ວ້າວ ວາງສະແດງຮູບພາບຄອບຄົວຜູ້ມີຊື່ສຽງໃນປະເທດລາວ

56

ວາລະສານວ້າວ ( WOW Magazine Society ) ໄດ້ຈັດງານວາງສະແດງຮູບຖ່າຍກ່ຽວກັບຄວາມຮັກ ແລະ ສາຍສໍາພັນຄວາມອົບອຸຸ່ນຂອງຄອບຄົວ ບັນດານັກທຸລະກິດທີ່ມີຊື່ສຽງໃນປະເທດລາວ ພາຍໃຕ້ຫົວຂໍ້: “ WOW ສ້າງຄວາມຮັກ ຄວາມຜູກພັນ ສ້າງສະຖາບັນຄອບຄົວໃນ ສປປ ລາວ ” ເລີ່ມເປີດວາງສະແດງໃນວັນທີ 5 ຫາ 9 ຕຸລາ 2019 ທີ່ ສູນການຄ້າວຽງຈັນເຊັນເຕີ ໂດຍການເຂົ້າຮ່ວມຂອງ ທ່ານ ສົມສະໜຸກ ມີໄຊ ຮອງປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ, ທ່ານ ສຸວັດ ເທດສາລີ ຜູ້ບໍລິຫານວາລະສານ ວ້າວ ພ້ອມດ້ວຍບັນດານັກທຸລະກິດ, ຜູ້ໃຫ້ການສະໜັບສະໜູນ ແລະ ບັນດາສິລະປິນເຂົ້າຮ່ວມ.

ທ່ານ ສຸວັດ ເທດສາລີ ໄດ້ກ່າວວ່າ: ວາລະສານ ວ້າວ ໄດ້ເຂົ້າມາສ້າງຜົນງານຢ່າງຫຼວງຫຼາຍ ທີ່ເປັນປະໂຫຍດໃຫ້ກັບ ສປປ ລາວ ເປັນຕົ້ນແມ່ນງານ Vientiane WOW Fashion Week ທີ່ໄດ້ຈັດຂຶ້ນຕໍ່ເນື່ອງເປັນປີທີ 6 ໂດຍໄດ້ຍົກໃຫ້ເຫັນ ຄວາມສາມາດຂອງສັງຄົມລາວກ້າວຂຶ້ນສູ່ລະດັບສາກົນ; ງານ WOW with 35 Celebrity Story of Love and Photo Exhibition ແມ່ນເປັນການນໍາສະເໜີຄວາມຮັກຂອງພໍ່ ຫຼື ແມ່ ໃນແຕ່ລະຄອບຄົວ ລວມທັງເຄັດລັບໃນການດໍາເນີນທຸລະກິດຂອງແຕ່ລະທ່ານ ຜ່ານຮູບພາບທີ່ງົດງາມແບບ Exhibition ເປັນຄັ້ງທໍາອິດໃນ ສປປ ລາວ. ນອກຈາກນີ້, ກໍຍັງເປັນການຮ່ວມລະດົມທຶນເພື່ອສ້າງໂຮງຮຽນໃຫ້ກັບເດັກນ້ອຍທີ່ດ້ອຍໂອກາດຢູ່ ແຂວງໄຊຍະບູລີ ອີກດ້ວຍ.

ທ່ານ ສົມສະໜຸກ ມີໄຊ ໄດ້ກ່າວຕື່ມວ່າ: ງານນີ້ຖືເປັນການສົ່ງເສີມຄວາມຮັກຂອງຄອບຄົວ ແລະ ເປັນສິ່ງສໍາຄັນຂອງປະເທດຊາດ ເພາະໃນຕ່າງປະເທດການສະແດງອອກຂອງຄວາມຮັກລະຫວ່າງຄອບຄົວ ແມ່ນເປີດເຜີຍຢ່າງກວ້າງຂວາງແຕ່ໃນປະເທດເຮົາຍັງບໍ່ກ້າສະແດງອອກ ເລື່ອງຄວາມຮັກລະຫວ່ງຄອບຄົວ. ສະນັ້ນ, ງານນີ້ຈຶ່ງມີປະໂຫຍດຫຼາຍທີ່ຈະເຮັດໃຫ້ຄົນລາວໄດ້ສະແດງອອກເຖິງຄວາມຮັກໃນຄອບຄົວພໍ່, ແມ່ ແລະ ລູກໄດ້ຫຼາຍຂຶ້ນ.

ພາຍໃນງານກໍໄດ້ມີກິດຈະກຳເດີນແບບທັງ 35 ຄອບຄົວ ທີ່ມາຕື່ມເຕັມທຸກຮູບແບບຂອງ Exhibition ພ້ອມທັງເປັນໂຄງການທີ່ສ້າງແຮງບັນດານໃຈໃຫ້ແກ່ຜູ້ທີ່ກໍາລັງສ້າງຄວາມຮັກ ແລະ ຄວາມຜູກພັນໃນຄອບຄົວທີ່ຕິດພັນກັບທຸລະກິດໃນການດຳເນີນຊີວິດ ເພື່ອໃຫ້ປະສົບຄວາມສຳເລັດ; ທ່ານສາມາດເຂົ້າເບິ່ງຮູບພາບໄດ້ໂດຍບໍ່ເສຍຄ່າ ເລີ່ມແຕ່ວັນທີ 5 ຫາ 9 ຕຸລາ 2019 ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ.