ທິບພະຍະ ຕັ້ງເປົ້າ 300 ສັນຍາປະກັນໄພລົດ ໃນງານວາງສະແດງລົດວຽງຈັນນານາຊາດ ຄັ້ງທີ 4

167

ມາຮອດເຄິ່ງທາງແລ້ວການຈັດງານວາງສະແດງລົດວຽງຈັນນານາຊາດ ຄັ້ງທີ 4 ປີ 2019 ບັນດາຄ້າຍລົດຍັງບໍ່ສາມາດເປີດເຜີຍຍອດຂາຍໄດ້ ເນື່ອງຈາກອາທິດທໍາອິດລູກຄ້າເຂົ້າຊົມລົດອາດຢູ່ໃນໄລຍະເລາະຊົມລົດແຕ່ລະຄ້າຍເພື່ອຕັດສິນໃຈຊື້ໃນອາທິດສຸດທ້າຍ, ແຕ່ເຊື້ອວ່ານັບຈາກນີ້ອາດເປັນໂຄ້ງສຸດທ້າຍຂອງການເລືອກຊື້ລົດ ເຊິ່ງ 2 ບໍລິສັດຜູ້ສະໜັບສະໜູນຫຼັກ ຕັ້ງເປົ້າຍອດຂາຍຜະລິດຕະພັນກົງກັນຄື 300 ຄັນ.

ຫຼ້າສຸດ, ບໍລິສັດ ທິບພະຍະ ປະກັນໄພ ເປີດເຜີຍຕໍ່ທີມຂ່າວເສດຖະກິດ – ການຄ້າ ໃນງານຄັ້ງນີ້ຕັ້ງເປົ້າຍອດຂາຍເທົ່າກັບປີຜ່ານມາ ຄື: 300 ກວ່າຄັນ ໂດຍຈັດພະນັກງານລົງປະຈໍາແຕ່ລະຄ້າຍລົດ ລວມທັງໂປຣໂມຊັນສົ່ງເສີມການຂາຍເຖິງ 4 ລະດັບ.

ທ່ານ  ຫໍລະດີ ວໍຣະລາດ ຜູ້ອໍານວຍການ ບໍລິສັດ ທິບພະຍະ ໄດ້ກ່າວວ່າ: ໃນປີຜ່ານມາ ບໍລິສັດ ທິບພະຍະ ປະກັນໄພ ສາມາດຂາຍປະກັນໄພລົດພາຍໃນງານ 300 ຄັນ, ສໍາລັບປີນີ້ກໍຕັ້ງເປົ້າຍອດຂາຍເທົ່າກັບປີຜ່ານມາ, ປັດໄຈທີ່ຈະເຮັດໃຫ້ເປົ້າສໍາເລັດຍ້ອນວ່າ ບໍລິສັດ ທິບພະຍະ ປະກັນໄພ ໄດ້ເຮັດສັນຍາກັບບັນດາຄ້າຍລົດທັງ 14 ຄ້າຍທີ່ເຂົ້າຮ່ວມ ຖ້າອອກລົດພາຍໃນງານ ຫຼື ຈອງລົດໄວ້ແມ່ນ ບໍລິສັດ ທິບພະຍະ ປະກັນໄພ ເປັນຜູ້ໃຫ້ບໍລິການ. ພ້ອມດຽວກັນນັ້ນ, ເຮົາກໍໄດ້ເຮັດສັນຍາກັບບໍລິສັດທີ່ໃຫ້ສິນເຊື່ອໃນການຊື້ – ຊໍາລະລົດ. ພ້ອມນັ້ນ, ພວກເຮົາໄດ້ສົ່ງພະນັກງານລົງປະຈໍາໃນແຕ່ລະຄ້າຍລົດທີ່ເຂົ້າຮ່ວມງານວາງສະແດງເພື່ອອໍານວຍຄວາມສະດວກ, ໃຫ້ຂໍ້ມູນ ແລະ ບໍລິການປະກັນໄພໃຫ້ລູກຄ້າຢູ່ກັບສະຖານທີ່ເລີຍ.

ສໍາລັບ 4 ກິດຈະກໍາສົ່ງເສີມການຂາຍ ພາຍໃນງານ ຄື: ປະກັນໄພລົດຮອບດ້ານ ຈະໄດ້ສ່ວນຫຼຸດສູງສຸດເຖິງ 50%, ປະກັນໄພທິບຊິລເວີ ( Tip silver ) ມູນຄ່າ 2 ລ້ານກີບຂຶ້ນໄປ ຈະໄດ້ເຄື່ອງແຖມຜະລິດຕະພັນຮັກສາລົດ  7 ຢ່າງ ມູນຄ່າ 4,9 ແສນກວ່າກີບ, ປະກັນໄພທິບໂກລ ( Tip Gold )  ໃນມູນຄ່າ 5,5 ລ້ານກີບ ຈະແຖມເຄື່ອງຮັກສາລົດ 16 ຢ່າງ ມູນຄ່າ 1,4 ລ້ານກີບ, ປະກັນໄພທິບໄດມ້ອນ ( Tip Diamond ) ໃນມູນຄ່າ 8,5 ລ້ານກີບ ຈະໄດ້ເຄື່ອງແຖມ 20 ລາຍການມູນຄ່າ 1,7 ລ້ານກີບ.

( ຂ່າວ: ພຸດຕີ້, ຮູບ: ສອນໄຊ )