ເນີຍຖົ່ວ Peanut Butter ອາຫານເຊົ້າທີ່ອຸດົມໄປດ້ວຍໂປຣຕິນ

135

ເນີຍຖົ່ວຖືວ່າເປັນອາຫານເຈອີກຢ່າງໜຶ່ງທີ່ເຮັດມາຈາກຖົ່ວດິນ ສ່ວນໃຫຍ່ແມ່ນຈະຫາຊື້ໄດ້ຕາມຮ້ານ Mini Mark ຫຼື Supermarket ແຕ່ຢູ່ຕາມຕະຫຼາດອາດຈະຊອກຍາກ ເນື່ອງຈາກວ່າເປັນສິນຄ້ານຳເຂົ້າ ແລະ ລາຄາຂ້ອນຂ້າງແພງ. ສະນັ້ນ, ຈຶ່ງໄດ້ເອົາວິທີເຮັດ Peanut Butter ແບບງ່າຍໆໄວ້ເຮັດກິນເອງ ໂດຍໄວ້ໃຈໄດ້ວ່າສະອາດ ແລະ ປອດໄພຈາກສານເຈືອປົນອື່ນໆນຳ.

ສ່ວນປະສົມ: ຖົ່ວດິນ 300 ກຣາມ, ນ້ຳມັນແກ່ນຕາເວັນ 5 ບ່ວງ ແກງ ຫຼື ນໍ້າມັນໝາກກອກກໍໄດ້, ນ້ຳເຊື່ອມ 3 ບ່ວງແກງ.

ວິທີປຸງແຕ່ງ:

ເອົາໝາກຖົ່ວດິນໃສ່ເຄື່ອງປັ່ນ ( ສຳລັບໝາກຖົ່ວດິນແມ່ນໃຫ້ເລືອກເອົາບໍ່ມີກິ່ນສາບ ຫຼື ມີແມງກັດ ຖ້າເປັນຖົ່ວດິນໃໝ່ເທົ່າໃດຍິ່ງເກັບຮັກສາໄວ້ດົນໄດ້ ) ພ້ອມກັບນ້ຳມັນແກ່ນຕາເວັນ ແລະ ນ້ຳເຊື່ອມປັ່ນຈົນໃຫ້ເປັນເນື້ອດຽວກັນ ຫຼື ຖ້າມັກໃຫ້ມັນເປັນເມັດໄວ້ຫຍ້ຳແນ່ກໍບໍ່ບົດຈົນລະອຽດຫຼາຍ, ແຕ່ຖ້າມັນຂຸ້ນໜຽວເກີນໄປກໍສາມາດຕື່ມນ້ຳເຊື່ອມ ແລະ ນ້ຳມັນແກ່ນຕາເວັນໄດ້ໜ້ອຍໜຶ່ງແຕ່ຕ້ອງຊີມກ່ອນຈຶ່ງຕື່ມ.

ຈາກນັ້ນ, ກໍລ້າງປ໋ອງແກ້ວໃຫ້ສະອາດແລ້ວນຳມາລວກນ້ຳຮ້ອນເພື່ອຂ້າເຊື້ອພະຍາດ ແລະ ນຳມາເຊັດ ຫຼື ປະໄວ້ໃຫ້ແຫ້ງດີ, ຕັກເນີຍຖົ່ວໃສ່ປ໋ອງປິດຝາໃຫ້ດີເອົາໄວ້ໃນຕູ້ເຢັນສາມາດເກັບໄວ້ປະມານ 3 – 4 ອາທິດ.

ເມື່ອຈະກິນແມ່ນທາໃສ່ເຂົ້າຈີ່ ໂດຍແນະນຳໃຫ້ເປັນ Whole-wheat bread ຫຼື Multigrain bread ກໍຈະດີ ແລະ ສາມາດໃສ່ໝາກກ້ວຍ ຫຼື ແຍມໝາກໄມ້ອື່ນໆເພີ່ມຕື່ມໄດ້. ເທົ່ານີ້ອາຫານເຊົ້າທີ່ຮີບດ່ວນກໍສຳເລັດໃຊ້ເວລາເຮັດບໍ່ດົນ ແລະ ຊ່ວຍປະຢັດເວລາໄດ້ຫຼາຍສົມຄວນໃນຕອນເຊົ້າ.

ສັບພະຄຸນ: ເນີຍຖົ່ວເປັນອີກອາຫານໜຶ່ງທີ່ສາມາດຊ່ວຍເສີມສ້າງກ້າມຊີ້ນໄດ້ດີ ເນື່ອງຈາກວ່າໃນເນີຍຖົ່ວເປັນແຫຼ່ງໂປຣຕິນຊັ້ນດີ ແລະ ມີໄຂມັນອີ່ມຕົວທີ່ຊ່ວຍໃຫ້ສຸຂະພາບຂອງຫົວໃຈແຂງແຮງ ແລະ ຊ່ວຍເພີ່ມພະລັງງານໄດ້ພ້ອມ. ນອກຈາກນີ້, ຍັງມີໂພແທັສຊຽມທີ່ສາມາດຕໍ່ຕ້ານສານອັນຕະລາຍຈາກໂຊດຽມ, ມີໄຟເບີທີ່ຊ່ວຍເສີມສ້າງການເຮັດວຽກຂອງລະບົບໃນຮ່າງກາຍໄດ້ເປັນຢ່າງດີ, ມີແມັກນີຊຽມ ແລະ ມີສານຕ້ານອະນຸມູນອິດສະຫຼະຈາກວິຕາມິນ E ພ້ອມ.

ຂໍ້ແນະນຳ: ເນີຍຖົ່ວສາມາດໃຫ້ຄຸນປະໂຫຍດຕໍ່ສຸຂະພາບຫຼາຍຢ່າງກໍຕາມ, ແຕ່ບໍ່ໄດ້ໝາຍຄວາມວ່າຈະກິນເນີຍຖົ່ວໃນປະລິມານຫຼາຍໆໄດ້ທຸກມື້ ເຊິ່ງຄວນກິນໃນປະລິມານທີ່ເໝາະສົມ ແລະ ສະລັບສັບປ່ຽນກັບອາຫານປະເພດອື່ນດ້ວຍ ໂດຍແນະນຳໃຫ້ກິນບໍ່ກາຍ 2 ບ່ວງແກງຕໍ່ມື້ ຖ້າຫຼາຍກວ່ານັ້ນອາດຈະເຮັດໃຫ້ນ້ຳໜັກຂຶ້ນງ່າຍ ແລະ ອາດຈະສົ່ງຜົນຕໍ່ສຸຂະພາບຕາມມາ.

ຂໍ້ມູນຈາກ: Sister.com, ຮຽບຮຽງ: ນຸ້ມນິ້ມ