ຂໍ້ຄິດດີໆໃນການວິທີປະຕິບັດຕົນ ໄລຍະກໍາລັງສຶກສາຢູ່ ເພື່ອຈົບອອກໄປສາມາດເຮັດວຽກໄດ້ເລີຍ

309

ຫຼາຍໆຄົນ ໂດຍສະເພາະນ້ອງນັກຮຽນທັງຫຼາຍທົ່ວປະເທດຖືວ່າໄລຍະນີ້ແມ່ນໄດ້ເຂົ້າຮຽນເປັນປົກກະຕິແລ້ວ … ບາງຄົນອາດເປັນຄືກັນທີ່ຕອນທໍາອິດອາດຈະຕື່ນເຕັ້ນກັບການຮຽນ ໄດ້ເຂົ້າຮຽນ ພົບໝູ່ ອາຈານ ບົດຮຽນໃໝ່ໆ  ແຕ່ນັ້ນມັນເປັນພຽງໄລຍະທໍາອິດພຽງເທົ່ານັ້ນ ເພາະຕໍ່ຈາກນີ້ຕາງຫາກທີ່ເຮົາຄວນຄໍາໜຶງເຖິງວ່າເຮົາຈະວາງແຜນ ເຮົາຈະຮຽນແບບໃດ ເຮັດຫຍັງແນ່ໃນຊ່ວງເວລາທີ່ເຮົາ ຮໍ່າຮຽນສຶກສາຢູ່ ໃຫ້ໄດ້ຄວາມຮູ້ ປະສົບການ ໃນການຜ່ານແຕ່ລະຊັ້ນ ແຕ່ລະປີໄປໄດ້ ເພື່ອຈົບມາປະກອບອາຊີບຕໍ່ໄປ.

ເຊິ່ງກໍເປັນບັນຫາຍິ່ງໃຫຍ່ເລີຍທີ່ຄົນສ່ວນຫຼາຍພົບພໍ້ ກໍຄືເຮົາຮຽນຈົບມາ ແຕ່ບໍ່ມີວຽກເຮັດ ບໍ່ຮູ້ຈະເຮັດວຽກຫຍັງ … ນັ້ນມັນອາດເກີດຈາກການວາງແຜນ ແລະ ພື້ນຖານເຮົາ ລວມທັງຫຼາຍໆປັດໄຈ ດັ່ງນັົ້ນ ມື້ນີ້ ແອັດມິນໄດ້ນໍາເອົາຂໍ້ຄິດດີໆຂອງ ອາຈານ ກາບແກ້ວ ທໍາມະວົງ ນັກເວົ້າສ້າງແຮງບັນດານໃຈ ຕໍ່ກັບເລື່ອງນີ້ ເຊິ່ງມັນຈະເປັນປະໂຫຍດ ແລະ ຂໍ້ຄິດທີ່ດີມະຫາສານ ແກ່ນ້ອງໆ ແນ່ນອນ ຄື:

“ຮຽນໜັງສືແບບໃດ ຈົບໄປແລ້ວຈິ່ງຈະໄດ້ວຽກ”

1 ຢ່າຮຽນໜັງສືແບບນົກແກ້ວ ໝາຍເຖິງ ບໍ່ຄວນຮຽນແບບທ່ອງຈຳພໍໃຫ້ໄດ້ຄະແນນຊື່ໆ ສຳຄັນແມ່ນຕ້ອງເຂົ້າໃຈບົດຮຽນອີ່ຫຼີ ແຕ່ຖ້າຢາກເຂົ້າໃຈບົດຮຽນອີ່ຫຼີແທ້ໆ ກໍບໍ່ຄວນອ່ານແຕ່ໃນໜັງສືທີ່ຄູອາຈານສອນ ເພາະບາງຄັ້ງກໍໜ້າເບື່ອໜ່າຍ. ສະນັ້ນ, ຕ້ອງອ່ານປຶ້ມອື່ນໆເສີມ ຈາກຫໍສະໜຸດ, ເຊົ່າ, ຊື້ ຫຼື ຢືມໝູ່ກໍໄດ້ ລວມທັງໄປຂໍຄຳປຶກສາຈາກຜູ້ຮູ້ວິຊານັ້ນແທ້, ຫຼັງຈາກນັ້ນ ເຮົາກໍຈະຮັກວິຊາທີ່ໜ້າເບື່ອໜ່າຍນັ້ນ ແລະ ເຂົ້າໃຈບົດຮຽນນັ້ນແທ້ຈິງ (ການຮຽນແບບເຂົ້າໃຈບົດຮຽນແທ້ ຈະເຮັດໃຫ້ເຮົາຮຽນວິຊາທີ່ໜ້າເບື່ອໜ່າຍຢ່າງມີຄວາມສຸກ).

