ເຕັກນິກການປູກຜັກກາດຕີນໝີ

181

ຜັກກາດຕີນໝີເປັນພືດຊະນິດໜຶ່ງທີ່ປູກແລ້ວຕ້ອງໄດ້ເອົາໃຈໃສ່ດູແລເປັນຢ່າງດີ ເນື່ອງຈາກມັນເປັນພືດທີ່ມີ ຄວາມຕ້ອງການນໍ້າຫຼາຍ ໂດຍສະເພາະແມ່ນໄລຍະທໍາອິດຂອງການປູກ, ມັກບ່ອນທີ່ມີແສງແດດຫຼາຍ ຖ້າຫາກບໍ່ດູແລຮັກສາໃຫ້ດີກໍຈະເຮັດໃຫ້ໃບກາບຜັກແຂງ, ຮາກແຫ້ງຕາຍ ແຕ່ຂໍ້ດີຂອງມັນກໍຄືສາມາດເຕີບໂຕໃນດິນທີ່ມີຄວາມອຸດົມສົມບູນທຸກຊະນິດ.

ວິທີການປູກ ແລະ ການດູແລຮັກສາ:

ເນື່ອງຈາກຜັກກາດຕີນໝີເປັນພືດທີ່ມີລະບົບຮາກຕື້ນ. ດັ່ງນັ້ນ, ຈຶ່ງຄວນຂຸດ ຫຼື ໄຖດິນໃຫ້ເລິກປະມານ 15 – 20 ຊັງຕີແມັດ, ເຮັດໜານກວ້າງປະມານ 2 – 3 ແມັດ. ຫຼັງຈາກນັ້ນ, ຕາກດິນໄວ້ປະມານ 5 – 7 ວັນ ພ້ອມເພີ່ມ ຄວາມອຸດົມສົມບູນໃຫ້ແກ່ດິນດ້ວຍການໃສ່ປຸ໋ຍຄອກ ຫຼື ປຸ໋ຍໝັກທີ່ສະຫຼາຍຕົວດີແລ້ວລົງໄປໃນດິນປະມານ ໄລ່ລະ 2 – 3 ໂຕນ ແລະ ຍ່ອຍໜ້າດິນໃຫ້ລະອຽດອີກເທື່ອໜຶ່ງ ເພື່ອປ້ອງກັນບໍ່ໃຫ້ແນວພັນຕົກລົງໄປໃນດິນເລິກເກີນໄປ ເຊິ່ງມັນຈະເຮັດໃຫ້ງອກຍາກ ຫຼື ອາດບໍ່ງອກເລີຍກໍເປັນໄດ້. ການປູກຜັກກາດຕີນໝີສາມາດເຮັດໄດ້ດ້ວຍຫຼາຍວິທີ ເຊັ່ນ: ການຫວ່ານ, ການໂຮຍເປັນແຖວ, ການຍົກໜານປູກເປັນແຖວດ່ຽວ ຫຼື ແຖວຄູ່ ແຕ່ທີ່ນິຍົມຫຼາຍແມ່ນແບບຫວ່ານ ຫຼື ໂຮຍໃນໜານ ເມື່ອກຽມໜານແລ້ວກໍສາມາດຫວ່ານແນວພັນໄດ້ເລີຍ ຫຼັງຫວ່ານເມື່ອມີໃບງອກຂຶ້ນມາປະມານ 2 – 3 ໃບ ໃຫ້ຫຼົກແຍກອອກຈາກກັນ ໂດຍຈົ່ງໄລຍະຫ່າງລະຫວ່າງຕົ້ນ. ຫຼັງຈາກນັ້ນ, ກໍຫົດນໍ້າເຊົ້າ – ແລງປົກກະຕິ.

ການໃຫ້ປຸ໋ຍ:

ປຸ໋ຍທີ່ນໍາໃຊ້ກັບຜັກກາດຕີນໝີ ຄວນໃຊ້ປຸ໋ຍສູດ 14:14:21 ຫຼື 13:13:21 ໂດຍແບ່ງໃສ່ 2 ຄັ້ງໃນສັດສ່ວນທີ່ເທົ່າກັນ ດ້ວຍການໂຮຍຂ້າງແຖວຜັກ, ໃສ່ຄັ້ງທໍາອິດຫຼັງຈາກປູກຜັກໄດ້ 15 ວັນ, ໃສ່ຄັ້ງທີ 2 ເມື່ອຜັກມີອາຍຸຄົບ 1 ເດືອນ ພ້ອມຫົດນໍ້າເຊົ້າ – ແລງເປັນປົກກະຕິຈົນກວ່າຈະສາມາດເກັບກ່ຽວໄດ້ ເຊິ່ງຜັກມີອາຍຸປະມານ 50 – 70 ວັນ ກໍສາມາດເກັບກ່ຽວໄດ້ແລ້ວ.