ລາວ ແລະ ອາເມລິກາ ຮ່ວມມືກັນປັບປຸງຄວາມສາມາດໃນການແຂ່ງຂັນ ຂອງຊາວກະສິກອນ ແລະ ຈຸນລະວິສາຫະກິດກະສິກຳ

135

ສະຫະລັດອາເມລິກາ ສືບຕໍ່ໃຫ້ການການຊ່ວຍເຫຼືອ ສປປ ລາວ ໃນການເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຂະແໜງການກະສິກຳລາວ. ເຊິ່ງວ່າງບໍ່ດົນມານີ້, ສ. ອາເມລິກາ ແລະ ສປປ ລາວ ໄດ້ລິເລີ່ມໂຄງການໃໝ່ທີ່ມີຊື່ວ່າ ໂຄງການ ສົ່ງເສີມຈຸນລະວິສາຫະກິດກະສິກໍາ ຢູ່ ສປປ ລາວ ໂດຍລັດຖະບານສະຫະລັດ ອາເມລິກາ ຜ່ານອົງການພັດທະນາສາກົນປະເທດສະຫະລັດອາເມລິກາ (USAID) ເປັນຜູ້ໃຫ້ທຶນຊ່ວຍເຫຼືອລ້າ.

ໃນວັນທີ 4 ຕຸລາ 2019, ກະຊວງກະສິກຳ ແລະ ປ່າໄມ້ ຕາງໜ້າໃຫ້ລັດຖະບານແຫ່ງສປປ ລາວ ໄດ້ເຊັນສັນຍາບົດບັນທຶກຄວາມເຂົ້າໃຈ ກັບ ອົງການ ACDI/VOCA, ເຊິ່ງເປັນ ຄູ່ຮ່ວມຈັດຕັ້ງປະຕິບັດໂຄງການດັ່ງກ່າວຂອງ USAID. ທ່ານ ສີປະໄພ ໄຊສົງຄາມ, ຫົວໜ້າກົມສົ່ງເສີມເຕັກນິກ ແລະ ປຸງແຕ່ງກະສິກຳ ແລະ ທ່ານ ນາງ ໂຊຟີ້ ວັອກເກີ້, ຫົວໜ້າ ອົງການ ACDI/VOCA ປະຈຳລາວ ໄດ້ລົງລາຍເຊັນສັນຍາບົດບັນທຶກຄວາມເຂົ້າໃຈຂອງໂຄງການດັ່ງກ່າວ ໂດຍມີ ທ່ານ ດຣ. ບຸນຂວາງ ຄໍາບຸນເຮືອງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ຄໍລິນ ຄລອສບີ ອຸປະທູດ ແຫ່ງປະເທດສະຫະລັດອາເມລິກາ ປະຈຳ ສປປ ລາວ ເຂົ້າຮ່ວມເປັນສັກຂີພິຍານ.


ທ່ານ ຄໍລິນ ຄລອສບີ ໄດ້ກ່າວວ່າ: ການເຊັນບົດບັນທຶກຄວາມເຂົ້າໃຈໃນມື້ນີ້ເນັ້ນຄືນເຖິງຄວາມໝາຍໝັ້ນໃນການຊ່ວຍເຫຼືອລັດຖະບານ ແຫ່ງ ສປປ ລາວ ໃຫ້ບັນລຸໄດ້ເປົ້າໝາຍການພັດທະນາຂອງຊາດ. ສໍາລັບທັງ 2 ປະເທດຂອງພວກເຮົາ, ຂະແໜງ ການກະສິກຳ ມີຄວາມສຳຄັນຕໍ່ການພັດທະນາເສດຖະກິດ ແລະ ວັດທະນະທຳຂອງພວກເຮົາ. ພວກເຮົາພູມໃຈທີ່ໄດ້ໃຫ້ການສະໜັບສະໜູນອັນເປັນຮູບປະທຳ ແກ່ຂະແໜງກະສິກຳ ຂອງ ສປປ ລາວ ແລະ ຊຸກຍູ້ການຄ້າ ແລະ ການຂະຫຍາຍຕົວຂອງເສດຖະກິດຂອງລາວ ໂດຍການຊ່ວຍເຫຼືອບັນດາຈຸນລະວິສາຫະກິດ.


ໂຄງການດັ່ງກ່າວມີໄລຍະຈັດຕັ້ງປະຕິບັດ 5 ປີ ແມ່ນສຸມໃສ່ການພັດທະນາຈູນລະວິສາຫະກິດກະສິກຳໃຫ້ມີປະສິດທິຜົນ, ປະສິດທິພາບ ແລະ ສາມາດແຂ່ງຂັນໄດ້ ຊື່ງຈະຊ່ວຍໃຫ້ຊາວກະສິກອນສາມາດດໍາເນີນງານຕາມຫຼັກການທາງທຸລະກິດໄດ້. ໂດຍການຈັດຕັ້ງປະຕິບັດຢູ່ໃນແຂວງ ຊຽງຂວາງ, ໂຄງການດັ່ງກ່າວຈະຝຶກອົບຮົມບັນດາຊາວກະສິກອນ ແລະ ຈຸນລະວິສາຫະກິດກະສິກຳ ກ່ຽວກັບການ ຕອບສະໜອງ ຄວາມຕ້ອງການຂອງຕະຫຼາດ, ເພີ່ມທະວີການເຊື່ອມໂຍງກັບຕະຫຼາດ ແລະ ປັບປຸງການເຂົ້າເຖິງແຫຼ່ງເງິນທຶນ. ທຶນຊ່ວຍເຫຼືອສຳລັບໂຄງການນີ້ແມ່ນຫຼາຍກວ່າ 6.937.000 ໂດລາ ສະຫະລັດອາເມລິກາ ແລະ ໂຄງການດັ່ງກ່າວແມ່ນໂຄງການລ່າສຸດຂອງສ. ອາເມລິກາ ໃນບັນດາໂຄງການພັດທະນາຂະແໜງການກະສິກຳຂອງລາວ. ໃນປະຈຸບັນ ສ. ອາເມລິກາ ໄດ້ໃຫ້ການສະໜັບສະໜູນແກ່ຂະແໜງການດັ່ງກ່າວໂດຍຜ່ານສອງໂຄງການ, ລວມມູນຄ່າຫຼາຍກວ່າ 15,9ລ້ານໂດລາ ສະຫະລັດອາເມລິກາ.


ນອກຈາກໂຄງການນີ້ແລ້ວ, ສະຫະລັດອາເມລິກາຍັງຮ່ວມມືກັບລັດຖະບານ ແລະ ປະຊາຊົນລາວຢູ່ໃນຫຼາຍຂົງເຂດ ເພື່ອປັບປຸງ ວຽກງານການສຶກສາ, ສົ່ງເສີມສຸຂະພາບ ແລະ ໂພຊະນາການ, ອຳນວຍຄວາມສະດວກໃຫ້ແກ່ການຄ້າ ແລະ ການລົງທຶນ ແລະ ສ້າງຄວາມເຂັ້ມແຂງໃນການປະຕິບັດລະບຽບກົດໝາຍ.