ເພື່ອເປັນການລະນຶກເຖິງຄຸນງາມຄວາມດີ, ຄວາມກະຕັນຍູກະຕະເວທີຕໍ່ຄູອາຈານ. ດັ່ງນັ້ນ ໃນວັນທີ 3 ຕຸລາ 2019 ຜ່ານມາ ໂຮງຮຽນມັດທະຍົມ, ປະຖົມ, ອະນຸບານ ແຫ່ງຕ່າງໆທົ່ວເມືອງເງິນ ແຂວງໄຊຍະບູລີ ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ ຄົບຮອບ 25 ປີ ມີຄະນະປະຈຳພັກເມືອງ,ກຳມະການພັກເມືອງ ມີຫົວໜ້າຫ້ອງການ,ກົມກອງ,ຄະນະຫ້ອງການສຶກສາທິການ ແລະ ກິລາ, ອຳນວຍການໂຮງຮຽນ, ເລຂາໜ່ວຍພັກນາຍບ້ານ, ປະທານແນວລາວສ້າງຊາດບ້ານ, ສະມາຄົມພໍ່ແມ່ນັກຮຽນ, ຄູອາຈານ, ແຂກຖືກເຊີນ ຕະຫຼອດຮອດນ້ອງນັກຮຽນເຂົ້າຮ່ວມ.
ໃນພິທີ ຕາງໜ້າ ປະທານສະມາຄົມພໍ່ແມ່ນັກຮຽນ ໄດ້ຂຶ້ນຜ່ານປະຫວັດຄວາມເປັນມາຂອງວັນຄູແຫ່ງຊາດ ຄົບຮອບ 25 ປີ. ຈາກນັ້ນ ຕາງໜ້າ ອຳນວຍການໂຮງຮຽນ ໄດ້ຂຶ້ນຜ່ານວັນສາກົນແຫ່ງການລົບລ້າງ ຄວາມບໍ່ຮູ້ໜັງສື ປະຈຳປີ 2019 ພາຍໃຕ້ຄຳຂວັນ ທີ່ວ່າ ການຮຽນໜັງສື ກັບຄວາມຫຼາກຫຼາຍທາງດ້ານພາສາ.
ພ້ອມນີ້ຕ່າງໜ້າ ຊາວໜຸ່ມ, ເຍົາວະຊົນ ແລະ ນ້ອງນັກຮຽນ ກໍ່ໄດ້ຂື້ນຜ່ານສານອວຍພອນເນືອງໃນໂອກາດສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 25 ປີ ທີ່ໜູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ. ຈາກນັ້ນ ບັນດາຫ້ອງການ, ແຂກ, ນັກທຸລະກິດຜູ້ປະກອບການ ກໍ່ໄດ້ມອບວັດຖຸ-ປັດໄຈ – ທຶນຮອນ ມາມອບໃຫ້ທາງໂຮງຮຽນ ເພື່ອເປັນການປະກອບສ່ວນຊຸກຍູ້ ເຂົ້າໃນການພັດທະນາໂຮງຮຽນ.
ຕອນທ້າຍກໍ່ໄດ້ຊົມການສະແດງສິລະປະວັນນະຄະດີ-ກິລາຊວນຫົວຂອງນ້ອງນັກຮຽນ ແລະ ບາສີສູ່ຂວັນໃຫ້ຄູອາຈານອີກດ້ວຍ.
ໂດຍ: ອິນແປງ ແຫວນຄຳ