ນະໂຍບາຍ ອາເມຣິກາ ດຶງຍອດຂາຍລົດທົ່ວໂລກລົງ 7 ຮ້ອຍຕື້ເອີໂຣ

65
An employee secures a part to the engine of a Vauxhall Vivaro medium sized van on the final assembly line at the Vauxhall plant in Luton, U.K., on Tuesday, April 17, 2018. PSA Group Chief Executive Officer Carlos Tavares played down concerns about Brexit as he unveiled a plan by the French carmaker to invest in the factory near London in a bid to revive the Vauxhall brand it acquired last year. Photographer: Chris Ratcliffe/Bloomberg

ສູນວິໄຈ ເຢຍລະມັນ ຄາດຄະເນວ່າ: ນະໂຍບາຍການຄ້າອາເມຣິກາ ຈະດຶງຍອດຂາຍລົດໃນຕະຫຼາດໂລກຕົກຮວບ 7 ຮ້ອຍຕື້ເອີໂຣ.

ສູນວິໄຈລົດແຫ່ງມະຫາວິທະຍາໄລດິດບວກ – ເອັດເຊິນ ຂອງເຢຍລະມັນ ຄາດຄະເນວ່າ: ອຸດສາຫະກໍາລົດທົ່ວໂລກ ອາດຈະສູນເສຍຍອດຂາຍເປັນຈໍານວນເງິນສູງເຖິງ 7 ຮ້ອຍຕື້ເອີໂຣ ຫຼື ປະມານ 7,65 ຮ້ອຍຕື້ໂດລາ ໃນໄລຍະ 7 ປີຕໍ່ໜ້າ ເນື່ອງຈາກບັນຫາການຄ້າ ເຊິ່ງມີຈຸດເລີ່ມຕົ້ນມາຈາກ ອາເມຣິກາ.

ໃນໄລຍະປີ 2018 – 2024 ນະໂຍບາຍການຄ້າຂອງ ອາເມຣິກາ ອາດຈະສົ່ງຜົນໃຫ້ຍອດຂາຍລົດໃນຕະຫຼາດໂລກຕົກລົງຢ່າງໜັກ ກວ່າ 35 ລ້ານຄັນ ຄິດເປັນມູນຄ່າ 7 ຮ້ອຍຕື້ເອີໂຣ.

ທ່ານ ເຟີດິນານ ດູເດນໂຮເຟບ ຜູ້ອໍານວຍການສູນວິໄຈດັ່ງກ່າວ ລະບຸວ່າ: ບັນຫາການຄ້າລະຫວ່າງ ຈີນ ແລະ ອາເມຣິກາ ເປັນໜຶ່ງໃນສາເຫດສໍາຄັນທີ່ເຮັດໃຫ້ຍອດຂາຍໃນອຸດສາຫະກໍາລົດທົ່ວໂລກຫຼຸດລົງ.

ສະມາຄົມຜູ້ຜະລິດລົດເອີຣົບ ຫຼື ເອຊີອີເອ ໃຫ້ຮູ້ວ່າ: ຍອດຂາຍລົດໃນສະຫະພາບເອີຣົບ ຫຼື ອີຢູ ໃນເດືອນສິງຫາທີ່ຜ່ານມາຫຼຸດລົງ 8,4% ເມື່ອປຽບທຽບປີຕໍ່ປີຈຸລະດັບ 1,04 ລ້ານຄັນ.