4 ວິທີຮຽນໃຫ້ເກັ່ງຂອງ ປຸ້ຍ ເກດມະນີ ນາງສາວນະຄອນຫຼວງ 2019

101

ຫຼາຍໆຄົນຄົງຮູ້ແລ້ວວ່າ ສາວ ປຸ້ຍ ເກດມະນີ ວົງປະເສີດ ນາງສາວນະຄອນຫຼວງ 2019 ຈົບການສຶກສາເປັນທີ່ຮຽບຮ້ອຍແລ້ວ ທີ່ຄະນະເສດຖະສາດ ແລະ ບໍລິຫານທຸລະກິດ ສາຂາ ເສດຖະສາດພາກລັດ ທີ່ ມະຫາວິທະຍາໄລແຫ່ງຊາດ ຄວ້າໃບປະກາດແດງ ຄອບຄົວ ໝູ່ເພື່ອນ ແລະ ແຟນຄັບຕ່າງຮ່ວມສະແດງຄວາມຍິນດີນໍາ.

ຕະຫຼອດໄລຍະເວລາທີ່ສາວ ປຸ້ຍ ສຶກສາຢູ່ທີ່ມະຫາວິທະຍາໄລ ນອກຈາກຮຽນໜັງສືແລ້ວ ສາວປຸ້ຍນັບວ່າເປັນເດັກກິດຈະກໍາເລີຍແຫຼະ ແຖມຍັງຮຽນເພີ່ມ ແລະ ຕ້ອງແບ່ງເວລາມາຕາມຫາຄວາມຝັນໃນເວທີປະກວດ, ບໍ່ວ່າຈະເປັນ Miss World 2018, ນາງສາວນະຄອນຫຼວງ 2019 ທີ່ຫຼັງຈາກໄດ້ຮັບຕໍາແໜ່ງກໍໄດ້ອອກງານ ປະຕິບັດໜ້າທີ່ຕ່າງໆຫຼາຍຢ່າງ…

ຫຼາຍຄົນອາດສົງໄສວ່າ ສາວປຸ້ຍ ບໍລິຫານເວລາແນວໃດ ມີວິທີຮຽນແນວໃດຈຶ່ງໄດ້ຄະແນນດີ ແຖມຍັງໄດ້ໃບປະກາດແດງອີກ…
ມື້ນີ້ແອັດມິນເລີຍນໍາເອົາເຄັດລັບວິທີຮຽນທີ່ສາວ ປຸ້ຍເອງໂພສໄວ້ໃຫ້ເຮົາຮູ້ຕໍ່ໆກັນ ຄື 4 ວິທີ ຮຽນໃຫ້ໄດ້ຄະແນນດີ ຈື່ບົດຮຽນ ແລະ ເຂົ້າໃຈງ່າຍຕາມນີ້:

1 ບໍ່ເຂົ້າໃຈ ຕ້ອງຖາມ: ການຖາມໃນສິ່ງທີ່ເຮົາສົງໄສ ບໍ່ແມ່ນເລື່ອງທີ່ໜ້າອາຍ ແຕ່ເປັນເຕັກນິກໃນການຮຽນຮູ້ທີ່ສໍາຄັນອີກຢ່າງໜຶ່ງທີ່ຊ່ວຍໃຫ້ເຮົາເຂົ້າໃຈບົດຮຽນໄດ້ໄວຂຶ້ນ. ເພາະວ່າຖ້າເກີດຂໍ້ສົງໄສແລ້ວບໍ່ຖາມ ອາດເຮັດໃຫ້ເຮົາເຂົ້າໃຈຜິດ ແລະ ບໍ່ສາມາດສືບຕໍ່ບົດຮຽນໃໝ່ໄດ້ ເນື່ອງຈາກບົດຮຽນເກົ່າກໍຍັງສັບສົນຢູ່.

ສະນັ້ນ, ທຸກຄົນຕ້ອງກ້າທີ່ຈະຖາມ ການຖາມຄູໃນຫ້ອງຮຽນບໍ່ແມ່ນເລື່ອງທີ່ໜ້າອາຍ ຫຼື ຜູ້ໃດບໍ່ກ້າຖາມຄູອາຈານກໍສາມາດຖາມໝູ່ຄົນທີ່ເຂົ້າໃຈເພື່ອອະທິບາຍໃຫ້ເຮົາຟັງໄດ້ ແລະ ທີ່ສໍາຄັນຄົນທີ່ຖາມກໍບໍ່ໄດ້ໝາຍຄວາມວ່າເປັນຄົນຮຽນບໍ່ໄດ້ສະເໝີໄປ.

2 ຈື່ດີກວ່າຈົດ ຈື່ບໍ່ໝົດຈົດເອົາດີກວ່າ: ການມີສະມາທິ ຕັ້ງໃຈເບິ່ງ ຕັ້ງໃຈຟັງ ແລະ ຈື່ຄໍາອະທິບາຍຂອງອາຈານເປັນສິ່ງໜຶ່ງທີ່ສໍາຄັນ ເພາະບັນດາຄໍາອະທິບາຍຕ່າງໆລ້ວນແຕ່ເປັນເນື້ອໃນ ໃນບົດເສັງເກືອບທັງໝົດ.

