ອາຫານທີ່ຊ່ວຍເອົາຊະນະອາການພູມແພ້ໄດ້

330

ພະຍາດພູມແພ້ແມ່ນເລີ່ມກາຍເປັນພະຍາດທີ່ຄົນສ່ວນຫຼາຍໃນສັງຄົມປັດຈຸບັນເປັນຫຼາຍ ເຊິ່ງມັນສ້າງຄວາມທໍລະມານໃຫ້ກັບຄົນເຈັບຫຼາຍຢ່າງ ໂດຍສະເພາະແມ່ນຕາມເມືອງໃຫຍ່ທີ່ອາກາດບໍ່ບໍລິສຸດ ມື້ນີ້ຈະມາແນະນຳອາຫານຈາກທຳມະຊາດມາຊ່ວຍປິ່ນປົວແທນການໃຊ້ຢາ ດັ່ງຕໍ່ໄປນີ້:

1 ໝາກໄມ້ຕະກຸນໝາກກ້ຽງ, ໝາກນາວ, ໝາກລາແຊັງ ຫຼື ໝາກໄມ້ທີ່ມີລົດສົ້ມ: ເພາະໝາກໄມ້ເຫຼົ່ານີ້ຈະມີວິຕາມິນ C ເປັນຈຳນວນຫຼວງຫຼາຍ ເຊິ່ງຈະມີຄຸນສົມບັດຊ່ວຍຫຼຸດຜ່ອນອາການພູມແພ້ໄດ້ເປັນຢ່າງດີ, ເດັກນ້ອຍທີ່ເກີດໃໝ່ ແລະ ໄດ້ມີການດື່ມນົມຈາກແມ່ເປັນປະຈຳກໍຈະສາມາດສ້າງພູມຕ້ານທານຕໍ່ພະຍາດ ແລະ ອາການພູມແພ້ໄດ້ດີກວ່າການໃຫ້ດື່ມນົມຜົງ ເພາະໄດ້ຮັບວິຕາມິນ C ນ້ຳນົມແມ່.

2 ໝາກເຫຼ່ນ: ເປັນສູນລວມຂອງແຫຼ່ງວິຕາມິນ C ເຊັ່ນດຽວກັບໝາກໄມ້ຕະກຸນໝາກກ້ຽງ. ນອກຈາກນີ້, ໃນໝາກເຫຼ່ນຍັງມີໄລໂຄປິນ ທີ່ຊ່ວຍຫຼຸດຜ່ອນອາການຫອບຫືດຈາກພູມແພ້ໄດ້ເປັນຢ່າງດີ.

3 ແກ່ນຕາເວັນ: ນອກຈາກຈະມີວິຕາມິນ C ແລ້ວຍັງມີວິຕາມິນ E ອີກດ້ວຍ ແລະ ກໍເປັນອີກໜຶ່ງສານອາຫານທີ່ຊ່ວຍຕໍ່ສູ້ກັບພະຍາດພູມແພ້ໄດ້, ຈາກການວິໄຈໄດ້ຄົ້ນພົບວ່າ: ອາຫານທີ່ມີວິຕາມິນ E ສູງ ແມ່ນຈະຊ່ວຍຫຼຸດຜ່ອນການຕອບສະໜອງຂອງຮ່າງກາຍຕໍ່ສານກໍ່ພູມແພ້ ເຊິ່ງແກ່ນຕາເວັນກໍເປັນອີກຕົວເລືອກໜຶ່ງທີ່ດີຫຼາຍ ແລະ ຖ້າຄິດຫາອາຫານທີ່ອຸດົມໄປດ້ວຍວິຕາມິນ E ແລ້ວຂໍແນະນຳວ່າຕ້ອງແມ່ນນີ້ເລີຍ.

4 ຜັກຫົມ: ເປັນອີກໜຶ່ງອາຫານສຳລັບການເອົາຊະນະອາການພູມແພ້ໄດ້ຢ່າງແທ້ຈິງ ເນື່ອງຈາກອຸດົມໄປດ້ວຍແມັກນີຊຽມ ເຊິ່ງເປັນສານທີ່ຮ່າງກາຍຂາດບໍ່ໄດ້ ແລະ ຖ້າຂາດໄປກໍຈະມີທ່າອ່ຽງທີ່ຈະເປັນພະຍາດພູມແພ້ ແລະ ຫອບຫືດໄດ້ງ່າຍຍິ່ງຂຶ້ນ ໂດຍອາຫານຈຳພວກນີ້ເປັນສິ່ງທີ່ຂາດບໍ່ໄດ້ສຳລັບຜູ້ທີ່ຢາກຫ່າງໄກອາການພູມແພ້.

ຂໍ້ມູນຈາກ: health.kapook.com, ຮຽບຮຽງ: ນຸ້ມນິ້ມ