ສັບພະຄຸນຈາກໝາກແຕງ ມີປະໂຫຍດຫຼວງຫຼາຍຕໍ່ສຸຂະພາບ

294

ໝາກແຕງ ນັບວ່າເປັນພືດຜັກຊະນິດໜຶ່ງທີ່ອຸດົມໄປດ້ວຍວິຕາມິນ ແລະ ກາກໄຍອາຫານຫຼາຍຊະນິດ ທີ່ມີປະໂຫຍຫຼວງຫຼາຍຕໍ່ຮ່າງກາຍ ແລ ທີ່ສໍາຄັນຍັງເປັນອາຫານສໍາລັບຄົນທີ່ຄວບຄຸມນໍ້າໜັກອີກດ້ວຍ ເຊິ່ງຈະມີປະໂຫຍດແນວໃດນັ້ນມາເບິ່ງພ້ອມກັນເລີຍ!!!

width="700"

ຄົນໃດທີ່ດື່ມນ້ຳໜ້ອຍການຮັບປະທານໝາກແຕງກໍສາມາດຊ່ວຍທ່ານໄດ້ ເພາະໝາກແຕງປະກອບດ້ວຍນ້ຳ ເຖິງ 90%, ຊ່ວຍຫຼຸດອາການຮ້ອນໃນ, ຊ່ວຍຂັບສານພິດໃນຮ່າງກາຍ, ຊ່ວຍລະລາຍໜິ້ວໃນໝາກໄຂ່ຫຼັງ, ເຮັດໃຫ້ລະບົບພູມຄຸ້ມກັນແຂງແຮງ ທັງມີວິຕາມິນຕ່າງໆທີ່ຊ່ວຍໃຜ້ຜິວພັນເປັ່ງປັ່ງ, ມີສານໂພແທສຊຽມສູງ ແລະ ແມັກນີຊຽມ, ໂປຣຕາສຊຽມທີ່ຊ່ວຍໃນການເຜົາຜານ ແລະ ຫຼຸດນ້ຳໜັກມີກາກໃຍທີ່ຊ່ວຍບໍ່ເຮັດໃຫ້ທ້ອງອືດ, ຫຼຸດການອັກເສບ.

width="700"

ຫຼຸດຄວາມສ່ຽງການເປັນມະເຮັງຮັງໄຂ່, ມະເຮັງເຕົ້ານົມ ແລະ ມະເຮັງຕ່ອມລູກໝາກ, ຫຼຸດໄຂ່ມັນ ແລະ ຄວບຄຸມຄວາມດັນເລືອດໃຫ້ເປັນປົກກະຕິ, ຊ່ວຍຮັກສາໂຣກເຫງືອກພຽງນຳ ໝາກແຕງມາປາດເປັນວົງມົນບາງໆໃຊ້ລີ້ນດັນໄວ້ເທິງແພດານປາກເຄິ່ງນາທີ ຈະຊ່ວຍຂ້າເຊື້ອພະຍາດໃນປາກທີ່ ເປັນສາເຫດຂອງກິ່ນປາກໄດ້.

width="700"

ນອກນັ້ນ, ຍັງຊ່ວຍຮັກສາອາການເມົາຄ້າງ ແຕ່ຂໍແນະນຳຫຼັງດື່ມສິ່ງມຶນເມົາແລ້ວໃຫ້ກິນໝາກແຕງກ່ອນເຂົ້ານອນ ຈະສາມາດຊ່ວຍຫຼຸດອາການເຈັບຫົວໃນຕອນເຊົ້າ ເພາະໝາກແຕງມິວີຕາມິນບີ ແລະ ນ້ຳຕານຈິ່ງຊ່ວຍຫຼຸດອາການເມົາຄ້າງໄດ້.