ປັນຈັກສີລັດລາວ ສ້າງຜົນງານໂດດເດັ່ນ ລາຍການຊີງແຊັມໂລກ ທີ່ປະເທດໄທ

127

ທັບນັກກີລາປັນຈັກສີລັດລາວ ສ້າງຜົນງານຢ່າງໂດດເດັ່ນ ໃນການແຂ່ງຂັນປັນຈັກສີລັດຊີງແຊັມໂລກ ຫາດຊາຍ ຄັ້ງທີ 1 ທີ່ແຂວງພູເກັດ ປະເທດໄທ ລະຫວ່າງວັນທີ 30 ກັນຍາ – 4 ຕຸລາ 2019 ສາມາດຍາດໄດ້ 3 ຫຼຽນເງິນ ແລະ 3 ຫຼຽນທອງ.

ອີງຕາມການລາຍງານຂອງ ທ່ານ ຮ້ອຍເອກ ທິບພົງພັດ ມະນີວົງ ຫົວໜ້າຄະນະທັບນັກກີລາປັນຈັກສີລັດທີມຊາດລາວ ລາຍງານວ່າ: ການເດີນທາງໄປຄັ້ງນີ້ມີ 12 ຄົນແບ່ງເປັນ ຄະນະ 1 ທ່ານ, ຄູຝຶກ 1 ທ່ານ ແລະ ກໍາມະການອີກ 3 ທ່ານ, ສ່ວນນັກກີລາປະກອບມີ 7 ຄົນ ( ຍິງ 2 ຄົນ ), ເຊິ່ງມາຮອດວັນທີ 2 ຕຸລາ 2019 ສາມາດຍາດໄດ້ 2 ຫຼຽນທອງຈາກປະເພດຟ້ອນດ່ຽວ ແລະ ຟ້ອນຄູ່.

ຜ່ານການແຂ່ງຂັນປາກົດວ່າ: ທັບນັກກີລາປັນຈັກສີລັດລາວ ສາມາດຍາດໄດ້ 3 ຫຼຽນເງິນ ແລະ 3 ຫຼຽນທອງດັ່ງນີ້:
3 ຫຼຽນເງິນໄດ້ຈາກ
-ນາງ ນ້ອງອ້ອຍ ວົງພັກດີ ລຸ້ນ 60kg
-ນາງ ນຸ້ມຕາວັນ ທໍາມະວົງສາ ລຸ້ນ 45kg
-ທ້າວ ຈັນສະຫມອນ ພົມໂສພາ ລຸ້ນ 60kg

3ຫລຽນທອງ:
-ຟ້ອນດ່ຽວ: ທ້າວ ສຸກສະຫວັນ ຈັນທິລາດ
-ຟ້ອນຄູ່: ທ້າວ ສຸກສະຫວັນ ຈັນທິລາດ ກັບ ທ້າວ ສຸກສະຫວັນ ຈັນທິລາດ
ສິບໂທ ໂບ້ ທໍາມະວົງສາ ລຸ້ນ 55kg

ຂ່າວ: ຄໍາສອນ
ຂອບໃຈຮູບຈາກ: Pencak silat lao