ຢາກເຮັດທຸລະກິດສ່ວນຕົວຄວນຫຼີກເວັ້ນຫຼັກ 5 ປະການ

259

ຖ້າຢາກເຮັດທຸລະກິດສ່ວນຕົວທີ່ຈະຕ້ອງໄດ້ໃຊ້ກຳລັງຊີວິດ ແລະ ກຳລັງຄວາມຄິດທັງໝົດໄປກັບການຕັ້ງຄຳຖາມທີ່ວ່າຄວນຈະເລີ່ມຕົ້ນສ້າງທຸລະກິດຢ່າງໃດ ການເຮັດທຸລະກິດຕ້ອງມີອົງປະກອບຫຍັງແດ່ ແລະ ປັດໄຈທີ່ຈະນຳໄປສູ່ຄວາມສຳເລັດມີຢ່າງໃດແດ່? ຄໍລຳ ມູມບໍລິຫານ ສະບັບນີ້ນຳເອົາ 5 ສິ່ງທີ່ຕ້ອງຫຼີກເວັ້ນເມື່ອຕ້ອງການເຮັດທຸລະກິດສ່ວນຕົວ ເພາະສິ່ງເຫຼົ່ານີ້ເປັນສິ່ງທີ່ນັກທຸລະກິດ ຫຼື ຜູ້ປະກອບການມັກຈະເບິ່ງຂ້າມ ເມື່ອເຖິງຄາວເລີ່ມຕົ້ນເຮັດທຸລະກິດສ້າງຄວາມສຳເລັດໃນທຸລະກິດ ຫຼື ແມ່ນແຕ່ນັກທຸລະກິດທີ່ຍິ່ງໃຫຍ່ແລ້ວບາງຄົນຍັງເບິ່ງຂ້າມສິ່ງທີ່ຄວນຕ້ອງຫຼີກເວັ້ນຈາກຄວາມສ່ຽງ.

  1. ໝັ້ນໃຈໃນຕົວເອງຫຼາຍເກີນໄປ:

ຄວາມທະນົງຕົວ, ຄວາມຄຸຍໂຕໂອ້ອວດ ຈົ່ງຈຳໄວ້ວ່າເໜືອຟ້າຍັງມີຟ້າເປັນຄຳເວົ້າຂອງ Tony Hsieh ນັກທຸລະກິດຜູ້ເປັນໜຶ່ງໃນ Co-Founder ແລະ CEO ເວັບໄຊ www.Zappos.com ຄວາມໝັ້ນໃຈເຮັດຫຍັງຈັກຢ່າງໃດຢ່າງໜຶ່ງເປັນສິ່ງທີ່ດີ ແຕ່ຖ້າໝັ້ນໃຈຫຼາຍເກີນໄປອາດຈະສົ່ງຜົນເສຍໄດ້ ເພາະຄົນໆນັ້ນຈະລະເລີຍຄວາມສ່ຽງບາງຢ່າງທີ່ຕ້ອງພົບພໍ້ ແລະ ກາຍເປັນຄົນທີ່ເບິ່ງບັນຫາພຽງດ້ານດຽວ. ນອກຈາກນີ້, ຄົນໆນັ້ນຈະຟັງຄົນອ້ອມຂ້າງໜ້ອຍລົງຮັບຟັງຄວາມຄິດເຫັນຂອງຮຸ້ນສ່ວນ ຫຼື ຈາກລູກນ້ອງໜ້ອຍລົງ ການຕັດສິນໃຈຈະເຕັມໄປດ້ວຍຄວາມຄິດທີ່ວ່າ “ ເຮົາເປັນໃຫຍ່ພຽງຄົນດຽວ ຄົນອື່ນບໍ່ຮູ້ເທົ່າເຮົາ ” ອາດຈະນຳໄປສູ່ການລົງທຶນທີ່ບໍ່ກຸ້ມຄ່າ ຫຼື ການຕັດສິນໃຈທາງທຸລະກິດທີ່ນຳໄປສູ່ຄວາມຫາຍະນະ.

