ກຽມພົບກັບ ການແຂ່ງເພາະກາຍຊີງຂັນທ່ານລັດຖະມົນຕີກະຊວງ ສສກ ແລະ ງັດກ້າມ ທີ່ສະໂມສອນ ມຊ

113

ສະຫະພັນເພາະກາຍແຫ່ງຊາດລາວ ກຽມຈັດການແຂ່ງຂັນກີລາເພາະກາຍຊີງແຊັມປະເທດລາວ 2019 ຊີງຂັນທ່ານລັດຖະມົນຕີກະຊວງ ສຶກສາທິການ ແລະ ກີລາ ( ສສກ ) ລະຫວ່າງວັນທີ 24-26 ຕຸລາ 2019 ປີນີ້ຈະຈັດທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດລາວ ( ມຊ ) ພ້ອມນັ້ນຍັງຈະມີການແຂ່ງຂັນງັດກ້າມຊິງແຊັມປະເທດລາວອີກດ້ວຍ.

ວັນທີ 3 ຕຸລາ 2019 ທີ່ຫ້ອງປະຊຸມ ຄະນະກໍາມະການໂອແລມປິກແຫ່ງຊາດລາວ ໄດ້ມີພິທີຖະແຫຼງຂ່າວ ແລະ ເຊັນສັນຍາຈັດການແຂ່ງຂັນລາຍການດັ່ງກ່າວລະຫວ່າງ ສະຫະພັນເພາະກາຍແຫ່ງຊາດລາວ ແລະ ບໍລິສັດ ວຽງຈັນຟິດເນັດ ຜູ້ສະໜັບສະໜູນຫຼັກ ພ້ອມມອບເງິນສະໜັບສະໜູນມູນຄ່າ 80 ລ້ານກີບ ໃຫ້ກຽດເປັນສັກຂີພະຍານໂດຍທ່ານ ທ່ານ ບົວລານ ສິລິປັນຍາ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາ ແລະ ຕາງໜ້າເຊັນສັນຍາ ທ່ານ ຄໍາພະໄພວັນ ວົງໄຊ ຮັກສາການປະທານສະຫະພັນເພາະກາຍແຫ່ງຊາດລາວ ແລະ ທ່ານ ສະຖາພອນ ພິຈິດ ປະທານບໍລິສັດ ວຽງຈັນຟິດເນັສ ຈໍາກັດ (ຜູ້ມອບເງິນ) ພ້ອມດ້ວຍຕາງໜ້າສູນອອກກໍາລັງກາຍ, ຄູຝຶກ, ນັກກີລາ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ລາຍການດັ່ງກ່າວຈັດຂຶ້ນເພື່ອເປັນການເສີມສ້າງ ແລະ ພັດທະນາວົງການເພະກາຍລາວ ໃຫ້ເປັນທີ່ນິຍົມຫຼາຍຂຶ້ນ ແລະ ເປັນການເລືອກເຟັ້ນນັກກີລາທີມຊາດລາວ ເຂົ້າຮ່ວມການແຂ່ງຂັນເພາະກາຍໃນພາກພື້ນ ແລະ ສາກົນ ໂດຍສະເພາະລາຍການຊີງແຊັມໂລກ ຄັ້ງທີ 11 ທີ່ ສ ເກົາຫຼີ ລະວ່າງວັນທີ 5-11 ພະຈິກ 2019.

ສໍາລັບ ການແຂ່ງຂັນເພາະກາຍປະກອບມີ 5 ປະເພດຄື: ເພາະກາຍຊາຍ ຮຸ່ນ 65 ກິໂລ ກັບ 75 ກິໂລ, ຊາຍຫຸ່ມງາມ ຄວາມສູງບໍ່ເກີນ 170 ຊັງຕີແມັດ ກັບ ເກີນ 170 ຊັງຕີແມັດ ແລະ ຍິງຫຸ່ນງາມບໍ່ຈໍາກັດຄວາມສູງ

ສ່ວນການແຂ່ງຂັນງັດກ້າມຈັດຂຶ້ນເປັນຄັ້ງທໍາອິດກໍມີ 3 ຮຸ່ນຄື: ຮຸ່ນນໍ້າໜັກບໍ່ເກີນ 65 ກິໂລ, ບໍ່ເກີນ 75 ກິໂລ ແລະ ເກີນ 75 ກິໂລ ແບ່ງເປັນສະເພາະແຮງແຂນຊ້າຍ ແລະ ແຮງແຂນຂວາ