ຊາອຸກຽມເຂົ້າສູ່ພາວະການຜະລິດນໍ້າມັນເປັນປົກກະຕິອີກຄັ້ງ

114

ກະຊວງພະລັງງານຂອງອາຣັບບີຊາອຸດິດລາຍງານວ່າກໍາລັງການຜະລິດນໍ້າມັນຂອງປະເທດເກືອບກັບເຂົ້າສູ່ພາວະປົກກະຕິແລ້ວຫຼັງຈາກຖືກໂຈມຕີໂຮງກັ່ນນໍ້າມັນ2ແຫ່ງເມື່ອເດືອນທີ່ຜ່ານມາ.

ເຈົ້າຊາຍອັບດຸນອາຊິດ ບິນ ຊັນມານ ລັດຖະມົນຕີກະຊວງພະລັງງານອາຣັບບີຊາອຸດິດກ່າວວ່າ:ກໍາລັງການຜະລິດນໍ້າມັນຂອງປະເດເກືອບກັບເຂົ້າສູ່ພາວະປົກກະຕິຫຼັງຖືກໂຈມຕີໂຮງກັ່ນນໍ້າມັນ2ແຫ່ງເມື່ອເດືອນ ກັນຍາທີ່ຜ່ານມາ.

 

ໂດຍກໍາລັງການຜະລິດຂອງປະເທດຕອນນີ້ເລີ່ມມີສະຖຽນລະພາບຢູ່ທີ່11,3ລ້ານບາເຣວຕໍ່ວັນ,ຂະນະທີ່ລາຄານໍ້າມັນດິບໃນຕະຫຼາດໂລກກໍປັບຕົວຫຼຸດລົງຢ່າງຕໍ່ເນື່ອງ.

ດ້ານບໍລິສັດ ຊາອຸດິ ອາຣໍາໂກ ເຊິ່ງເປັນບໍລິສັດຜະລິດນໍ້າມັນລາຍໃຫຍ່ຂອງອາຣັບບີຊາອຸດິດລາຍງານວ່າ:ໂຮງກັ່ນນໍ້າມັນຂອງປະເທດຍັງມີຄວາມສ່ຽງທີ່ຈະຖືກໂຈມຕີອີກຈາກຄວາມເຄັ່ງຕຶງທາງການເມືອງໃນຕາເວັນອອກກາງ.