  1. ກຳຈັດທຸກຄົນທີ່ກີດຂວາງ:

“ ຮ່ວມງານກັບມິດສະຫາຍໃນທີ່ມືດ ດີກວ່າເດີນທາງຄົນດຽວໃນທີ່ແຈ້ງ ເປັນຄຳເວົ້າຂອງ Helen Keller ນັກຂຽນ ແລະ ນັກເຄື່ອນໄຫວເພື່ອສິດທິມະນຸດຊົນ ຊຸນວູ ເຄີຍກ່າວໄວ້ວ່າ: ວິທີເອົາຊະນະເສິກທີ່ດີທີ່ສຸດຄື ການຊະນະໂດຍບໍ່ຕ້ອງຮົບ ” ອາດຈະດ້ວຍການທູດ ຫຼື ດ້ວຍວິທີອື່ນກໍແລ້ວແຕ່ ສິ່ງທີ່ພະຍາຍາມຈະສື່ໃນຂໍ້ນີ້ຄືຂໍໃຫ້ຫຼີກເວັ້ນການປະທະໂດຍກົງບໍ່ວ່າຈະເປັນຜູ້ຮ່ວມງານຂອງເຮົາເອງ ຫຼື ບໍລິສັດຄູ່ແຂ່ງກໍຕາມໃນແງ່ຄວາມຂັດແຍ່ງກັບຜູ້ຮ່ວມງານຂໍໃຫ້ເວົ້າຈາກັນດ້ວຍເຫດຜົນ ແລະ ໃຫ້ເຫັນປະໂຫຍດຂອງທຸລະກິດເປັນທີ່ຕັ້ງບໍ່ແມ່ນຈັບຄວາມ ຖ້າຈະເວົ້າ ເພື່ອເອົາຊະນະເພື່ອນຮ່ວມງານ ສ່ວນການສູ້ກັບຄູ່ແຂ່ງມັນຄົງຈະສ້າງສັນກວ່າຖ້າແຂ່ງກັນດ້ວຍຈຸດເດັ່ນ ຫຼື ຄຸນນະພາບຂອງສິນຄ້າບໍ່ແມ່ນຈະເຮັດໃຫ້ຄູ່ແຂ່ງອອກຈາກຕະຫຼາດໄປ ເພາະທີ່ສຸດແລ້ວເຈົ້າກໍຈະຖືກທຸລະກິດທີ່ມີຕົ້ນທຶນຕ່ຳກວ່າຕັດລາຄາ ແລະ ເຮັດໃຫ້ຫຼົ້ມເຊັ່ນກັນ.

  1. ເຮັດໃຫ້ຕົວເຮົາເປັນລະບົບ:

“ ຄຸນນະພາບຊີວິດຄືທຸກສິ່ງທຸກຢ່າງຈຳເປັນຈະຕ້ອງປະສົມປະສານເພື່ອຫາຄວາມລົງຕົວລະຫວ່າງໜ້າທີ່ການງານໝູ່ເພື່ອນ ແລະ ຄອບຄົວໃຫ້ໄດ້ ” ເປັນຄຳເວົ້າຂອງ Sirphilip Green ນັກທຸລະກິດ Foun der ແລະ CEO ຂອງ Arcadia Group ເຈົ້າຂອງສິນຄ້າຍີ່ຫໍ້ Topshop ຊາວອັງກິດ ການສ້າງທຸລະກິດຄືການສ້າງລະບົບຂຶ້ນມາເພື່ອໃຫ້ກິດຈະການມັນເດີນໄດ້ດ້ວຍຕົວເອງ ເຮົາກັງວົນໄປເສຍທຸກຢ່າງ ແລະ ບໍ່ມອບໝາຍກະຈາຍງານ ແລະ ອຳນາດໃນການຕັດສິນໃຈໄປໃຫ້ກັບລູກນ້ອງຂອງຕົນເອງ ຈະເປັນການນຳເອົາທຸກສິ່ງທຸກຢ່າງມາລວມສູນໄວ້ທີ່ຕົວເອງໝົດມັນກໍບໍ່ຕ່າງຫຍັງກັບວ່າຕົວເອງເປັນລະບົບເສຍເອງ ຄືກັບອາຊີບອິດສະຫຼະທີ່ຕົວເອງຫ້າມເຈັບເປັນ, ຫ້າມພັກຜ່ອນ ແລະ ຫ້າມເສຍຊີວິດ ບໍ່ດັ່ງນັ້ນທຸລະກິດກໍບໍ່ສາມາດເດີນໄດ້ ເຊິ່ງມັນສົ່ງຜົນເສຍທັງຕົວທຸລະກິດ ແລະ ຊີວິດສ່ວນຕົວຂອງຕົວເອງ.

