ນ້ຳຕົກຕາດຫຼັກ 11 ອີກໜຶ່ງສະຖານທີ່ທ່ອງທ່ຽວທີ່ໜ້າສຳຜັດ

170

ນ້ຳຕົກຕາດຫຼັກ 11 ກໍເປັນສະຖານທີ່ທ່ອງທ່ຽວທາງດ້ານທຳມະຊາດແຫ່ງໜຶ່ງທີ່ນັກທ່ອງທ່ຽວໃຫ້ ຄວາມສົນໃຈ; ປັດຈຸບັນພວມໄດ້ຮັບການປັບປຸງ ໂດຍການສົບທົບກັນລະຫວ່າງໂຄງການພັດທະນາ  ພື້ນຖານໂຄງລ່າງການທ່ອງທ່ຽວແຂວງອຸດົມໄຊ ກັບນັກທຸລະກິດເອກະຊົນ ເພື່ອສ້າງສິ່ງອຳນວຍຄວາມສະດວກດ້ານຕ່າງໆ ຮອງຮັບໃຫ້ແກ່ການບໍລິການນັກທ່ອງທ່ຽວທີ່ມາໃຊ້ບໍລິການນັບມື້ເພີ່ມຂຶ້ນ.

ທ່ານ ອິນທະຫວາ ປິລາວັນ ຜູ້ສຳປະທານປັບປຸງ ແລະ ພັດທະນາສະຖານທີ່ທ່ອງທ່ຽວ ຕາດຫຼັກ 11 ເລົ່າສູ່ຟັງວ່າ: ສະຖານທີ່ທ່ອງທ່ຽວແຫ່ງນີ້ແມ່ນເປັນບ່ອນທີ່ມີອາກາດດີ, ມີທຳມະຊາດ, ພູຜາປ່າໄມ້ທີ່ສວຍງາມ ແລະ ຮົ່ມເຢັນ, ຈາກຈຸດພິເສດຄືດັ່ງກ່າວດ້ວຍຄວາມມັກຮັກທໍາມະຊາດ ບວກກັບຕົນເອງເຄີຍໄດ້ມາແວ່ສຳຜັດກັບບັນຍາກາດຕົວຈິງໃນເວລາຜ່ານໄປ – ມາທາງພາກເໜືອເລີຍເຫັນໄດ້ຄວາມສຳຄັນຂອງການທ່ອງທ່ຽວ ຈຶ່ງມີແນວຄິດຢາກມາອະນຸຮັກ – ຮັກສາທຳມະຊາດທີ່ມີຢູ່ ແລະ ພັດທະນາແຫຼ່ງທ່ອງທ່ຽວແຫ່ງນີ້ໃຫ້ຄົນອື່ນໄດ້ມີໂອກາດມາສຳຜັດກັບສິ່ງທີ່ຕົນເອງມັກ. ມາໃນປີ 2016 ຕົນເອງຈຶ່ງໄດ້ມາສຶກສາ ຄວາມເປັນໄປໄດ້ ໂດຍສົມທົບ     ກັບອຳນາດການປົກຄອງ ແລະ ພາກສ່ວນກ່ຽວຂ້ອງຂອງເມືອງໄຊ  ແຂວງອຸດົມໄຊ ເພື່ອຂໍສຳປະທານປັບປຸງໃຫ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ໜ້າທ່ຽວຊົມ, ມາຮອດທ້າຍປີ 2017 ຈົນເຖິງປັດຈຸບັນກໍໄດ້ເລີ່ມລົງມືສ້າງສິ່ງອຳນວຍຄວາມສະດວກດ້ານຕ່າງໆ ເປັນຕົ້ນແມ່ນ: ປັບປຸງເສັ້ນທາງຍ່າງເຂົ້າໄປຫານ້ຳຕົກຕາດ, ຮ້ານອາຫານ ເຊິ່ງມີອາຫານຫຼາກຫຼາຍປະເພດໃຫ້ນັກທ່ອງທ່ຽວໄດ້ເລືອກຮັບປະທານຕາມໃຈມັກ, ລາຄາເປັນກັນເອງ, ພ້ອມທັງບໍລິການດີ, ສະອາດ ແລະ ວ່ອງໄວ. ນອກນີ້, ຍັງມີຕູບສຳລັບບ່ອນນັ່ງພັກຜ່ອນຢ່ອນກາຍ, ກິນເຂົ້າ, ສະຖານທີ່ຈອດລົດ ແລະ ອື່ນໆ ເພື່ອຮອງຮັບແຂກຄົນທີ່ເຂົ້າມາທ່ຽວຊົມສຳຜັດກັບທຳມະຊາດແຫ່ງນີ້.

