ຢູ 19 ລາວ ກຽມລຸຍບານເຕະຊີງແຊັມອາຊີ 2020 ຮອບຄັດເລືອກ

56

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ພາຍໃນການນໍາທີມຂອງ ທ່ານ Sundram Moorthy ຫົວໜ້າຄູຝຶກຊາວມາເລເຊຍ ກຽມນໍາທີມເຂົ້າຮ່ວມການແຂ່ງຂັນບານເຕະຊາຍຊີງແຊັມອາຊີ ຮຸ່ນອາຍຸບໍ່ເກີນ 19 ປີ ຮອບຄັດເລືອກ 2020 ( AFC U – 19 CHAMPIONSHIP 2020 Qualifiers ) ທີ່ໄຕ້ຫວັນ ລະ ຫວ່າງວັນທີ 6 – 10 ພະຈິກ 2019.

ຄວາມເຄື່ອນໄຫວຫຼ້າສຸດຂອງ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 19 ປີ ທ່ານ Sundram Moorthy ຫົວໜ້າຄູຝຶກຊາວມາເລເຊຍ ໄດ້ຄັດເລືອກນັກກີລາເຫຼືອ 30 ຄົນສຸດທ້າຍ ເມື່ອທ້າຍອາທິດທີ່ຜ່ານມາ ຫຼັງຈາກເລີ່ມຝຶກຊ້ອມມາຕັ້ງແຕ່ທ້າຍເດືອນກັນຍາ 2019 ແລະ ຈະສືບຕໍ່ຄັດເລືອກໃຫ້ເຫຼືອ 26 ກ່ອນອອກເດີນທາງອຸ່ນເຄື່ອງ ທີ່ປະເທດໄທ ລະຫວ່າງວັນທີ 16 – 22 ຕຸລາ 2019.

ສໍາລັບທີມຊາດລາວ ຢູ່ກຸ່ມ H ປະກອບມີ: ອົສຕຣາລີ, ໄຕ້ຫວັນ ( ເຈົ້າພາບ ), ມາເກົ໊າ ແລະ ລາວ, ສ່ວນຕາຕະລາງການແຂ່ງຂັນທີມຊາດລາວ ມີດັ່ງນີ້: ວັນທີ 6 ພະຈິກ 2019 ເວລາ 16:00 ໂມງ ພົບ ທີມຊາດອົສ ຕຣາລີ, ວັນທີ 8 ພະຈິກ 2019 ເວລາ 19:00 ໂມງ ພົບ ໄຕ້ຫວັນ ແລະ ວັນທີ 10 ພະຈິກ 2019 ເວລາ 16:00 ໂມງ ພົບ ມາເກົ໊າ ໂດຍທຸກໆນັດແມ່ນແຂ່ງຂັນທີ່ສະໜາມ National Stadium ( Kaohsiung City ) ໄຕ້ຫວັນ.

( ຄໍາສອນ; ຮູບຈາກ: ສຕລ )