ເຊິ່ງເຮົາບໍ່ຈໍາເປັນຕ້ອງຈົດເອົາທຸກຄໍາເວົ້າກໍໄດ້, ຈົດເອົາແຕ່ຈຸດທີ່ສໍາຄັັນແລ້ວທໍາຄວາມເຂົ້າໃຈ; ໃນແຕ່ລະຫົວຂໍ້ ແຕ່ລະບົດ ເນື້ອໃນການຮຽນການສອນກໍຈະຍາກງ່າຍແຕກຕ່າງກັນໄປ ບາງບົດອາດຈະມີຄໍາສັບທີ່ເປັນສັບສະເພາະ ມີບົດເລກໃຫ້ຄິດໄລ່. ແຕ່ຖ້າໃຜມີບັນຫາຈົດບໍ່ທັນ ອາຈານເວົ້າໄວ ເວົ້າບໍ່ເຂົ້າໃຈ, ແນະນໍາໃຫ້ທຸກຄົນອັດສຽງຕອນທີ່ອາຈານສອນໄວ້ເດີ້ ຈຸດໃດທີ່ເຮົາຈົດບໍ່ທັນກໍສາມາດນໍາມາຟັງຄືນ ແລ້ວຈົດໃໝ່ໄດ້.

ສະນັ້ນ, ການທີ່ຈົດຄໍາອະທິບາຍຂອງຄູອາຈານຈຶ່ງເປັນອີກໜຶ່ງເຄັດລັບໃນການສອບເສັງໄດ້ຄະແນນດີ.

3 ສອນໝູ່ໃນສິ່ງທີ່ເຮົາເຂົ້າໃຈ: ການສອນ ຫຼື ການແບ່ງປັນສິ່ງທີ່ຕົນເອງຮູ້ ເຂົ້າໃຈ ກໍເປັນອີກໜຶ່ງວິທີທີ່ສາມາດຊ່ວຍໃຫ້ເຮົາຈົດຈໍາບົດຮຽນໃຫ້ໄວຂຶ້ນ. ການສອນໝູ່ກໍເປັນການທົບທວນບົດຮຽນໃຫ້ແກ່ໂຕເອງອີກແບບໜຶ່ງເພື່ອຝຶກຄວາມຈື່ຈໍາ ເພາະກ່ອນທີ່ເຮົາຈະສອນໝູ່ ກໍຕ້ອງມີການທໍາຄວາມເຂົ້າໃຈ, ມີການສັງເກດວ່າຈຸດໃດທີ່ສໍາຄັນ ແລະ ມີການຮຽບຮຽງບົດຮຽນຄືນ ເພື່ອອະທິບາຍໃຫ້ໝູ່ເພື່ອນເຂົ້າໃຈ.

4 ສະຫຼຸບບົດຮຽນກ່ອນເສັງ: ເປັນອີກວິທີໜຶ່ງທີ່ເຮັດແລ້ວໄດ້ຜົນທີ່ສຸດໃນການສອບເສັງໄດ້ຄະແນນດີ ກໍຄືການສະຫຼຸບບົດຮຽນຄືນກ່ອນເສັງ. ເພາະການທີ່ເຮົານໍາເອົາບົດຮຽນ ຫຼື ຄໍາອະທິບາຍຂອງອາຈານມາສະຫຼຸບເປັນແບບຂອງເຮົາເອງນັ້ນຈະຊ່ວຍໃຫ້ເຮົາຈື່ຈໍາໄດ້ດີຂຶ້ນ. ເນື່ອງຈາກເຮົາຕ້ອງມີການອ່ານຄືນ ຮຽບຮຽງຄືນ ເພື່ອຂຽນບົດຮຽນ ຫຼື ຄໍາອະທິບາຍນັ້ນມາໃນແບບຂອງເຮົາເອງ.

ຖືວ່ານີ້ເປັນອີກເຄັດບໍ່ລັບທີ່ຊ່ວຍໃຫ້ສາວປຸ້ຍຮຽນໄດ້ຄະແນນດີ ຄວ້າໃບປະກາດແດງມາແລ້ວ ແລະ ກໍເຊື່ອແນ່ວ່າແຕ່ລະຄົນມີວິທີຮຽນທີ່ແຕກຕ່າງກັນໄປ ເຊິ່ງ 4 ວິທີຂ້າງເທິງນັ້ນ ຫາກນ້ອງໆ ຫຼື ໝູ່ເພື່ອນທ່ານໃດປະຕິບັດຕາມຮັບຮອງວ່າຈະຊ່ວຍໃຫ້ຜົນການຮຽນດີຂຶ້ນບໍ່ຫຼາຍກໍ່ໜ້ອຍ.