“ເປົ້າໝາຍຄືນັກການທູດ” ແຮງພັກດັນ “ໄນ່ຍານ” ຄວ້າກຽດນິຍົມສາຂາການຕ່າງປະເທດ

351

ໄນ່ຍ່ານ ແຊ່ຈ່າວ ຫຼື ໄນ່, ປັດຈຸບັນ ອາຍຸ 22 ປີ, ອະດີດນັກຮຽນເກັ່ງລະດັບແຂວງ ດ້ວຍຄວາມມຸ້ງໝັ້ນພັດທະນາຕົນເອງມາຂຶ້ນມາເລື້ອຍໆ ດ້ວຍຄວາມໄຝ່ຝັນຢາກເປັນນັກການທູດ ກາຍເປັນກຳລັງແຮງໃຫ້ເດັກຕ່າງແຂວງຄົນໜຶ່ງສາມາດຄວ້າໄດ້ໃບປະກາສະນີຍະບັດກຽດນິຍົມລະດັບປະລິນຍາຕີ ສາຂາ ການຕ່າງປະເທດ ຈາກຄະນະນິຕິສາດ ແລະ ລັດຖະສາດ, ມະຫາວິທະຍາໄລແຫ່ງຊາດມາຄອງໄດ້ສຳເລັດ.

*

ໄນ່ຍ່ານ ໄດ້ເລົ່າສູ່ຟັງວ່າ: ຕົນເອງເກີດຢູ່ບ້ານ ພູຈອງ ເມືອງ ນານ ແຂວງ ຫຼວງພະບາງ ເຊິ່ງປັດຈຸບັນແມ່ນໄດ້ຍ້າຍໄປຢູ່ແຂວງ ໄຊຍະບູລີ. ສໍາລັບເຫດຜົນທີ່ເລືອກມາຮຽນຂາສານີ້ແມ່ນນ້ອງຢາກເປັນນັກການທູດ ຢາກເປັນສ່ວນໜຶ່ງໃນການພັດທະນາປະເທດຊາດ ສຳລັບໄນ່ແລ້ວ ບໍ່ຄ່ອຍໄດ້ໄປຫຼິ້ນຫຼາຍ ເພາະສ່ວນໃຫຍ່ຈະໃຊ້ເວລາຮຽນໜັງສືຫຼາຍກວ່າ ເພາະຢາກພັດທະນາຕົນເອງໃຫ້ດີຂຶ້ນ ໄນ່ວາດຝັນໃຫ້ກັບຕົນເອງວ່າມື້ໜຶ່ງຈະໄດ້ເປັນຕົວແທນປະເທດລາວໄປປະຈຳຢູ່ຕ່າງປະເທດ.

width=*

ດ້ວຍຄວາມມຸ້ງຫວັງຕັ້ງໃຈຢາກເປັນນັກການທູດ ເມື່ອກ້າວເຂົ້າສູ່ຮົ້ວມະຫາວິທະຍາໄລໄນ່ຍ່ານ ຂ້ອນຂ້າງລຳບາກສົມຄວນ ເນື່ອງຈາກຂາດທຶນຮອນໃນການຮຽນ ເພາະຄອບຄົວມີອ້າຍເອື້ອຍນ້ອງນໍາກັນຫຼາຍຄົນ ແລະ ພໍ່ແມ່ກໍຕ້ອງໄດ້ສົ່ງລູກຮຽນເຖິງ 3 ຄົນໃນເວລາດຽວກັນ ຈຶ່ງເຮັດໃຫ້ຕ້ອງອົດຢາກໃນບາງເວລາແຕ່ບໍ່ເຄີຍທໍ້ຖອຍ ແລະບໍ່ຍອມຖີ້ມຄວາມຫວັງທີ່ຝັນໄວ້.

