 ແຈຈຳນວນ 3 ດວງແລະ ຕັ້ງຢູ່ຕາມມຸມຂອງຮູບສາມຫຼ່ຽມ

ສີທອງສ່ວນດ້ານທີ່ເຫຼືອຂອງທຸງແບ່ງເຄິ່ງຕາມລວງຍາວ ແຖບເທິງເປັນສີຟ້າແລະແຖບລຸ່ມເປັນສີແດງ. ຖ້າຫາກວ່າທັງສອງສີດັ່ງກ່າວຫາກມີການສະລັບກັນຄືແດງຢູ່ເທິງ ແລະຟ້າຢູ່ລຸ່ມສະແດງວ່າຂະນະນັ້ນປະເທດກຳລັງ ຢູ່ໃນພາວະສົງຄາມສ່ວນສີຟ້າໝາຍເຖິງສັນຕິພາບສັດຈະແລະຄວາມຍຸດຕິທຳ, ສີແດງໝາຍເຖິງຄວາມຮັກຊາດແລະຄວາມມີຄຸນຄ່າ, ດວງອາທິດມີລັດສະໝີ 8 ແຈໝາຍເຖິງ 8 ແຂວງທຳອິດຂອງປະເທດທີ່ມີຄວາມພະຍາຍາມໃນການຮຽກຮ້ອງເອກະລາດຈາກປະເທດສະເປນຈົນເກີດການ ປະຕິວັດໃນປີ ພ.ສ. 2439. ດາວສາມດວງໝາຍເຖິງການແບ່ງພື້ນທີ່ທາງພູມສາດຂອງປະເທດອອກເປັນ 3 ສ່ວນໃຫຍ່ໆ ໄດ້ແກ່ເກາະລູຊອນ ເກາະມິນດາເນົາ ແລະໝູ່ເກາະວິສາຍັນ.

10 ທຸງຊາດອິນໂດເນເຊຍ Republic of Indonesia (ສາທາລະນະລັດ ອິນໂດເນເຊຍ) ພື້ນທຸງແບ່ງເປັນສອງສ່ວນຕາມແນວນອນ ສີແດງຫມາຍເຖິງຄວາມກ້າຫານແລະອິດສະຫຼະພາບ, ສີຂາວໝາຍເຖິງຄວາມບໍລິສຸດຍຸດຕິທຳ.