2 ຢ່າໃຊ້ເວລາຮຽນແຕ່ໜັງສືຢ່າງດຽວ ໝາຍເຖິງການຮຽນຮູ້ພາກປະຕິບັດຈິງໄປນຳ ເຊັ່ນວ່າ: ເຮັດວຽກເສີມ, ຊ່ວຍວຽກພໍ່ແມ່, ໄປເປັນອາສາສະໜັກ ເຖິງບໍ່ໄດ້ເງິນແຕ່ຈະໄດ້ປະສົບການ ແລະ ປະສົບການອັນນີ້ ຈະມີຜົນເຮັດໃຫ້ສະໜັກວຽກໄດ້ ຫຼັງຈົບອອກໄປ. ເຖິງພໍ່ແມ່ຫ້າມ ຢ້ານລູກບໍ່ມີເວລາຮຽນໜັງສື ແຕ່ນ້ອງໆຕ້ອງອະທິບາຍໃຫ້ພໍ່ແມ່ເຂົ້າໃຈ ເພາະໂລກໄດ້ປ່ຽນໄປແລ້ວ ເຖິງຈະໄດ້ຄະແນນດີ ຖ້າຈົບອອກໄປ ແມ່ນຊອກວຽກຍາກ ຖ້າຫາກບໍ່ມີປະສົບການ (ຄວາມສຳເລັດທີ່ໂຮງຮຽນ ກໍຄືການໄດ້ຄະແນນດີ ແຕ່ຄວາມສຳເລັດໃນໂລກຈິງ ກໍຄືການເຮັດວຽກຕົວຈິງໄດ້, ແຕ່ຢາກເຮັດວຽກຕົວຈິງໄດ້ ກໍຕ້ອງມີປະສົບການ ແລ້ວປະສົບກໍມາຈາກເວລານີ້ແຫຼະ).

3 ຢ່າເອົາແຕ່ຮຽນ ຫຼື ເຮັດວຽກຢ່າງດຽວ ໝາຍຄວາມວ່າ ໃນເວລາຍັງຮຽນ ແມ່ນຕ້ອງແບ່ງເວລາໄປຫຼິ້ນພ້ອມ ລວມທັງຫຼິ້ນກີລາ ຫຼື ເຮັດກິດຈະກຳທີ່ຕົນເອງມັກ ເພາະວ່າ ຊ່ວງເວລາທີ່ຄົນເຮົາມີຄວາມສຸກທີ່ສຸດແມ່ນຄືໃນຕອນທີ່ຍັງຮຽນມັດທະຍົມ ແລະ ຕອນຕົ້ນທີ່ມະຫາວິທະຍາໄລ ຖ້ານ້ອງໆປະຊ່ວງເວລານີ້ໄປ ກໍຈະຄິດກິນແໜງໃນພາຍຫຼັງ ເພາະເວລາຈົບໄປເຮັດວຽກແລ້ວ ຄວາມສຸກຂອງຄົນເຮົາກໍຈະໜ້ອຍລົງ ແລະ ຍິ່ງໜ້ອຍລົງໄປ ເມື່ອສ້າງຄອບຄົວ (ຈຸດປະສົງຂອງຊີວິດມະນຸດເກີດຂຶ້ນມາ ກໍເພື່ອມີຄວາມສຸກ ແລ້ວມັນຈະມີຄວາມໝາຍອັນໃດ ຖ້າເຮົາຫາກປ່ອຍຊ່ວງເວລາທີ່ສຳຄັນໃນການມີຄວາມສຸກໄປ?).

4 ຢ່າຕັ້ງເປົ້າໝາຍແຕ່ວ່າ ຈົບໄປແລ້ວ ໄດ້ເຮັດວຽກນຳລັດ ແລ້ວເປັນນາຍ ເພາະຈະເຮັດໃຫ້ຄວາມຄິດເຮົາຈຳກັດ ບໍ່ກວ້າງ ແລະ ທໍ້ໃຈງ່າຍ, ຍ້ອນດຽວນີ້ ໂກຕ້າເຂົ້າລັດມີໜ້ອຍ. ດ້ວຍເຫດນີ້ ເຮົາຄວນຕັ້ງເປົ້າໝາຍວ່າ ຮຽນຈົບໄປແລ້ວ ເຮັດວຽກຢູ່ໃສກໍໄດ້ ຂໍແຕ່ເປັນວຽກທີ່ສຸດຈະລິດ, ມີລາຍໄດ້ພໍ່ລ້ຽງຕົນເອງ ແລະ ມີປະໂຫຍດຕໍ່ສັງຄົມ, ແຕ່ສິ່ງສຳຄັນຕ້ອງເປັນວຽກທີ່ຕົນເອງມັກ ຫຼື ມີຈຸດແຂງ ເພາະນັ້ນຈະເຮັດໃຫ້ນ້ອງໆ ປະສົບຄວາມສຳເລັດ (ຈົ່ງປະຖິ້ມຄວາມຄິດທີ່ໄປຈ້າງເຂົ້າວຽກນຳອົງກອນໃຫຍ່ໆ ເພື່ອໜ້າຕາ ແຕ່ເວລາເຮັດວຽກແມ່ນບໍ່ມີຄວາມສຸກ, ຖ້າບໍ່ມີບ່ອນໃດຈ້າງເຮົາເຮັດວຽກ ເຮົາກໍຈົ່ງເປັນນາຍຕົນເອງ ບໍ່ແນ່ ນ້ອງໆອາດຈະກາຍເປັນນັກທຸລະກິດທີ່ປະສົບຄວາມສຳເລັດ ແລະ ທັງມີໜ້າຕາຊື່ສຽງກວ່າເຮັດວຽກນຳອົງກອນໃຫຍ່ໆນັ້ນອີກ).

5 ຂ້າພະເຈົ້າ ຂໍຈົບດ້ວຍຄຳເວົ້າຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ເຄີຍກ່າວວ່າ “ການຮຽນໜັງສື ກໍຄືການດຶງເອົາເຫງົ້າພະລັງງານທີ່ເຊື່ອງຊ້ອນຢູ່ພາຍໃນຕົວອອກມານຳໃຊ້ໃຫ້ເກີດປະໂຫຍດສູງສຸດຕໍ່ຕົນເອງ, ສັງຄົມ ແລະ ປະເທດຊາດ”.

ຈາກ ອາຈານ ກາບແກ້ວ ທໍາມະວົງ