ທົດລອງ 5G ເຕັກໂນໂລຊີໃໝ່ ພຽງປາຍນີ້ວສຳຜັດສັ່ງການໄດ້ທຸກຢ່າງຜ່ານມືຖື

232

5G ການສື່ສານໃນຍຸກທີ 5 (Fifth Generation) ຖືກພັດທະນາຂື້ນໃຫ້ມີປະສິດທິພາບສູງກວ່າ ເພື່ອ ສາມາດຕອບສະໜອງຄວາມຕ້ອງການຂອງຜູ້ຊົມໃຊ້ທີ່ງ່າຍສະດວກວ່ອງໄວທັນການ ຄວາມໄວອິນເຕີເນັດສູງກວ່າ 4G ທີ່ພວກເຮົາໃຊ້ກັນໃນປັດຈຸບັນເຖິງ 20 ເທົ່າ.

 width=

ຄຸນສົມບັດພິເສດຫຼັກໆຂອງເຕັກໂນໂລຊີ 5G ທີ່ວ່ານີ້ມີຄື: ຄວາມໄວໃນການຮັບ-ສົ່ງຂໍ້ມູນທີ່ໄວກວ່າ 4G ເຖີງ 20 ເທົ່າ ຕົວຢ່າງ: ເມື່ອໂຫຼດຫນັງທີ່ມີຄວາມຍາວ2 ຊົ່ວໂມງ 4G ຈະໃຊ້ເວລາປະມານ 6-7 ນາທີ ໃນຄະນະທີ່ 5G ຈະໃຊ້ເວລາພຽງ 3-4 ວິນາທີ, ການເບິ່ງຫນັງທີ່ ມີຄວາມລະອຽດສູງລະດັບ HD 4K ຈະບໍ່ເປັນອຸປະສັກອີກຕໍ່ໄປ, ສາມາດປົດລ໋ອກຄຸນສົມບັດສູງສຸດຂອງ AR (Augmented Reality) ແລະ VR ( Virtual Reality) ກັບປະສົບການທີ່ສົມຈິງທີ່ເກີດຈາກການໃຊ້ຂໍ້ ມູນຈໍານວນຫຼາຍໃນການປະມວນຜົນ ເຊິ່ງ 5G ຈະຕອບໂຈດການສື່ສານຜ່ານ AR ແລະ VR ໄດ້ຢ່າງສົມບູນແບບ.

ສາມາດຮອງຮັບການເຊື່ອມຕໍ່ກໍ່ຄືຮອງຮັບອຸປະກອນໄດ້ຫຼາຍກວ່າ 4G 10 ເທົ່າ ຫຼື ເທົ່າກັບ 1.000.000 ອຸປະກອນ/sq.km ດ້ວຍລະບົບ 5G ຈະເປິດໂລກ lOT (Internet of Things) ໄດ້ຢ່າງແທ້ຈິງ ແລະ ຈະເປັນພື້ນຖານເພື່ອຮອງຮັບການພັດທະນາເຕັກໂນໂລຊີ Smart Homo, Smart City, Smart Transportation Smart lite, Smart health ເອີ້ນວ່າທຸກໆຢ່າງສາມາດສັ່ງການຜ່ານມືຖື ເປັນຕົ້ນການບໍລິຫານຈັດການເຄື່ອງໃຊ້ອຸປະກອນພາຍໃນເຮືອນທີ່ເຊື່ອມຕໍ່ກັບໂທລະສັບມືຖື ຖ້າເຈົ້າຂອງໄປເຮັດທຸລະຢູ່ບ່ອນອື່ນ ຂໍພຽງມີມືຖື ແລະອິນເຕີເນັດເຮົາຈະສາມາດຄວບຄຸມເຄື່ອງມືເໝົ່ານັ້ນໄດ້.

ເວລາໃນການຕອບສະຫນອງຂອງ 5G ຈະສັ້ນລົງເຖິງ 1 ມິນລີວິນາທີ (1 ms) ດ້ວຍຄຸນສົມບັດພິເສດດັ່ງກ່າວ 5G ຈະສາມາດຕອບໂຈດ ໃນສ່ວນຂອງກຸ່ມຄົນທີ່ມັກຫຼິ້ນເກມເຊິ່ງຕ້ອງການຄວາມໄວໃນການຕອບໂຕ້ສູງ ຫຼື ເວົ້າອີກ ຢ່າງຄືຖ້າ Latency ຍິ່ງຕໍ່າແມ່ນສິ່ງດີ, ຕອບໂຈດການຂັບຂີ່ແບບບໍ່ມີຄົນຂັບທີ່ມີຄວາມປອດໄພສູງ ແລະ ນໍາໃຊ້ ໃນທາງການແພດເຊັ່ນ: ການຜ່າຕັດທາງໄກ ແລະ ອື່ນໆໄດ້ອີກ.

ເຊິ່ງການເປີດທົດລອງນໍາໃຊ້ໃນຄັ້ງນີ້ຖືເປັນຂີດຫມາຍອັນສໍາຄັນຂອງວຽກງານການສື່ສານ ໂທລະຄົມມະນາຄົມ ຂອງ ລາວ ເວົ້າລວມ, ເວົ້າສະເພາະກໍຄື ລາວ ໂທລະຄົມ ແລະ ຜູ້ຊົມໃຊ້ໃນລາວ ຈະໄດ້ສໍາຜັດປະສົບການໃຫມ່ທາງດ້ານການສື່ສານລະດັບໂລກ ແລະ ເຊື່ອຫມັ້ນວ່າໃນອະນາຄົດອັນໃກ້ໆນີ້ ລາວ ໂທລະຄົມຈະໃຫ້ໄດ້ເປີດໃຫ້ບໍລິການລະບົບ 5G ຢ່າງເຕັມຮູບແບບຢ່າງແນ່ນອນ.

 width=

ການເປີດທົດລອງນໍາໃຊ້ 5G ໃນມື້ນີ້ ຖືໄດ້ວ່າເປັນ ອີກບາດກ້າວຫນຶ່ງໃນຄວາມພະຍາຍາມຂອງ ລາວ ໂທລະຄົມໃນການນໍາເອົາ ເຕັກນິກວິທະຍາສາດ ເຕັກໂນໂລຊີໃຫມ່ທີ່ກ້າວຫນ້າ , ແລະ ທັນສະໄຫມໄດ້ມາດຕະ ຖານທຽບເທົ່າກັບສາກົນ ຕອບສະຫນອງຄວາມຕ້ອງການຂອງສັງຄົມ ບໍ່ວ່າຢູ່ໃນຊີວິດປະຈໍາວັນ ກໍຄື ການຫນູນໃຊ້ເຂົ້າໃນຂົງເຂດເສດຖະກິດ ເພື່ອເຮັດໃຫ້ສັງຄົມລາວກ້າວໄປສູ່ສັງຄົມທີ່ທັນຍຸກທັນສະໄຫມໃນຍຸກແຫ່ງ Digital | Life ເທື່ອລະກ້າວ.