ທະນາຄານອາເຮັສບີລາວ ຈັດກິດຈະກຳຊ່ວຍໂຮງຮຽນເພຍວັດ

174

ທະນາຄານອາເຮັສບີ ລາວ ນັບແຕ່ເຂົ້າມາດຳເນີນທຸລະກິດຢູ່ ສປປ ລາວ  ນອກຈາກຈະເອົາໃຈໃສ່ຊຸກຍູ້ກິດຈະການຂອງຕົນໃຫ້ເຕີບໂຕໄວສາມາດປະກອບສ່ວນສ້າງລາຍຮັບແກ່ປະເທດຊາດ, ສ້າງວຽກເຮັດງານທຳໃຫ້ປະຊາຊົນລາວແລ້ວຍັງມີກິດຈະກຳຊ່ວຍເຫຼືອສັງຄົມໃນແຕ່ລະປີ. ຫຼ້າສຸດ, ໃນວັນ 05 ຕຸລາ 2019 ທະນາຄານອາເຮັສບີ ລາວ ຈັດກິດຈະກໍາເພື່ອຊຸມຊົນທີ່ໂຮງຮຽນມັດທະຍົມສົມບູນເພຍວັດ ບ້ານເພຍວັດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໂດຍເປົ້າໝາຍຂອງໂຄງການໃນປີນີ້ແມ່ນການຂະຫຍາຍຕົວແບບຍືນຍົງ.

ການມອບເຄື່ອງໃນຄັ້ງນີ້ປະກອບມີໂຕະ – ຕັ່ງນັກຮຽນ ຈຳນວນ 20 ຊຸດ ໃຫ້ແກ່ໂຮງຮຽນມັດທະຍົມສົມບູນເພຍວັດ ເພື່ອສ້າງແຮງຊຸກຍູ້ເປັນສ່ວນໜຶ່ງໃນການປະກອບສ່ວນສ້າງເງື່ອນໄຂດ້ານການສຶກສາໃຫ້ໂຮງຮຽນໄດ້ມີການປ່ຽນແປງທີ່ດີຂຶ້ນ, ໃຫ້ກຽດມອບໂດຍ ທ່ານ Danny Ling ຜູ້ອຳນວຍການໃຫຍ່ ທະນາຄານອາເຮັສບີ ລາວ ຈຳກັດ, ຕາງໜ້າຈາກທາງໂຮງຮຽນມັດທະຍົມສົມບູນເພຍວັດ ຮັບໂດຍ ທ່ານ ອາຈານ ຄໍາວອນ ສໍຫຼວງໂຄດ ອຳນວຍການໃຫຍ່ ໂຮງຮຽນມັດທະຍົມສົມບູນເພຍວັດ.

ກິດຈະກຳເພື່ອຊຸມຊົນຂອງ ທະນາຄານອາເຮັສບີ ລາວ ແມ່ນກິດຈະກຳປະຈຳປີທີ່ກຸ່ມທະນາຄານອາເຮັສບີ ໃນບັນດາ 10 ປະເທດພາກພື້ນອາຊີຈັດຂຶ້ນພ້ອມກັນ. ກິດຈະກຳດັ່ງກ່າວແມ່ນເປັນການຈັດຂຶ້ນເພື່ອຕອບແທນໃຫ້ກັບຊຸມຊົນທີ່ທະນາຄານອາເຮັສບີ ດຳເນີນກິດຈະການຢູ່.