ດື່ມນ້ຳຜັກຊ່ວຍເສີມສ້າງແຮ່ທາດໃນການຟື້ນຟູຮ່າງກາຍ

317

ໃນນ້ຳຜັກຈະມີສານອາຫານແຮ່ທາດທີ່ຊ່ວຍຟື້ນຟູການເຮັດວຽກຂອງອະໄວຍະວະທຸກສ່ວນໃນຮ່າງກາຍ ແລະ ຍັງຊ່ວຍໃຫ້ການເຮັດວຽກຂອງ 5 ລະບົບ ຄື: ລະບົບການດູດຊຶມ, ລະບົບທາງເດີນຫາຍໃຈ, ລະບົບການໄຫຼ ວຽນຂອງເລືອດ, ລະບົບພູມຄຸ້ມກັນ ແລະ ລະບົບຕ່ອມໄຣທໍ່ ( endoceine sytem ).

ສ່ວນປະສົມ: ຜັກກາດນາ 2 ໃບ ( ສໍາລັບຜັກກາດຈະໃຊ້ເປັນຊະນິດໃດກໍໄດ້ ), ຜັກເຊເລີຣີ 1 ຕົ້ນ, ໝາກເຫຼ່ນໃຫຍ່ 1 ໜ່ວຍ, ຫົວຜັກບົ່ວໃຫຍ່ 1/4 ຫົວ, ນ້ຳເຜິ້ງ 2 ບ່ວງກາເຟ, ນ້ຳໝາກນອດ ຫຼື ນ້ຳໝາກນາວ 1 ໜ່ວຍ, ແອບເປິລ 1/2 ໜ່ວຍ, ນ້ຳສະອາດ 2 ຈອກ.

ວິທີປຸງແຕ່ງ:

ລ້າງສ່ວນປະສົມທຸກຢ່າງໃຫ້ສະອາດແລ້ວປະໄວ້ໃຫ້ສະເດັດນ້ຳ. ຈາກນັ້ນ, ກໍເອົາທຸກຢ່າງລົງໃສ່ເຄື່ອງປັ່ນ ( ຍົກເວັ້ນນ້ຳເຜິ້ງ ແລະ ນ້ຳໝາກນາວ ) ປັ່ນຈົນລະອຽດດີແລ້ວຈຶ່ງໃສ່ນ້ຳໝາກນາວ ແລະ ນ້ຳເຜິ້ງປັ່ນອີກຄັ້ງຖອກໃສ່ຈອກແລ້ວດື່ມທັນທີເພື່ອຈະບໍ່ເສຍຄຸນຄ່າທາງອາຫານ.

ຂໍ້ມູນຈາກ:food.mthai.com, ຮຽບຮຽງ: ນຸ້ມນິ້ມ