ແຈ້ງຂ່າວດີໆ! ຊາວນະຄອນຫຼວງມີບັນຫາສາຍຕາມາກວດ ແລະ ຜ່າຕັດຟຣີ, ເລີ່ມ 11-13 ຕຸລາ

354

ສູນປິ່ນປົວ ແລະ ຮັກສາສຸກຂະພາບຕາທົ່ງປົ່ງ ຮ່ວມກັບ ສະພາອຸດສະຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ, ມູນນິທິ ເອິນິວວີເຊິນ ແລະ ສະມາຄົມທຸລະກິດສິງກະໂປຢູ່ໃນ ສປປ ລາວ ຮ່ວມກັນຈັດໂຄງການ ຜ່າຕັດແກ່ນຕາຂຸ້ນ ໂດຍບໍ່ໄດ້ເສຍຄ່າ ໂດຍສະເພາະປະຊາຊົນຜູ້ທຸກຍາກ ແລະ ຜູ້ບໍ່ມີເງື່ອນໄຂໃນການປິ່ນປົວ ໃນທົ່ວນະຄອນຫຼວງວຽງຈັນ ແລະ ບັນດາແຂວງທີ່ໃກ້ຄຽງ.

width=

ເຊິ່ງໂຄງການດັ່ງກ່າວ ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 11-13 ຕຸລາ 2019 ທີ່ສູນປິ່ນປົວ ແລະ ຮັກສາສຸຂະພາບຕາທົ່ງປົ່ງ ໂຮງໝໍເມືອງ 9 ແຫ່ງ ໃນນະຄອນຫຼວງວຽງຈັນ ເຊິ່ງໄດ້ເປີດໃຫ້ລົງທະບຽນແຕ່ ວັນທີ 4-9 ຕຸລາ 2019.

ມູນນິທິ ເອິນິວວີເຊິນ ແມ່ນອົງການຊ່ວຍເຫຼືອລ້າ, ບໍ່ຈຳກັດສາສະໜາ, ບໍ່ຈຳກັດສັນຊາດ ໂດຍໄດ້ຮັບການສະໜັບສະໜູນຈາກປະເທດສິງກະໂປ ເຊິ່ງໄດ້ດຳເນີນການຜ່າຕັດແກ່ນຕາຂຸ້ນໂດຍບໍ່ເສຍຄ່າ ສຳລັບຄົນທຸກຍາກ ແລະ ຜູ້ບໍ່ມີເງື່ອນໄຂ ຢູ່ສປປ ລາວ ໂດຍການຜ່າຕັດຕາທີ່ມີຄຸນນະພາບ ໃຊ້ເວລາພຽງ 5 ນາທີ, ປະກອບດ້ວຍທີມງານທ່ານໝໍຈາກປະເທດເນປານ ແລະ ສິງກະໂປ.

ມູນນິທິດັ່ງກ່າວ ມີທ່ານໝໍຜ່າຕັດຕາ ແລະ ພະຍາບານທີ່ມີຄຸນນະວຸດຫຼາຍກວ່າ 50 ທ່ານ, ນັບແຕ່ປີ 2011 ເປັນຕົ້ນມາ ໄດ້ຟື້ນຟູສາຍຕາຫຼາຍກວ່າ 30.000 ຄົນ ສໍາລັບຜູ້ທີ່ທຸກຍາກໃນປະເທດເນປານ, ມຽນມາ, ກຳປູເຈຍ ແລະ ອິນໂດເນເຊຍ.

 width=

ສຳລັບຜູ້ທີ່ມາລົງທະບຽນ ຜ່າຕັດຕາ ທີ່ໂຮງໝໍທົ່ງປົ່ງ ຈະມີທີ່ພັກ, ອາຫານ ແລະ ນ້ຳດື່ມສຳລັບຄົນເຈັບທຸກຄົນ, ສ່ວນຜູ້ທີ່ຜ່າຕັດຕາໃນມື້ທີໜຶ່ງ ຈະໄດ້ເປີດຕາໃນມື້ທີສອງ. ຫຼັງການຜ່າຕັດ ທາງມູນນິທິເອິນິວ ວີເຊິນ ຈະສະໜອງຢາ, ເລນ, ຢາຢອດຕາ ທີ່ມີຄວາມຈຳເປັນໃຫ້ແກ່ຜູ້ທີ່ມາປິ່ນປົວ. ສຳລັບຄົນເຈັບຜູ້ທີ່ສົນໃຈສາມາດຕິດຕໍ່ເບີໂທ: 030 572 9168, 020 5598 4248 ຫລື ຕິດຕໍ່ໂດຍກົງທີ່ໂຮງໝໍເມືອງ 9 ຕົວເມືອງ ຫຼື ໂຮງໝໍປົວຕາທົ່ງປົ່ງ.

"</p