ຫວຽດນາມ-ກຳປູເຈຍ ອອກຖະແຫລງການຮ່ວມ ເຖິງຜົນສຳເລັດການຢ້ຽມຢາມຫວຽດນາມ ຂອງທ່ານຮຸນແຊນ

156
Vietnamese Prime Minister Nguyen Xuan Phuc, right, speaks as his Vietnamese counterpart Hun Sen listens at a press briefing at the Government office in Hanoi, Vietnam, Friday, Oct. 4, 2019. Hun Sen is on an official visit to Vietnam from Oct. 4-5, 2019. (Duc Thanh/Pool Photo via AP)

(VOVWORLD) ວັນທີ 5 ຕຸລາ, ຫວຽດນາມ ແລະກຳປູເຈຍ ໄດ້ອອກຖະແຫລງການຮ່ວມກ່ຽວກັບການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານ ສົມເດັດຮຸນແຊນ ນາຍົກລັດຖະມົນຕີກຳປູເຈຍ.

ຖະແຫລງການຮ່ວມໃຫ້ຮູ້ວ່າ: ໃນໄລຍະຢ້ຽມຢາມຫວຽດນາມຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ກຳປູເຈຍ ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ, ພົບປະກັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ.

ສອງຝ່າຍຕີລາຄາສູງຄວາມໝາຍຂອງເລື່ອງລົງນາມໃນເອກະສານສອງສະບັບ ຮັບຮູ້ໝາກຜົນການປັກຫລັກໝາຍຊາຍແດນທາງບົກ ສຳເລັດປະມານ 84% ແລະ ເນັ້ນຫນັກວ່າ ນີ້ແມ່ນຂີດໝາຍປະຫວັດສາດໃນວິວັດການແກ້ໄຂບັນຫາຊາຍແດນທາງບົກລະຫວ່າງສອງປະເທດ. ສອງຝ່າຍເຫັນດີເພີ່ມທະວີການຮ່ວມມືໃນການຄຸ້ມຄອງຊາຍແດນ ແລະ ຈະສຳເລັດການປັກຫລັກໝາຍຊາຍແດນຕອນຍັງເຫລືອໂດຍໄວໃນໄລຍະຈະມາເຖິງ.

ສອງຝ່າຍເຫັນດີນຳການພົວພັນດ້ານການເມືອງເຂົ້າສູ່ລວງເລິກ, ເປີດກວ້າງການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ສົມທົບກັນ ແບ່ງປັນຂໍ້ມູນຂ່າວສານ ແລະ ສະຫນັບສະຫນູນເຊິ່ງກັນ ແລະກັນ ຢູ່ ບັນດາເວທີປາໄສພາກພື້ນ ແລະ ສາກົນ ພິເສດ ຢູ່ ອາຊຽນ ແລະ ບັນດາກົນໄກກ່ຽວຂ້ອງ, ສປຊ, WTO, ASEM. ສອງຝ່າຍຢືນຢັນສົມທົບກັນຢ່າງແຫນ້ນແຟ້ນໃນປີ 2020 ເມື່ອຫວຽດນາມ ເປັນປະທານ ອາຊຽນ ແລະ ກຳປູເຈຍ ແມ່ນປະເທດເຈົ້າພາບຈັດກອງປະຊຸມຂັ້ນສູງ ASEM- 13.

ກ່ຽວກັບການຜັນແປຢູ່ທະເລຕາເວັນອອກ. ສອງຝ່າຍຖືວ່າ ສະພາບການເຄັ່ງຕຶງປະຈຸບັນຢູ່ທະເລຕາເວັນອອກ ຄວນແກ້ໄຂໂດຍສັນຕິວິທີ ສອດຄອ່ງກັບກົດໝາຍສາກົນ.