9 ເດືອນ ແຂວງໄຊຍະບູລີຈັດຕັ້ງປະຕິບັດຄໍາຕັດສິນຂອງສານສໍາເລັດ 172 ເລື່ອງ

86

ໃນໄລຍະ 9 ເດືອນຜ່ານມາ ຄະນະນໍາກໍຄືສະມາຊິກພັກພະນັກງານພາຍໃນພະແນກຍຸຕິທໍາແຂວງໄຊຍະບູລີ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວິຊາສະເພາະທີ່ຕົນເອງຮັບຜິດຊອບໄດ້ຮັບຜົນສໍາເລັດເປັນຢ່າງດີ ເຊິ່ງສະແດງອອກການຈັດຕັ້ງປະຕິບັດຄໍາຕັດສິນຂອງສານໃນຂອບເຂດທົ່ວແຂວງສໍາເລັດ 172 ເລື່ອງ. ໃນ  ນີ້, ຄະດີແພ່ງ 36 ເລື່ອງ, ຄະດີອາຍາ 136 ເລື່ອງ.

ທ່ານ ບຸນລ້ຽງ ດວງສົມພອນ ຮອງພະແນກຍຸຕິທໍາ ແຂວງໄຊຍະບູລີ ໄດ້ເປີດເຜີຍຕໍ່ນັກຂ່າວແຂວງໄຊຍະບູລີ ໃນທ້າຍເດືອນກັນຍານີ້ວ່າ: ໃນໄລຍະ 9 ເດືອນຜ່ານມາ ມີຄະດີເຂົ້າໃໝ່ 465 ເລື່ອງ, ຄະດີແພ່ງ 112 ເລື່ອງ, ຄະດີອາຍາ 353 ເລື່ອງ; ຄະດີຄ້າງມາ 1.830 ເລື່ອງ, ຄະດີແພ່ງ 411 ເລື່ອງ, ຄະດີອາຍາ 1.419 ເລື່ອງ ລວມຄະດີທັງໝົດ 2.295 ເລື່ອງ, ຄະດີແພ່ງ 523 ເລື່ອງ, ຄະດີອາຍາ 1.772 ເລື່ອງ; ປະຕິບັດສໍາເລັດ 172 ເລື່ອງ, ຄະດີແພ່ງ 36 ເລື່ອງ, ຄະດີອາຍາ 136 ເລື່ອງ; ປະຕິບັດບໍ່ໄດ້ມີ 155 ເລື່ອງ, ຄະດີແພ່ງ 39 ເລື່ອງ, ຄະດີອາຍາ 116 ເລື່ອງ; ພວມຈັດຕັ້ງປະຕິບັດ 1.967 ເລື່ອງ, ແພ່ງ 486 ເລື່ອງ, ອາຍາ 1.520 ເລື່ອງ; ລວມຄະດີຍັງພວມປະຕິບັດ ແລະ ປະຕິບັດບໍ່ໄດ້ທັງໝົດ 2.122 ເລື່ອງ, ແພ່ງ 486 ເລື່ອງ, ອາຍາ 1.636 ເລື່ອງ. ພ້ອມນີ້, ຍັງສາມາດເກັບເງິນມອບໃຫ້ບຸກຄົນໄດ້ທັງໝົດ 2,14 ຕື້ກວ່າກີບ. ໃນນີ້, ຄະດີແພ່ງມີ 1,65 ຕື້ກວ່າກີບ, ຄະດີອາຍາ 490 ລ້ານກີບ ແລະ ມອບໃຫ້ລັດໄດ້ທັງໝົດ 227 ລ້ານ ກວ່າກີບ. ຄຽງຄູ່ກັນນີ້, ວຽກທະບຽນສານມີເອກະສານຕ່າງໆເຂົ້າມາຢັ້ງຢືນຄວາມຖືກຕ້ອງໃນທົ່ວແຂວງມີທັງໝົດ 688 ສະບັບ.

ທ່ານຍັງໃຫ້ຮູ້ຕື່ມວ່າ: ໃນ 3 ເດືອນທ້າຍປີພະແນກຍຸຕິທໍາແຂວງ ຈະສູ້ຊົນຈັດຕັ້ງປະຕິບັດຄະດີໃຫ້ສໍາເລັດຢ່າງໜ້ອຍເດືອນລະ 10 ເລື່ອງຂຶ້ນໄປ ແລະ ທວງເງິນຄະດີແພ່ງໃຫ້ບຸກຄົນໃນຄະດີ ພ້ອມມອບພັນທະໃຫ້ລັດເປັນປົກກະຕິ, ຢັ້ງຢືນຄວາມຖືກຕ້ອງເອກະສານຕ່າງໆໃຫ້ມີຄວາມຖືກຕ້ອງສອດຄ່ອງຕາມລະບຽບກົດໝາຍ.

( ຂ່າວ: ບຸນທີ )