ແຈ້ງການ!! ປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ເລີ່ມ 4 ຕຸລານີ້

321

ດ້ວຍສະພາບລາຄາຕະຫຼາດນໍ້າມັນໂລກຜັນຜວນ ເຮັດໃຫ້ລາຄານໍ້າມັນຖືບຕົວສູງຂຶ້ນ, ຂະນະທີ່ ສປປ ລາວ ເປັນປະເທດນຳເຂົ້າຈຶ່ງຈຳຕ້ອງປັບຂຶ້ນລາຄານໍ້າມັນໜ້າປໍ້າໃນຂອບເຂດທົ່ວປະເທດ. ໂດຍກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ອອກແຈ້ງການສະບັບເລກທີ 1333/ອຄ. ກຄພນ ລົງວັນທີ 3 ຕຸລາ 2019 ໃຫ້ປັບຂຶ້ນລາຄານໍ້າມັນໜ້າປໍ້າ ເພື່ອດັດສົມ ລາຄາຄັງແຮງຂອງຜູ້ປະກອບການເຊິ່ງໄດ້ປັບຫຼຸດ ຄັງແຮນໍ້າມັນອັດຊັງພິເສດເປັນ 400 ກີບ (ຈາກ 700 ກີບ/ລິດ ລົງມາເປັນ 300 ກີບ); ຄັງແຮນໍ້າມັນແອັດຊັງທຳມະດາ ລົງມາເປັນ 220 ກີບ/ລິດ (ຈາກ 440 ກີບ/ລິດ ມາເປັນ 220 ກີບ/ລິດ) ແລະ ຄັງແຮນໍ້າມັນກາຊວນ ລົງເປັນ 170 ກີບ/ລິດ (ຈາກ 590 ກີບ/ລິດ ລົງເປັນ 420 ກີບ/ລິດ) ພ້ອມນີ້, ຍັງໄດ້ຫຼຸດກຳໄລຂາຍຍົກລົງ 10 ກີບ/ລິດ/ຊະນິດ (ຈາກ 130 ກີບ/ລິດ ລົງເປັນ 120 ກີບ/ລິດ) ແລະ ຫຼຸດບໍລິການປໍ້ານໍ້າມັນເຊື້ອໄຟລົງ 10 ກີບ/ລິດ/ຊະນິດ (ຈາກ 260 ກີບ/ລິດ ລົງເປັນ 250 ກີບ/ລິດ).

 width=

ສ່ວນລາຄາຂາຍຍ່ອຍໜ້າປໍ້າໄດ້ປັບຂຶ້ນ ລາຄາແອັດຊັງພິເສດຢູ່ທີ່ 460 ກີບ/ລິດ; ແອັດຊັງທຳມະດາ 330 ກີບ/ລິດ ແລະ ກາຊວນຢູ່ທີ່ 160 ກີບ/ລິດ. ສຳລັບບັນດາປໍ້າໃນເຂດເທດສະບານແຂວງ ແລະ ນະຄອນຫຼວງ ໄດ້ມີການປັບຂຶ້ນລາຄາດັ່ງນີ້:
ຈຸດນະຄອນຫຼວງວຽງຈັນ ກ່ອນປັບຂຶ້ນລາຄາຂາຍຢູ່ທີ່ ແອັດຊັງພິເສດ 10.250 ກີບ/ລິດ; ແອັດຊັງທໍາມະດາ 8.910 ກີບ/ລິດ ແລະ ກາຊວນຢູ່ທີ່ 8.560 ກີບ/ລິດ. ສໍາລັບວັນທີ 4 ຕຸລາ 2019 ປັບຂຶ້ນຢູ່ທີ່ ແອັດຊັງພິເສດລິດລະ 10.710 ກີບ; ແອັດຊັງທໍາມະດາ 9.240 ກີບ/ລິດ ແລະ ກາຊວນ 8.720 ກີບ/ລິດ.

width=

ແຂວງ ຫຼວງພະບາງກ່ອນການປັບຂຶ້ນແອັດຊັງພິເສດຂາຍຢູ່ທີ່ 10.650 ກີບ/ລິດ; ແອັດຊັງທຳມະດາລິດລະ 9.310 ກີບ/ລິດ ແລະ ກາຊວນຂາຍຢູ່ທີ່ 8.960 ກີບ/ລິດ, ເຊິ່ງຈະປັບຂຶ້ນໃນວັນທີ 4 ຕຸລາລາຂາຍຢູ່ທີ່ ແອັດຊັງພິເສດ 11.110 ກີບ/ລິດ; ແອັດຊັງທຳມະດາແມ່ນ 9.640 ກີບ/ລິດ ແລະ ກາຊວນແມ່ນຂາຍຢູ່ທີ່ 9.120 ກີບ/ລິດ.
ສ່ວນບໍລິຄຳໄຊ ກ່ອນໜ້ານີ້ ແອັດຊັງພິເສດຂາຍຢູ່ທີ່ 10.330 ກີບ/ລິດ; ອັດຊັງທໍາມະດາຂາຍລິດລະ 8.990 ກີບ/ລິດ ແລະ ກາຊວນຢູ່ທີ່ 8.640 ກີບ/ລິດ ແລະ ຈະປັບຂຶ້ນໃນວັນທີ 4 ຕຸລາ 2019 ເຊິ່ງລາຄາແອັດຊັງພິເສດຈະປັບຂຶ້ນ 10.790 ກີບ/ລິດ; ແອັດຊັງທຳມະດາຢູ່ທີ່ 9.320 ກີບ/ລິດ ແລະ ກາຊວນຂາຍລິດລະ 8.800 ກີບ/ລິດ.

ຂະນະທີ່ແຂວງ ຈຳປາສັກກ່ອນໜ້ານີ້ຂາຍແອັດຊັງພິເສດຢູ່ທີ່ລິດລະ 10.310 ກີບ/ລິດ; ແອັດຊັງທໍາມະດາຢູ່ທີ່ 8.970 ກີບ/ລິດ ແລະ ກາຊວນຂາຍຢູ່ທີ່ 8.620 ກີບ/ລິດ ເຊິ່ງລາຄາໃໝ່ເລີ່ມວັນທີ 4 ຕຸລາ 2019 ປັບຂຶ້ນຢູ່ທີ່ 10.770 ກີບ/ລິດ; ແອັດຊັງທຳມະດາຂາຍລິດລະ 9.300 ກີບ/ລິດ ແລະ ກາຊວນຢູ່ທີ່ 8.780 ກີບ/ລິດ. ເຊິ່ງລາຄານີ້ແມ່ນເລີ່ມປະຕິບັດເວລາ 6:00 ໂມງເຊົ້າຂອງວັນທີ 4 ຕຸລາ 2019 ທົ່ວປະເທດ.