ໄນ່ບອກວ່າ ການສຶກສາຮ່ຳຮຽນຂອງຕົນບາງຄັ້ງເຖິງຈະບາດເຂີນແຕ່ມີຄອບຄົວ, ໝູ່ເພື່ອນຄອຍເປັນກໍາລັງໃຈ ແລະ ຄອຍສະໜັບສະໜູນ ບໍ່ວ່າຈະເປັນທາງດ້ານວັດຖຸ ແລະ ຈິດໃຈ ແລະ ທີ່ສຳຄັນໃນຄວາມໂຊກຮ້າຍກໍ່ຍັງມີຄວາມໂຊກດີ ເນື່ອງຈາກໄນ່ຮັບທຶນການຊ່ວຍເຫຼືອຈາກ FUJIMOTO ເຊິ່ງເປັນທຶນຊ່ວຍເຫຼືອທາງດ້ານການເງິນໃຫ້ແກ່ນັກຮຽນທີ່ຮຽນເກັ່ງ ແຕ່ຂາດທຶນຮອນໃນການຮຽນໃນຢູ່ມະຫາວິທະຍາໄລ.

ໄນ່ບອກວ່າເຄັດລັບທີ່ເຮັດໃຫ້ຮຽນໄດ້ຄະແນນດີ ຫຼື ຮຽນເກັ່ງແມ່ນ ຄວາມພະຍາຍາມ, ຄວາມດຸໝັ່ນ ແລະ ເວລາຮຽນແມ່ນຕັ້ງໃຈຟັງຄໍາອະທິບາຍຂອງອາຈານ, ໝັ່ນຕອບຄໍາຖາມອາຈານ ແລະ ໝັ່ນເຮັດວຽກບ້ານ ຫຼື ບົດລາຍງານທີ່ອາຈານເອົາໃຫ້ ເພາະວຽກບ້ານ ຫຼື ບົດລາຍງານທີ່ອາຈານເອົາໃຫ້ແມ່ນຈະຊ່ວຍໃຫ້ເຮົາເຂົ້າໃຈບົດຮຽນຫຼາຍຂຶ້ນ ແລະ ທີ່ສຳຄັນເຮັດໃຫ້ເຮົາໄດ້ສົນທະນາກັບໝູ່ເວລາເຮັດບົດລາຍງານເປັນກຸ່ມ ພ້ອມທັງໄດ້ຊອກຂໍ້ມູນມາວິເຄາະດ້ວຍຕົນເອງ, ຖ້າຫາກບໍ່ເຂົ້າໃຈກໍ່ຈະຖາມໝູ່ທີ່ເກັ່ງກວ່າ ຫຼື ອາຈານ.

ນອກຄວາມຄວາມຫວັງຄວາມຝັນທີ່ຢາກເປັນນັກການທູດແລ້ວ ໄນ່ຍັງໄດ້ຮັບແຮງບັນດານໃຈຈາກ ລຸ້ນເອື້ອຍລຸ້ນອ້າຍທີ່ເປັນນັກຮຽນເກັ່ງ ເຮັດໃຫ້ຕົນຢາກພັດທະນາໃຫ້ມີມື້ຢືນຢູ່ຈຸດທີ່ເຂົາຢືນ ຢາກຈະໄປເສັງນັກຮຽນເກັ່ງຄືກັບເຂົາເຈົ້າເຫຼົ່ານັ້ນ ຕົນເອງຈຶ່ງພະຍາຍາມຕັ້ງໃຈຮຽນມາແຕ່ສະໄໝຢູ່ສາມັນ.

ໄນ່ມັກເຮັດກິດຈະກໍາຕ່າງໆຫຼັງເລີກຮຽນ ຫຼື ເວລາວ່າງເປັນຕົ້ນແມ່ນ: ການເຂົ້າຮ່ວມກິດຈະກໍາຕ່າງໆທີ່ທາງຄະນະຈັດຂຶ້ນເຊັ່ນ: ການແຂ່ງຂັນສານຈໍາລອງ, ການແຂ່ງຂັນຕອບຄໍາຖາມກ່ຽວກັບບັນດາປະເທດສະມາຊິກໃນອາຊຽນ (ASEAN quiz), University Challenge Quiz, ກອງປະຊຸມສະຫະປະຊາຊາດຈໍາລອງ (Model United Nations), ແລະ ນ້ອງຍັງໄດ້ເຂົ້າຮ່ວມເປັນສະມາຊິກກຸ່ມນັກສຶກສາພາກພົວພັນສາກົນ ໄດ້ເຮັດວຽກ ແລະ ຈັດກິດຈະກໍາຕ່າງໆທີ່ທາງກຸ່ມຈັດຂຶ້ນ. ພ້ອມດຽວກັນນັ້ນ ນ້ອງຍັງໄດ້ສະໝັກເປັນຄະນະຈັດກອງປະຊຸມ ປະຊາຄົມນັກສຶກສາກົດໝາຍອາຊີ ໃນປີ 2018 ທີ່ຈັດຂຶ້ນຢູ່ລາວ (ALSA Conference Laos 2018)

