ດ່ານສາກົນນາເພົ້າຈະໃຫ້ໄດ້ 50 ຕື້ພາຍ 3 ເດືອນຈາກນີ້

260

9 ເດືອນ ດ່ານພາສີນາເພົ້າ ເມືອງ ບົວລະພາ ແຂວງ ຄໍາມ່ວນ ຈັດເກັບລາຍຮັບເຂົ້າງົບປະມານເຂົ້າງົບປະມານແຫ່ງລັດບໍ່ບັນລຸຕາມແຜນການ, ຫຼຸດລົງ 09,04% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ເນື່ອງຈາກຫຼາຍສາເຫດ ຂະນະທີ່ເຈົ້າໜ້າທີ່ດ່ານພາສີສາກົນ ຄາດ 3 ເດືອນທ້າຍປີ ຈະສູ້ຊົນເກັບລາຍຮັບໃນສ່ວນທີ່ເຫຼືອອີກ 40,34% ຈຶ່ງໄດ້ຕາມແຜນການປີ 130 ຕື້ກີບ.

ອີງຕາມລາຍງານຂອງນັກຂ່າວການເງິນທ້ອງຖິ່ນ ແຂວງ ຄຳມ່ວນ ໂດຍອ້າງອີງຄຳສຳພາດຂອງທ່ານ ສຸພັດ ສຸແສງໄທ ຫົວໜ້າດ່ານພາສີສາກົນນາເພົ້າວ່າ: ດ່ານພາສີສາກົນນາເພົ້າປະກອບມີ 3 ໜ່ວຍງານ ແລະ 1 ດ່ານປະເພນີຄື: ໜ່ວຍງານຄຸ້ມຄອງການແຈ້ງພາສີ, ໜ່ວຍງານຄຸ້ມຄອງສາງ ແລະ ກວດກາສິນຄ້າ, ໜ່ວຍງານຄຸ້ມຄອງພາຫະນະ ແລະ ຜູ້ໂດຍສານ ແລະ ດ່ານປະເພນີໜອງມ້າ.

ໃນປີ 2019 ດ່ານພາສີສາກົນນາເພົ້າໄດ້ຮັບມອບໝາຍຕົວເລກ 130 ຕື້ກີບ ເຊິ່ງ ທາງດ່ານໄດ້ແບ່ງແຜນການຈັດເກັບລາຍຮັບເປັນເດືອນ, ງວດ 06 ເດືອນ ແລະ ໄດ້ແຍກເປັນໝວດຕາມສາລະບານງົບປະມານ ແລະ ແຍກຕາມໝວດສິນຄ້າແບ່ງເປັນເດືອນໆລະ 10.833.000.000 ກີບ. ສໍາລັບແຜນການ 09 ເດືອນ ປີ 2019 ຈະສູ້ຊົນໃຫ້ໄດ້ 91 ຕື້ກີບ ຫຼື ເທົ່າກັບ 59,65%.

ຜ່ານການຈັດເກັບລາຍຮັບຕົວຈິງໃນ 09 ເດືອນ ປີ 2019 ( ນັບແຕ່ວັນທີ 01 ມັງກອນ ຫາ 30 ກັນຍາ 2019 ສາມາດປະຕິບັດໄດ້ 77,5 ຕື້ກວ່າກີບ, ຖ້າທຽບໃສ່ໄລຍະດຽວ 09 ເດືອນຂອງປີ 2018 ( 85,2 ຕື້ກວ່າກີບ ), ຖ້າທຽບໃສ່ແຜນການ 09 ເດືອນຂອງປີນີ້ປະຕິບັດໄດ້ 77,5 ຕື້ກວ່າກີບ ເທົ່າກັບ 90,96 % ຖ້າທຽບໃສ່ການຈັດເກັບລາຍຮັບຕົວຈິງໃນໄລຍະດຽວກັນຂອງປີນີ້ໃສ່ປີກາຍເຫັນວ່າຫຼຸດລົງ 09,04 % ເທົ່າກັບ 7,7 ຕື້ກວ່າກີບ.
ທ່ານ ກ່າວຕື່ມວ່າ : ການຈັດເກັບລາຍຮັບເຂົ້າງົບປະມານໃນໄລຍະ 09 ເດືອນຂອງ 2019 ບໍ່ໄດ້ຕາມແຜນການທີ່ຕັ້ງເປົ້າໄວ້ແມ່ນເກີດຈາກ 03 ສາເຫດຫຼັກ ອັນສຳຄັນແມ່ນການເພີ່ມຕົວເລກການຈັດເກັບລາຍຮັບຫຼາຍກວ່າປີຜ່ານມາ, 2. ໃນໄລຍະ 09 ເດືອນປີ 2019 ຜ່ານມານີ້ ສະເພາະເດືອນກຸມພາປີ 2019 ແມ່ນໄລຍະພັກບຸນປີໃໝ່ຂອງ ສ.ສ ຫວຽດນາມຫຼາຍວັນຕິດຕໍ່ກັນ.

ສະນັ້ນ, ເຮັດໃຫ້ການສົ່ງອອກ – ນໍາເຂົ້າສິນຄ້າທຸກໝວດຫຼຸດລົງ ເຊິ່ງການຈັດເກັບລາຍຮັບໃນເດືອນກຸມພາໄດ້ພຽງແຕ່ 49% ເທົ່າກັບ 5,3 ຕື້ກວ່າກີບ ແລະ ໄລຍະແຕ່ວັນທີ 07-14 ກັນຍາປີ 2019 ເສັ້ນທາງເລກທີ 12 ຖືກນໍ້າຖ້ວມລົດບໍ່ສາມາດສັນຈອນໄປມາໄດ້ເຮັດ ໃຫ້ການສົ່ງອອກ-ນຳເຂົ້າສິນຄ້າຖືກຢຸດສະຫງັກ ກະທົບເຖິງລາຍຮັບປະມານຕື້ກວ່າກີບການນຳເຂົ້ານໍ້າມັນແອັດຊັງຫຼຸດລົງ 506.900 ລິດຄິດໄລ່ເປັນຄ່າພາສີ – ອາກອນເທົ່າກັບ 102.637.200 ກີບ, ໃນນີ້ມີນ້ຳມັນກາຊວນເພີ່ມ 1.006.370 ລິດຄິດໄລ່ເປັນພາສີ-ອາກອນ 2 ຕື້ກວ່າກີບ .

ເຖິງຢ່າງໃດກໍ່ຕາມໃນ 3 ເດືອນທ້າຍປີ 2019 ນີ້ທາງດ່ານສາກົນນາເພົ້າຈະເລັ່ງເກັບລາຍຮັບເພີ່ມໃຫ້ໄດ້ອີກ 52,4 ຕື້ກວ່າກີບ ເທົ່າກັບ 40,34% ຈຶ່ງໄດ້ຕາມແຜນການ 130 ຕື້ກີບ .

ທີ່ມາ: khammouane news