  1. ປະໝາດ:

“ ຜູ້ທີ່ມີຄວາມຢ້ານກົວ ວິຕົກກັບອຸປະສັກເທົ່ານັ້ນທີ່ຢູ່ລອດ ” ເປັນຄຳເວົ້າຂອງ CEO ບໍລິສັດ Intel ນັກທຸລະກິດຫຼາຍຄົນ ໂດຍສະເພາະກຸ່ມທີ່ເປັນຜູ້ນຳຕະຫຼາດມັກຈະປະໝາດຄູ່ແຂ່ງຂັນ ແລະ ເບິ່ງວ່າສິນຄ້າຂອງຄູ່ແຂ່ງຂັນດ້ອຍກວ່າຕອບໂຈດຜູ້ບໍລິໂພກບໍ່ໄດ້ ແລະ ບໍ່ແມ່ນຄູ່ແຂ່ງຂອງທຸລະກິດຕົນ ແຕ່ປະຫວັດສາດການເຮັດທຸລະກິດໄດ້ພິສູດແລ້ວວ່າສິ່ງນີ້ເປັນໜຶ່ງໃນສິ່ງທີ່ໜ້າຢ້ານກົວທີ່ສຸດໃນການດຳເນີນທຸລະກິດ ເຊັ່ນ: ເມື່ອ Apple ເຂົ້າມາສູ່ຕະຫຼາດຄອມພິວເຕີສ່ວນບຸກຄົນໃນປີ 1976 ບໍລິສັດຍັກໃຫຍ່ໃນວົງການຄອມພິວເຕີຕ່າງຄິດວ່າຄົງບໍ່ມີໃຜຢາກມີຄອມພິວເຕີໄວ້ທີ່ບ້ານແຕ່ Apple ກໍພິສູດໃຫ້ເຫັນວ່າທີ່ຈິງແລ້ວຄອມພິວເຕີສ່ວນບຸກຄົນນັ້ນເປັນຕະຫຼາດທີ່ກວ້າງໃຫຍ່ ແລະ ທຸກຄົນກໍຢາກໄດ້ມາໄວ້ທີ່ບ້ານບໍ່ແມ່ນຈະໃຊ້ແຕ່ໃນບ່ອນເຮັດວຽກ ເຮັດໃຫ້ DEC ທີ່ເຄີຍເປັນບໍລິສັດຄອມພິວເຕີທີ່ໃຫຍ່ອັນດັບ 2 ຂອງໂລກຕ້ອງເລີກກິດຈະການໄປ.

  1. ຢຶດຕິດກັບຄວາມສຳເລັດເດີມ ແລະ ບໍ່ຮຽນຮູ້ສິ່ງໃໝ່:

“ ເຕັກນິກທາງການຕະຫຼາດມາແລ້ວກໍໄປມີພຽງແຕ່ທຸລະກິດທີ່ດີແທ້ເທົ່ານັ້ນທີ່ຄົງຢູ່ ” ທຸກສິ່ງທຸກຢ່າງໃນເສັ້ນທາງທຸລະກິດຈະຕ້ອງເລີ່ມຕົ້ນຈາກຕົວຂອງເຮົາເອງຢາກເຮັດທຸລະກິດສ່ວນຕົວ ແລະ ສ້າງທຸລະກິດມາໄດ້ຈົນສຳເລັດແຕ່ທຸກສິ່ງບໍ່ໄດ້ຈົບລົງພຽງເທົ່າຂັ້ນຕອນການສ້າງຫຼາຍຕໍ່ຫຼາຍຄັ້ງ ຄວາມສຳເລັດທີ່ເກີດຂຶ້ນ ເຮັດໃຫ້ນັກທຸລະກິດບາງຄົນບໍ່ໃສ່ໃຈ ແລະ ຄິດວ່າໃຊ້ວິທີເດີມໆກໍພໍແລ້ວ ຈຶ່ງບໍ່ຍອມຮຽນຮູ້ສິ່ງໃໝ່ໆ ເຊິ່ງເມື່ອຄົນເຫຼົ່ານີ້ເລືອກທີ່ຈະຢູ່ກັບທີ່ບໍ່ພັດທະນາສິ່ງທີ່ມີຢູ່ໃຫ້ດີກວ່າເດີມມັນກໍຄືກັບການຖອຍຫຼັງເຂົ້າຝັ່ງ ເພາະຂະນະທີ່ເຮົາຢູ່ກັບທີ່ຄູ່ແຂ່ງທຸກຄົນຕ່າງເດີນໄປຂ້າງໜ້າຢູ່ຕະຫຼອດເວລາທຸລະກິດຈຶ່ງເສື່ອມຖອຍລົງໃນທີ່ສຸດ.