ປີກໄກ່ຈືນໃສ່ນ້ຳປາ

246

ປີກໄກ່ຈືນນ້ຳປາ ອາຫານທີ່ເຮັດກິນຕອນໃດກໍແຊບ ແລະ ເປັນອາຫານທີ່ເຮັດງ່າຍ, ຈະເປັນອາຫານວ່າງ, ເປັນຂອງແກ້ມ, ກິນກັບເຂົ້າຈ້າວ ຫຼື ເຂົ້າໜຽວກໍໄດ້. ສຳລັບປີກໄກ່ຈືນນ້ຳປາສູດເດັດທີ່ນຳມາຝາກມື້ນີ້ ມີສ່ວນປະສົມໜ້ອຍດຽວ ແລະ ວິທີເຮັດກໍງ່າຍ ແຕ່ທີ່ສຳຄັນລົດຊາດຕ້ອງແຊບເດັດແນ່ນອນ ຖ້າມື້ໃດຄິດລາຍການອາຫານບໍ່ອອກກໍເຂົ້າຄົວເຮັດອາຫານປີກໄກ່ຈືນນ້ຳປາກັນເລີຍ ອີ່ມແຊບທັງຄອບຄົວໃນລາຄາສະບາຍກະເປົ໋າ ເຊິ່ງມີສູດ ແລະ ຂັ້ນຕອນປຸງແຕ່ງດັ່ງຕໍ່ໄປນີ້:

ສ່ວນປະສົມ:

  • ປີກໄກ່ 10 – 12 ຕ່ອນ.

  • ນ້ຳປາ 2 ບ່ວງແກງ.

  • ແປ້ງຈືນກອບ 1 ບ່ວງແກງ.

  • ນ້ຳມັນພືດສຳລັບຈືນ.

ວິທີປຸງແຕ່ງ:

  • ນຳປີກໄກ່ມາລ້າງໃຫ້ສະອາດແລ້ວໃຊ້ມີດປາດປີກໄກ່ທັງສອງດ້ານ 2 ຄັ້ງ.

  • ນຳປີກໄກ່ໄປເອືອບໃສ່ນ້ຳປາ ຄັ້ນໃຫ້ເຂົ້າກັນຈົນທົ່ວໝັກປະໄວ້ຢ່າງໜ້ອຍ 30 ນາທີ ( ຖ້າມີເວລາໝັກປະໄວ້ປະມານ 3 ຊົ່ວໂມງກໍໄດ້ ).

  • ໝັກປີກໄກ່ຄົບ 30 ນາທີ ໃຫ້ໂຮຍແປ້ງຈືນກອບລົງໃສ່ປີກໄກ່ແລ້ວຄົນໃຫ້ເຂົ້າກັນ.

  • ຕັ້ງໝໍ້ໃສ່ນ້ຳມັນພືດລົງໄປໃຊ້ໃຟປານກາງ ນ້ຳມັນຮ້ອນໆຈຶ່ງເອົາປີກໄກ່ທີ່ປະສົມກັບແປ້ງຈືນກອບໄວ້ລົງໄປຈືນຈົນໃຫ້ສຸກເຫຼືອງກອບ.

  • ເມື່ອສຸກແລ້ວຕັກຂຶ້ນມາປະໄວ້ໃຫ້ສະເດັດນ້ຳມັນ ແລ້ວຈັດໃສ່ຈານພ້ອມເສີບ ກິນກັບເຂົ້າຈ້າວ ຫຼື ເຂົ້າໜຽວໄດ້ເລີຍ.

■  ໝາຍເຫດ:

  • ຄວາມເຄັມຂອງນ້ຳປາແຕ່ລະຍີ່ຫໍ້ນັ້ນບໍ່ຄືກັນ ແລະ ແຕ່ລະຄົນກໍມັກຄວາມເຄັມບໍ່ຄືກັນ.

  • ການໝັກໄກ່ຍິ່ງໝັກໄວ້ດົນເທົ່າໃດກໍຈະຊ່ວຍເຮັດໃຫ້ສ່ວນປະສົມຊຶມເຂົ້າຊີ້ນໄກ່ດີຂຶ້ນ ເຮັດໃຫ້ໄກ່ມີລົດຊາດທີ່ແຊບຍິ່ງຂຶ້ນ. ສະນັ້ນ, ຄວນໝັກແຊໄວ້ຕູ້ເຢັນ ( ຊ່ອງແຊ່ເຢັນທຳມະດາ ) ຢ່າງໜ້ອຍປະມານ 30 ນາທີ ຫຼື ຫຼາຍຊົ່ວໂມງຍິ່ງດີ ຫຼື ອາດໃຊ້ຊ້ອມຈິ້ມໆທີ່ໜັງປີກໄກ່ກໍໄດ້ ເຊິ່ງມັນຈະຊ່ວຍໃຫ້ສ່ວນປະສົມຊຶມເຂົ້າຊີ້ນໄກ່ໄດ້ດີຍິ່ງຂຶ້ນ.