ສຳເລັດການກໍ່ສ້າງສູນພາສາຫວຽດນາມ ແຫ່ງທຳອິດຂອງແຂວງສາລະວັນ

125

ວັນທີ 2 ຕຸລາປີ 2019 ໄດ້ມີພິທີມອບ – ຮັບສູນພາສາຫວຽດ ນາມ ຂຶ້ນຢູ່ທີ່ບ້ານວັດກາງ ເມືອງສາລະວັນ ແຂວງສາລະວັນ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສີສຸວັນ ວົງຈອມສີ ກຳມະການສູນກາງພັກ,  ເລຂາພັກແຂວງ, ເຈົ້າແຂວງສາລະວັນ ແລະ ທ່ານ ເຈື່ອງກວາງເຫງີ໋ຍ ກຳມະການສູນກາງພັກຄອມມູນິດຫວຽດນາມ, ເລຂາພັກນະຄອນດານັງ ພ້ອມດ້ວຍຫົວໜ້າພະແນກການ, ຮອງພະແນກການທັງສອງ, ຄູ – ອາຈານ ແລະ ນັກຮຽນເຂົ້າຮ່ວມ.

ສູນພາສາຫວຽດນາມ ແຫ່ງນີ້ໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 16 ເດືອນພະຈິກ ປີ 2018 ແລະ ໄດ້ສຳເລັດໃນວັນທີ 26 ເດືອນມິຖຸນາ ປີ 2019, ໂຄງການກໍ່ສ້າງສູນພາສາຫວຽດນາມ ນີ້ມີ 1 ຫຼັງ, ເປັນອາຄານ 2 ຊັ້ນ ແລະ ເປັນແບບຮູບໂຕແອລ, ໂຄງສ້າງເຮັດດ້ວຍເບຕົງເສີມເຫຼັກ, ປະກອບມີ 5 ຫ້ອງ, ຫ້ອງອ່ານໜັງສື 1 ຫ້ອງ, ຫ້ອງເຮັດວຽກຂອງພະນັກງານ 1 ຫ້ອງ, ຫ້ອງການຄູ 1 ຫ້ອງ ແລະ ຫ້ອງພັກຄູ 2 ຫ້ອງ. ນອກຈາກນັ້ນ, ກໍຍັງມີຫ້ອງແຕ່ງກິນ, ຫ້ອງນໍ້າ, ໄຟຟ້າ, ນ້ຳປະປາ, ກຳແພງອ້ອມດ້ານໜ້າ, ອຸປະກອນເຄື່ອງເຟີນີເຈີ ເຊັ່ນ: ໂຕະ, ຕັ່ງ, ກະດານ ແລະ ອື່ນໆ ເພື່ອອຳນວຍ ຄວາມສະດວກໃນການຮັບໃຊ້ການຮຽນ – ການສອນຂອງຄູ ແລະ ນັກຮຽນ ໂດຍແມ່ນບໍລິສັດກໍ່ສ້າງຕິດຕັ້ງ ແລະ ບໍລິການດ້ານການຄ້າດ່າກວ້າງ ຈາກນະຄອນດານັງ ສສ ຫວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງໃນມູນຄ່າ 7,12 ຕື້ດົງ ຫຼື ເທົ່າກັບ 2,63 ຕື້ກວ່າກີບ.

ມາຮອດປັດຈຸບັນທາງພະແນກການທີ່ກ່ຽວຂ້ອງກໍໄດ້ແຕ່ງຕັ້ງພະນັກງານຄູ – ອາຈານຈຳນວນ 4 ທ່ານ ຈາກສູນການສຶກສານອກໂຮງຮຽນມາປະຈຳຢູ່ສູນດັ່ງກ່າວ ເພື່ອຈັດຕັ້ງປະຕິບັດການຮຽນ – ການສອນບຳລຸງພາສາຫວຽດນາມ ໃຫ້ແກ່ພະນັກງານ ແລະ ນັກຮຽນທີ່ຈະໄປຮຽນຕໍ່ທີ່ ສສ ຫວຽດນາມ ຢູ່ໃນບັນດາແຂວງຕ່າງໆພາກກາງ ແລະ ພາກໃຕ້ຂອງ ສສ ຫວຽດນາມ, ທັງໃນແຜນ ແລະ ນອກແຜນ, ໃນລະດັບຊັ້ນຕ່າງໆສົກປີ 2019 – 2020 ເຊິ່ງມີທັງໝົດ 81 ຄົນ ຍິງ 48 ຄົນ, ແບ່ງເປັນ 3 ຫ້ອງ, ມີຄູຮັບເຊີນ 3 ທ່ານ. ຈາກນັ້ນ, ທ່ານ ສີສຸວັນ ວົງຈອມສີ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງສາລະວັນ ແລະ ທ່ານ ເຈື່ອງກວາງເຫງີ໋ຍ ກຳມະການສູນກາງພັກຄອມມູນິດຫວຽດນາມ, ເລຂາພັກນະຄອນດານັງ ກໍໄດ້ຮ່ວມກັນຕັດແຖບຜ້າເປີດນໍາໃຊ້ສູນພາສາຫວຽດນາມ ຢ່າງເປັນທາງການ ໂດຍຊ້ອງໜ້າການນຳທັງສອງຝ່າຍເພື່ອເປັນສັກຂີພິຍານໃນການເປີດ ແລະ ນຳໃຊ້ສູນດັ່ງກ່າວ, ພ້ອມທັງຍ່າງເລາະທ່ຽວຊົມອາຄານດັ່ງກ່າວ

( ຂ່າວ – ຮູບ: ສິດຕາ ເພັດວົງສາ )