ນ້ຳຕົກຕາດແຫ່ງນີ້ມີຊື່ເອີ້ນໂດຍອີງຕາມໄລຍະຂອງທາງເລກທີ 13 ເໜືອ ຈາກເທສະບານແຂວງອຸດົມໄຊ ໄປຫາປາກມອງ ແຂວງຫຼວງພະບາງ ເຊິ່ງພໍດີຕັ້ງຢູ່ກິໂລແມັດທີ 11 ຈຶ່ງເອີ້ນວ່າຕາດຫຼັກ 11 ເຊິ່ງນອນໃນປ່າສະຫງວນແຫ່ງຊາດພູຫີຜີ, ຂອບເຂດຂອງບ້ານນາງິ້ວ ເມືອງໄຊ ແຂວງອຸດົມໄຊ.

ລັກສະນະຂອງຕາດເປັນຕາດຂະໜາດນ້ອຍ, ມີຄວາມສູງປະມານ 30 ແມັດ ແລະ ກວ້າງປະມານ 10 – 15 ແມັດ. ນອກນີ້, ຍັງມີນ້ຳຕົກເປັນພັກ, ເປັນຊັ້ນທີ່ແຕກຕ່າງກັນໄປ, ມີນໍ້າໄສເຢັນໄຫຼຜ່ານຕະຫຼອດປີ, ໃນບໍລິເວນຕາດຍັງມີຕົ້ນໄມ້ໃຫຍ່ – ນ້ອຍປົກຫຸ້ມເຮັດໃຫ້ມີອາກາດສົດຊື່ນ, ເຢັນສະບາຍ ເຊິ່ງເໝາະສົມໃນການແວ່ຊົມ ແລະ ພັກຜ່ອນຢ່ອນອາລົມສຳລັບນັກທ່ອງທ່ຽວທີ່ເດີນທາງຜ່ານໄປ – ມາ ກໍຄືການທ່ຽວຊົມທຳມະຊາດຂອງນັກທ່ອງທ່ຽວທີ່ມາທ່ຽວແຂວງອຸດົມໄຊ.

ທ່ານ ອິນທະຫວາ ປິລາວັນ ຍັງໃຫ້ຮູ້ອີກວ່າ: ສຳລັບການບໍລິການຢູ່ພາຍໃນສະຖານທີ່ທ່ອງທ່ຽວຕາດຫຼັກ 11 ແມ່ນໄດ້ບໍລິການແບບເປັນກັນເອງ ໂດຍຮູບແບບການເກັບຄ່າບໍລິການພຽງແຕ່ 5.000 ກີບຕໍ່ຄົນ ກໍສາມາດສຳຜັດໄດ້ຫຼາຍຢ່າງ ເປັນຕົ້ນແມ່ນ: ໄດ້ເບິ່ງນ້ຳຕົກຕາດ, ທ່ຽວຊົມທຳມະຊາດບໍລິເວນອ້ອມຮອບນັບແຕ່ທາງເຂົ້າຈົນເຖິງຫົວຕາດໄດ້ຕາມສະບາຍ.

ສຳລັບແຜນໃນຕໍ່ໜ້າ ທ່ານ ອິນທະຫວາ ປິລາວັນ ບອກວ່າຈະມີການປັບປຸງບໍລິເວນໃຕ້ຂົວລຽບຕາມສາຍນ້ຳ ໃຫ້ກາຍເປັນສະຖານທີ່ບ່ອນສຳລັບນັ່ງກິນເຂົ້າປ່າ, ຊົມທຳມະຊາດ ພ້ອມທັງຈະມີກິດຈະກຳການທ່ອງທ່ຽວທາງດ້ານວັດທະນະທຳຂອງຊາວບ້ານນາງິ້ວ ເປັນຕົ້ນແມ່ນ: ການສະແດງສິລະປະວັນນະຄະດີ, ການຟ້ອນງ້າວ ແລະ ວິຖີຊີວິດໃຫ້ແກ່ນັກທ່ອງທ່ຽວໄດ້ສຳຜັດໃນທຸກເດືອນຕື່ມອີກ.

( ໂດຍ: ສົມລົດ )

( ຂໍ້ມູນ + ຮູບພາບ: ໄມພອນ )