ຄວາມຄືບໜ້າ ແລະຂໍ້ແທ້ຈິງເຫດການລະເບີດຫີນຢູ່ເມືອງນ້ຳບາກ

175

 

ເຫດລະເບີດຫີນຢູ່ໂຮງງານຊີມັງນ້ຳຖ້ວມ ເມືອງນ້ຳບາກ ແຂວງຫຼວງພະບາງ ທີ່ເປັນຂ່າວໂດ່ງດັງໃນຄ່ຳຂອງວັນທີ 5 ຕຸລາຜ່ານມານັ້ນ ພວກເຮົາຕ່າງຄົນຕ່າງບໍ່ຮູ້ຄວາມຈີງຂອງຂ່າວ ສະນັ້ນມື້ນີ້ເຮົາມາຟັງຄວາມຈີງຈາກເຈົ້າໜ້າທີ່ພາກລັດທີ່ໄດ້ລົງກວດກາສະຖານທີ່ເກີດເຫດວ່າຕົ້ນປາຍສາເຫດເປັນແນວໃດແທ້!!!

ຕາມການລາຍງານເບື້ອງຕົ້ນໃຫ້ຮູ້ວ່າ: ການລະເບີດຫີນຄັ້ງນີ້ທີ່ເຮັດໃຫ້ເກີດຄວາມເສຍຫາຍຫຼາຍເນື່ອງຈາກ ວິຊາການບໍ່ປະຕິບັດຕາມທີ່ເຄີຍເຮັດຜ່ານມາໂດຍໃນຕອນແລງຂອງວັນທີ 5 ຕຸລາ 2019 ນີ້ ໄດ້ມີການລະເບີດຫີນ ເພື່ອເອົາຫີນປູນເຂົ້າເປັນວັດຖຸດີບປ້ອນໂຮງງານຊີມັງນ້ຳຖ້ວມ ເມືອງນ້ຳບາກ ຕາມປົກກະຕິ ແຕ່ເຫດການຄັ້ງນີ້ ໄດ້ສ້າງຄວາມສູນເສຍ ທາງດ້ານຊີວິດ ແລະຊັບສີນຂອງປະຊາຊົນຢູ່ບ້ານໂພນມະນີຈຳນວນໜື່ງ.

 

ທ່ານ ຄຳວອນ ແກ້ວລຸນໜູນ ຮອງເຈົ້າເມືອງນ້ຳບາກ ໄດ້ໃຫ້ສຳພາດວ່າ: ທຸກຄັ້ງກ່ອນຈະມີການລະເບີດຫີນ ອົງການປົກຄອງເມືອງ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອລົງຕິດຕາມ-ກວດກາ ຢ່າງໃກ້ສິດ ທັງໄດ້ຊີ້ນຳໃຫ້ມີການປະກອບພິທີທາງສາສະໜາທຸກຄັ້ງ ກ່ອນການລະເບີດຫີນ, ຕາມປົກກະຕິ ຄວາມແຮງຂອງລະເບີດຈະບໍ່ມີຜົນກະທົບມາຮອດເຮືອນປະຊາຊົນ ແຕ່ເທື່ອນີ້ ເຫັນວ່າລະເບີີດໄດ້ອອກທາງຂ້າງຂອງຜາຫີນ ແລະຝົ້ງມາຮອດບ້ານຂອງປະຊາຊົນ ອັນເປັນເຫດເຮັດໃຫ້ມີຄົນເສຍຊີວິດ 1 ຄົນ, ບາດເຈັບ 23 ຄົນ, ຍີງ 5 ຄົນ, ໃນນັ້ນ ເປັນຄົນຈີນີ 1 ຄົນ ແລະບາດເຈັບສາຫັດ 8 ຄົນ, ຍີງ 1 ຄົນ ແລະຄົນຈີນ 1 ຄົນ.

 

 

ທ່ານ ຄຳວອນ ແກ້ວລຸນໜູນ ໃຫ້ຮູ້ຕື່ມວ່າ: ປະຈຸບັນເຈົ້າໜ້າທີ່ ແລະວິິຊາການກ່ຽວຂ້ອງ ພວມເລັ່ງເກັບກຳຂໍ້ມູນຜົນເສຍຫາຍຕົວຈີງ ແລະຈະມີການລາຍງານເຖິງພາກສ່ວນກ່ຽວຂ້ອງ ເພື່ອຊອກວິທາງແກ້ໄຂ ທັງວາງມາດຕະການໃຫ້ເຂັ້ມງວດຕື່ມ ເພື່ອບໍ່ໃຫ້ເກີດເຫດການແບບນີ້ຂື້ນອີກ.