ທັດສະນະຄູ – ອາຈານ ແລະ ນັກຮຽນຕໍ່ວັນຄູແຫ່ງຊາດ ຄົບຮອບ 25 ປີ

205

ເນື່ອງໃນວັນຄູແຫ່ງຊາດ ຄົບຮອບ 25 ປີ ( 7 ຕຸລາ 1994 – 7 ຕຸລາ 2019 ) ເຊິ່ງເປັນວັນທີ່ສຳຄັນທີ່ສຸດ ສຳລັບຄູ – ອາຈານໝົດທຸກຄົນ, ທີ່ເປັນຜູ້ສິດສອນ ແລະ ແບ່ງປັນຄວາມຮູ້, ປະສົບການ ແລະ ຄວາມສາມາດຕ່າງໆໃຫ້ແກ່ນັກຮຽນ ເພື່ອໃຫ້ກາຍເປັນຄົນດີມີຄວາມຮູ້, ຄວາມສາມາດປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມກັນນັ້ນ, ຄູ – ອາຈານແຕ່ລະຄົນຕ້ອງເອົາໃຈໃສ່ໃນການສຶກສາຄົ້ນຄວ້າຮຽນຮູ້ສິ່ງໃໝ່ ເພື່ອມາປະດັບ ຄວາມຮູ້, ຄວາມສາມາດຂອງຕົນໃຫ້ທັນກັບການພັດທະນາຂອງວິທະຍາສາດ ແລະ ເຕັກໂນໂລຊີ.

ທ່ານ ອາຈານ ບຸນມາ ຈັນທະວົງ ຜູ້ອຳນວຍການວິທະຍາໄລເຕັກນິກກະສິກຳ ດົງຄຳຊ້າງ ໃຫ້ສຳພາດວ່າ: ຕົນເອງເປັນຄູຜູ້ໜຶ່ງທີ່ເຮັດວຽກໃນວົງການສິດສອນມາໄດ້ 43 ປີ ຕັ້ງແຕ່ສະໄໝປົດປ່ອຍ, ວັນຄູແຫ່ງຊາດເປັນວັນທີ່ມີຄວາມໝາຍສຳຄັນ ເພາະຄູເປັນຜູ້ສິດສອນຄວາມຮູ້ໃຫ້ແກ່ສັງຄົມຕັ້ງແຕ່ເດັກຈົນຮອດໃຫຍ່, ເປັນຜູ້ຖ່າຍທອດຄວາມຮູ້ໃຫ້ຄົນຮຸ່ນຕໍ່ໆໄປ ຫຼື ອາດເວົ້າໄດ້ວ່າ ຄູເປັນຜູ້ທີ່ນຳເອົາຄວາມຮູ້ວິທະຍາສາດຖ່າຍທອດໃຫ້ແກ່ທຸກຄົນໃນສັງຄົມເພື່ອພັດທະນາປະເທດຊາດ.

ເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 25 ປີ ທ່ານຍັງຮຽກຮ້ອງໃຫ້ບັນດາຄູ – ອາຈານທຸກຄົນໃນທຸກຂະແໜງການສິດສອນຕ່າງໆ ຕ້ອງໄດ້ຍົກລະດັບພັດທະນາຕົນເອງໃນຫຼາຍດ້ານ ເຊັ່ນ: ການເວົ້າຈາ, ຄວາມຮູ້, ຄວາມສາມາດ, ການດຳລົງຊີວິດປະຈຳວັນ, ຈັນຍາບັນຈັນຍາທຳ ແລະ ອື່ນໆ ເພື່ອເປັນແບບຢ່າງໃຫ້ແກ່ນັກຮຽນ ແລະ ສັງຄົມ ເພື່ອປະກອບສ່ວນໃນການສຶກສາຂອງ ສປປ ລາວ ໃຫ້ຈະເລີນກ້າວໜ້າ ເພາະການສຶກສາເປັນຕົວບົ່ງບອກເຖິງ ຄວາມຈະເລີນຂອງປະເທດຊາດ.

ທ່ານ ອາຈານ ປະນົມສອນ ຫຼວງສຸວັນນະວົງ ຜູ້ອຳນວຍການວິທະຍາໄລ ສອນພິທັກລາວ ໃຫ້ຮູ້ວ່າ: ຄູເປັນຜູ້ທີ່ມີບົດບາດສຳຄັນທີ່ສຸດຕໍ່ການພັດທະນາຂອງປະເທດຊາດ. ສະນັ້ນ, ຄູແຕ່ລະຄົນຕ້ອງໝັ່ນຮຽນຮູ້ຍົກສູງຄວາມສາມາດຂອງຕົນໄປພ້ອມກັບຈັນຍາບັນ, ຕ້ອງຮັກ ແລະ ມັກອາຊີບຄູ ໂດຍສະເພາະຄູພາກເອກະຊົນແມ່ນຍິ່ງມີຄວາມຈຳເປັນທີ່ສຸດ ເພື່ອເຮັດໃຫ້ລະບົບການສຶກສາມີຄຸນນະພາບ, ມີຄວາມຮັບຜິດຊອບ ແລະ ຕ້ອງເອົານັກຮຽນເປັນໃຈກາງ.

