ແຈ້ງດ່ວນ!! ນັກທຸລະກິດຢູ່ລາວ ຕ້ອງຢື່ນຂໍຄວັດຕາປະທັບ ນໍາຂະແໜງປ້ອງກັນຄວາມສະຫງົບ

447

ເພື່ອເປັນສ່ວນໜຶ່ງໃນການປະກອບສ່ວນສ້າງບັນຍາກາດ ການເລີ່ມຕົ້ນທຸລະກິດໃຫ້ມີຄວາມສະດວກວ່ອງໄວ ແລະ ໂປ່ງໃສ ຕາມແນວທາງນະໂຍບາຍດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນໃນຂະແໜງການຕ່າງໆ ລັດຖະບານ ກໍ່ຄືກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ປະກາດແຈ້ງ ນັກທຸລະກິດທີ່ດຳເນີນກິດຈະການ ໃນ ສປປ ລາວ ຕ້ອງໄດ້ຢື່ນຂໍຄວັດຕາປະທັບ ນໍາຂະແໜງການປ້ອງກັນຄວາມສະຫງົບ.

ກະຊວງອຸດສາຫະກໍາ ແລະ ການຄ້າ ຈຶ່ງໄດ້ອອກແຈ້ງການ ໃຫ້ຜູ້ລົງທຶນທີ່ຂຶ້ນທະບຽນສ້າງຕັ້ງວິສາຫະກິດ ຢູ່ ສປປ ລາວ ຮັບຊາບ ແລະ ຈັດຕັ້ງປະຕິບັດລະບຽບການຄວັດຕາປະທັບ ປ່ຽນແທນແຈ້ງການສະບັບເລກທີ 1412/ຫອຄ.ກທຄວ, ລົງວັນທີ 12 ກໍລະກົດ 2019.
ເຊິ່ງກ່ອນໜ້ານີ້, ໃນວັນທີ 12 ກໍລະກົດ 2019 ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການສະບັບເລກທີ 1412/ຫອຄ.ກທຄວ ກ່ຽວກັບການຄວັດຕາປະທັບວິສາຫະກິດແບບສະໝັກໃຈ ຫຼື ບໍ່ບັງຄັບ ເຊິ່ງໝາຍຄວາມວ່າ ພາຍຫຼັງທີ່ໄດ້ຂຶ້ນທະບຽນສ້າງຕັ້ງວິສາຫະກິດແລ້ວ ຈະຄວັດຕາປະທັບວິສາຫະກິດ ຫຼື ບໍ່ຄວັດກາປະທັບກໍໄດ້ ຂຶ້ນກັບຄວາມຈໍາເປັນ ຫຼື ຄວາມຮຽກຮ້ອງຕ້ອງການຂອງວຽກງານ ທີ່ຕິດພັນກັບການເຄື່ອນໄຫວດໍາເນີນທຸລະກິດຂອງແຕ່ລະວິສາຫະກິດ.

ຫຼ້າສຸດ, ເພື່ອຈັດຕັ້ງປະຕິບັດຕາມແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງເລກທີ1659/ຫສນຍ, ລົງວັນທີ 23 ກັນຍາ 2019 ກ່ຽວກັບການຄວັດຕາປະທັບຂອງກະຊວງປ້ອງກັນຄວາມສະຫງົບ.


ກະຊວງອຸດສາຫະກໍາ ແລະ ການຄ້າ ຈິ່ງອອກແຈ້ງການສະບັບເລກທີ 2140/ຫອຄ.ກທຄວ, ລົງວັນທີ 3 ຕຸລາ 2019 ປ່ຽນແທນ ແຈ້ງການສະບັບເລກທີ1412/ຫອຄ.ກທຄວ. ແຈ້ງການດັ່ງກ່າວ ໄດ້ແຈ້ງໃຫ້ປະຊາຊົນ ຫຼື ຜູ້ລົງທຶນທັງພາຍໃນ ແລະ ຕ່າງປະເທດ ຮັບຊາບ ແລະ ຈັດຕັ້ງປະຕິບັດ ດັ່ງລຸ່ມນີ້:

  1. ວິສາຫະກິດສາມາດນໍາເອົາໃບທະບຽນວິສາຫະກິດ ໄປຍື່ນຂໍຄວັດຕາປະທັບ ນໍາຂະແໜງການປ້ອງກັນຄວາມສະຫງົບ ຕາມທີ່ໄດ້ບົ່ງໄວ້ໃນມາດຕາ 21 ຂອງກົດໝາຍວ່າດ້ວຍວິສາຫະກິດວ່າດ້ວຍວິສາຫະກິດ.
  2. ວິສາຫະກິດ ຈະໄດ້ຮັບຕາປະທັບ ແລະ ໃບອະນຸຍາດນໍາໃຊ້ຕາປະທັບ ພາຍໃນກໍານົດ 5 ວັນລັດຖະການ ນັບແຕ່ວັນທີ່ວິສາຫະກິດນໍາເອົາໃບທະບຽນວິສາຫະກິດ ໄປຍື່ນຂໍຄວັດຕາປະທັບ.