ອາເລັກ ກຽງໄກ ໄດ້ຮັບລາງວັນ Charming Smile ໃນເວທີ Mister Global 2019

253

ເມື່ອອາທິດຜ່ານມາ ໜຸ່ມ ອາເລັກ ກຽງໄກ ຊວ້ານສວນດາວ ຕົວແທນປະເທດລາວ Mister Global Laos 2019 ໄດ້ຮັບລາງວັນ Charming Smile ( ຍິ້ມມີສະເໜ່ ) ໃນເວທີລະດັບສາກົນ Mister Global 2019 ທີ່ບາງກອກ ປະເທດໄທ ເຊິ່ງມີຜູ້ເຂົ້າຮ່ວມປະກວດຈາກ 38 ປະເທດ.

ກຽງໄກ ຊວ້ານສວນດາວ ຫຼື ອາເລັກ ໄດ້ໃຫ້ສໍາພາດກັບທີມຂ່າວເສດຖະກິດ – ການຄ້າ ຫຼັງກັບຈາກປະເທດໄທ ວ່າ: ນັບແຕ່ເລີ່ມໄປເກັບຕົວທີ່ປະເທດໄທ ກໍໄດ້ຮ່ວມກິດຈະກຳຫຼາຍຢ່າງບໍ່ວ່າຈະເປັນການຖ່າຍຮູບກັບເສື້ອຜ້າຍີ່ຫໍ້ຕ່າງໆ, ການເດີນແບບ, ການຢ້ຽມຊົມວັດວາອາຮາມສະຖານທີ່ທ່ອງທ່ຽວ, ທ່ຽວຊົມສະຖານທີ່ລ້ຽງຊ້າງ ແລະ ໃຫ້ອາຫານຊ້າງ, ການຂາຍເສື້ອຜ້າ ແລະ ເປີດຮັບບໍລິຈາກເພື່ອຊ່ວຍເຫຼືອຊ້າງທີ່ຊຽງໃໝ່.

ການເຂົ້າຮ່ວມເວທີ Mister Global 2019 ຊ່ວຍໃຫ້ຕົນເອງໄດ້ປະສົບການຫຼາຍຢ່າງ ບໍ່ວ່າຈະເປັນການພົບປະໂອ້ລົມ ແລະ ແລກປ່ຽນຮຽນຮູ້ທາງດ້ານວັດທະນະທຳທີ່ຫຼາກຫຼາຍຈາກຊາດຕ່າງໆ ທັງໄດ້ຮຽນຮູ້ການເບິ່ງແຍງຕົນເອງຫຼາຍຂຶ້ນ, ໄດ້ຮຽນຮູ້ການເຮັດວຽກເປັນທີມ, ກົງຕໍ່ເວລາ ແລະ ຄວາມຮູ້ໃໝ່ໆທີ່ບໍ່ເຄີຍຮູ້ມາກ່ອນ.

ສໍາລັບການໄດ້ຮັບລາງວັນ Charming Smile ( ຍິ້ມມີສະເໜ່ ) ຕົນເອງມີ ຄວາມຮູ້ສຶກພາກພູມໃຈ ແລະ ດີໃຈຫຼາຍທີ່ໄດ້ລາງວັນກັບມາໃຫ້ຊາວລາວເຮົາ ແລະ ຈະນຳເອົາຄວາມຮູ້ປະສົບການຕ່າງໆໄປພັດທະນາຕົນເອງໃນທຸກໆດ້ານ ບໍ່ວ່າຈະເປັນໃນດ້ານການສຶກສາ, ການນຳໃຊ້ຊີວິດປະຈຳວັນ ແລະ ດຳລົງຊີວິດໃນສັງຄົມ ລວມໄປເຖິງການນຳໃຊ້ຄວາມຮູ້ ແລະ ປະສົບການມາບອກຕໍ່ໃຫ້ກັບຮຸ່ນຕໍ່ໄປທີ່ຈະເຂົ້າປະກວດໃນປີຕໍ່ໄປ.

ເວທີນີ້ໄດ້ສອນໃຫ້ຮູ້ວ່າການປະກວດເຖິງຈະບໍ່ໄດ້ລາງວັນຫຍັງ, ແຕ່ມັນກໍເຮັດໃຫ້ໄດ້ຮູ້ຈັກການພົວພັນ ແລະ ໄດ້ມິດຕະພາບທີ່ດີຕໍ່ກັນຈາກໝູ່ເພື່ອນຜູ້ເຂົ້າປະກວດນຳກັນ ເຖິງວ່າການປະກວດຈະສິ້ນສຸດລົງແລ້ວແຕ່ມິດຕະພາບທີ່ດີຕໍ່ກັນຍັງຄົງຢູ່.

ສຸດທ້າຍຂໍຝາກຕິດຕາມຜົນງານ ໜຸ່ມ ອາເລັກ ໄດ້ທາງ Facebook ສ່ວນຕົວ: kiengkai Xouan souandao ແລະ fan page: Mister Global Laos.

( ຂ່າວ: ນຸ້ມນິ້ມ, ຮູບ: Mister Global Laos )