ທ່ານ ນາງ ຄຳສ້ອຍ ວົງສຳພັນ ຄູອາວຸໂສທີ່ເຄີຍເປັນຄູຜູ້ຊ່ຽວຊານ ແລະ ໄດ້ລາງວັນສົມເດັດເຈົ້າ ຟ້າມະຫາຈັກກຣີ ປີ 2015 ໄດ້ສະແດງຄວາມພາກພູມໃຈຕໍ່ການພັດທະນາການສຶກສາມາຕະຫຼອດ 25 ປີ ພ້ອມທັງໃຫ້ກຳລັງໃຈ ແລະ ອວຍພອນໃຫ້ຄູທັງໝົດໃນທົ່ວປະເທດຈົ່ງມີສຸຂະພາບແຂງແຮງ ແລະ ມີຄວາມພາກພູມໃຈ ແລະ ຮັກໃນອາຊີບຄູ, ສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງໂດຍສະເພາະແມ່ນຄົ້ນຄວ້າບົດສອນ ເພື່ອເຮັດແນວໃດໃຫ້ການສິດສອນຖ່າຍທອດບົດຮຽນໄດ້ດີ ແລະ ປະສົບຜົນສຳເລັດໃນການສ້າງບຸກຄະລາກອນ, ເປັນແມ່ພິມຂອງຊາດໃນໄລຍະໃໝ່.

ທ່ານ ສຸລະໄຊ ຈົງຈິດໄພສານ ຜູ້ອຳນວຍການສູນສະມາດແມ໊ດ ໃຫ້ສຳພາດວ່າ: ເນື່ອງໃນວັນຄູແຫ່ງຊາດລາວ ຄົບຮອບ 25 ປີ ຂໍໃຫ້ຄູ – ອາຈານທຸກຄົນປະສົບຜົນສຳເລັດ, ຄູ – ອາຈານແຕ່ລະຄົນຕ້ອງໝັ່ນຝຶກຝົນຫຼໍ່ຫຼອມຕົນເອງຍົກສູງຄວາມຮູ້, ຄວາມສາມາດຂອງຕົນ. ພ້ອມນັ້ນ, ຕ້ອງສິດສອນດ້ວຍຫົວໃຈຮັກມັກອາຊີບຄູ ເປັນຕົ້ນຕ້ອງຮັກເດັກນັກຮຽນ, ຕ້ອງເປັນຄົນທີ່ຖືເອົານັກຮຽນເປັນໃຈກາງໃນການຖ່າຍທອດຄວາມຮູ້ເພື່ອໃຫ້ນັກຮຽນສາມາດເຂົ້າໃຈບົດຮຽນໄດ້ຫຼາຍທີ່ສຸດ.

ນາງ ທິດາພອນ ຍົງວົງສິດທິ ນັກຮຽນ ມ 4 ຂັ້ນສອງພາສາ ມສ ວຽງຈັນ ໃຫ້ສຳພາດວ່າ: ເນື່ອງໃນໂອກາດວັນຄູແຫ່ງຊາດ ຄົບຮອບ 25 ປີ ຂໍອວຍພອນໃຫ້ຄູ – ອາຈານແຕ່ລະຄົນ ຈົ່ງມີສຸຂະພາບແຂງແຮງ ແລະ ສຶກສາຄົ້ນຄວ້າບົດຮຽນໃໝ່ໆທີ່ມີປະໂຫຍດມາສິດສອນນັກຮຽນ, ເພາະຄູເປັນຜູ້ໃຫ້ຄວາມຮູ້, ໃຫ້ໂອກາດ ແລະ ໃຫ້ກຳລັງໃຈນັກຮຽນສະເໝີ, ສຳລັບນ້ອງເອງຈະຕັ້ງໃຈສຶກສາຮໍ່າຮຽນ ເພື່ອໃຫ້ສົມທີ່ຄູ – ອາຈານສິດສອນມາ ແລະ ນຳເອົາຄວາມຮູ້ດັ່ງກ່າວໄປປະຍຸກໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ.

[ ຂ່າວ: ກາວຊົ່ງ; ຮູບ: ວິລະສັກ + ສຸພາລັກ