*

ທັງໝົດເຫຼົ່ານັ້ນໄດ້ກາຍເປັນພື້ນຖານທີ່ເຂັ້ມແຂງໃຫ້ໄນ່ສາມາດເປັນເຈົ້າຂອງປະກາສະນຍະບັດກຽດນິຍົມສາຂາຕ່າງປະເທດປີນີ້ ແລະ ຫຼັງສຳເລັດການສຶກສາຈົນຄວ້າໄດ້ກຽດນິຍົມ ໄນ່ບອກວ່າ ພາກພູມໃຈຫຼາຍທີ່ກັບຄວາມທຸ່ມເທຕົນເອງຖືວ່າສິ່ງທີ່ໄດ້ລົງທຶນລົງແຮງ ແລະສະຕິປັນຍາໄປແລ້ວນັ້ນບໍ່ໄດ້ສູນເປົ່າ ທີ່ສໍາຄັນທີ່ສຸດຄືນ້ອງສາມາດເຮັດໃຫ້ຄອບຄົວມີຄວາມພູມໃຈໃນຕົວນ້ອງໄດ້.

ສຳລັບຄະຕິເຕືອນໃຈເມື່ອພົບບັນຫາ ໄນ່ມັກບອກຕົວເອງວ່າ “ມີບັນຫາຢ່າທໍ້ແທ້ ມີທາງແກ້ຢູ່ສະເໝີ”. ເຊິ່ງນ້ອງຄິດຢູ່ສະເໝີວ່າທຸກຄົນທີ່ເກີດມາໃນໂລກນີ້ລ້ວນແຕ່ຕ້ອງປະສົບພົບພໍ້ກັບອຸປະສັກ ສະນັ້ນແລ້ວ ເວລາພົບກັບອຸປະສັກຕ່າງໆນ້ອງຈະບໍ່ຍອມແພ້ ແລະ ຈະຜ່ານມັນໄປໃຫ້ໄດ້.

*

ສິ່ງທີ່ຢາກຝາກເຖິງຜູ້ທີ່ກໍາລັງສຶກສາຢູ່ຕອນນີ້ກໍຄື: ຢາກໃຫ້ເອົາໃຈໃສ່ໃນການສຶກສາ ຄົ້ນຄວ້າຮໍ່າຮຽນ, ໃຊ້ເວລາວ່າງໃຫ້ເປັນປະໂຫຍດໂດຍການໄປຫຼີ້ນກິລາ ຫຼື ເຂົ້າຮ່ວມກິດຈະກໍາເພື່ອສັງຄົມຕ່າງໆ ຫຼື ເຂົ້າຮ່ວມກິດຈະກໍາທີ່ຈະເຮັດໃຫ້ຕົນເອງໄດ້ຮັບຄວາມຮູ້ ຫຼື ປະສົບການເປັນພື້ນຖານກ່ອນອອກຈາກຮົ້ວມະຫາວິທະຍາໄລ.

ທ້າຍສຸດນີ້ໄນ່ຢາກຝາກຄໍາຄົມສັ້ນໆເຖິງຜູ້ທີ່ກໍາລັງສຶກສາ ບາງເທື່ອອາດຈະເປັນປະໂຫຍດແກ່ທຸກໆທ່ານນັ້ນກໍ່ຄື “ວຽກງານໃນມື້ນີ້ ຢ່າປະວາງໄວ້ໃນມື້ອື່ນ ຕື່ນເຊົ້າມາຄາຄ້ານຊິວ່າຫຼາຍ”