ອານຸສອນ ຈົບອັນດັບທີ 7 ຮອບຄັດເລືອກຊີງແຊັມໂລກທີ່ກາຕາ

73

ອານຸສອນ ໄຊສາ ນັກແລ່ນທີມຊາດລາວ ເຂົ້າເສັ້ນໄຊເປັນອັນດັບທີ 7 ໃນຮອບຄັດເລືອກການແຂ່ງຂັນແລ່ນຊີງແຊັມໂລກ 2019 ທີ່ເມືອງໂດຮາ ປະເທດກາຕາ ເມື່ອວັນທີ 30 ກັນຍາ 2019 ໂດຍລາວເປີດເຜີຍສະຖິຕິຄັ້ງນີ້ບໍ່ຫຼຸດຄາດໝາຍ ແລະ ກຽມເກັບແຮງກ່ອນລຸຍຊີເກມ 2019 ທີ່ປະເທດຟີລິບປິນ ຕໍ່ໄປ.

ອານຸສອນ ເປັນນັກແລ່ນໜຶ່ງດຽວຈາກ ສປປ ລາວ ລົງແຂ່ງປະເພດແລ່ນຂ້າມຮົ້ວ 110 ແມັດ ໃນວັນທີ 30 ກັນຍາ 2019 ໂດຍມີນັກກີລາ 30 ກວ່າຄົນ ຈາກຫຼາຍປະເທດເຂົ້າຮ່ວມແຂ່ງຂັນສະເພາະປະເພດນີ້ ແລະ ອານຸສອນ ລົງແຂ່ງຂັນຮອບຄັດເລືອກໃນກຸ່ມທີ 4 ກັບນັກກີລາອີກ 7 ຄົນ ປາກົດວ່າ: ສາມາດຍາດໄດ້ອັນດັບ 7 ດ້ວຍເວລາ 14,54 ວິນາທີ, ສ່ວນອັນດັບ 1 ນັກກີລາຈາກ ສະຫະລັດອາເມຣິກາ ທີ່ເຮັດໄດ້ 13,22 ວິນາທີ, ອັນດັບ 2 ນັກກີລາຈາກຍີ່ປຸ່ນ, ອັນດັບ 3 ຈາກເກຣັກ, ອັນດັບ 2 ຈາກກູເວດ, ອັນດັບ 5 ຈາກຈາໄມກາ, ອັນດັບ 6 ຝຣັ່ງ ແລະ ອັນດັບສຸດທ້າຍຈາກ COMOROS ທີ່ເຮັດເວລາໄດ້ 14,79 ວິນາທີ.

ສໍາລັບແລ່ນຊີງແຊັມໂລກ 2019 ທີ່ກາຕາ ຄັ້ງນີ້ຈະດໍາເນີນໄປຈົນເຖິງວັນທີ 6 ຕຸລາ 2019 ຈຶ່ງສໍາເລັດ, ຂະນະທີ່ປະເພດແລ່ນຂ້າມຮົ້ວ 110 ແມັດ ຈະຄັດເອົາຕົວແທນຂອງແຕ່ລະສາຍໄປຊີງຊະນະເລີດໃນວັນທີ 3 ຕຸລາ 2019 ເຊິ່ງມາຮອດຕອນເຊົ້າຊອງວັນທີ 2 ຕຸລາ 2019 ( ເວລາ 10:00 ໂມງ ) ສະຫະລັດອາເມຣິກາ ຂຶ້ນນໍາໃນຕາຕະລາງຄະແນນສະຫຼຸບຫຼຽນກວາດມາແລ້ວ 7 ຫຼຽນຄໍາ, 7 ຫຼຽນເງິນ ແລະ 2 ຫຼຽນທອງ; ອັນດັບ 2 ສປ ຈີນ 2 ຫຼຽນຄໍາ, 3 ຫຼຽນເງິນ ແລະ 3 ຫຼຽນທອງ; ອັນດັບ 3 ຈາໄມກາ 2 ຫຼຽນຄໍາ ແລະ 2 ຫຼຽນເງິນ.

ຫຼັງແຂ່ງສໍາເລັດ ອານຸສອນ ລາຍງານຈາກປະເທດກາຕາ ວ່າ: ແນ່ນອນການແຂ່ງຂັນລາຍການນີ້ເປັນການແຂ່ງຂັນລາຍການລະດັບໂລກ, ມີນັກກີລາທີ່ມີຊື່ສຽງເຂົ້າຮ່ວມ, ມີຄວາມແຂງແຮງ ແລະ ຄວາມໄວກັນທັງໝົດ ຈາກການເຂົ້າຮ່ວມລາຍການນີ້ກໍຮູ້ສຶກວ່າສະຖິຕິກໍບໍ່ຫຼຸດຄາດໝາຍ ເພາະໄລຍະແມ່ນຢູ່ໃນໄລຍະເກັບແຮງກຽມໃສ່ຊີເກມ, ລາຍການນີ້ແມ່ນເປັນການທົດສອບທີ່ສໍາຄັນ ແລະ ຈະກັບມາ ສປປ ລາວ ໃນວັນທີ 5 ຕຸລາ 2019 ແມ່ນຈະເລັ່ງຝຶກຊ້ອມສຸມໃສ່ ຊີເກມ 2019 ທີ່ປະເທດຟີລິບປິນ ” ອານຸສອນ ກ່າວ.

ສຳລັບຜົນງານທີ່ຜ່ານມາອັນໂດດເດັ່ນຂອງ ອານຸສອນ ແມ່ນລາຍການ ໄທແລນ ໂອເພັນ 2019 ທີ່ນະຄອນຫຼວງບາງກອກ ປະເທດໄທ ໃນເດືອນພຶດສະພາ 2019 ສາມາດຍາດມາໄດ້ 1 ຫຼຽນຄຳ ປະເພດແລ່່ນຂ້າມຮົ້ວ 110 ແມັດຊາຍ, ຜົນງານໃນລະດັບອາຊຽນແມ່ນສາມາດຍາດໄດ້ຫຼຽນຄຳ ປະເພດແລ່ນຂ້າມຮົ້ວ 110 ແມັດຊາຍ ໃນງານມະຫະກຳກີລາມະຫາວິທະຍາໄລອາຊຽນ ຄັ້ງທີ 17 ທີ່ປະເທດອິນໂດເນເຊຍ 2014, ຂະນະທີ່ສະຖິຕິເວລາທີ່ດີທີ່ສຸດຂອງລາວປັດຈຸບັນແມ່ນ 13,96 ວິນາທີ.

( ຄໍາສອນ; ຮູບຈາກ: ອານຸສອນ )