ກຸ່ມບໍລິສັດ ຄໍາໄພຊະນະ ມອບເງິນຊ່ວຍເຫຼືອຜູ້ປະສົບໄພ 200 ລ້ານກີບ

259

ທ່ານ ເພັດ ພົມພິພັກ ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຕາງໜ້າລັດຖະບານລາວ ຮັບເງິນຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມ 200 ລ້ານກີບ ຈາກ ກຸ່ມບໍລິສັດ ຄຳໄພຊະນະ ວັນທີ 30 ກັນຍາ 2019 ຢູ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໂດຍມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຄຳໄພ ສົມຊະນະ ປະທານ ກຸ່ມບໍລິສັດ ຄຳໄພຊະນະ ກ່າວວ່າ: ເພື່ອປະກອບສ່ວນຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມພາກກາງ ແລະ ພາກໃຕ້ລາວ ແລະ ຕໍ່ໜ້າ ກຸ່ມບໍລິສັດຍັງຈະສືບຕໍ່ຊ່ວຍປະຊາຊົນແຂວງໃດທີ່ທຸກຍາກ, ແຂວງໃດທີ່ພັກ – ລັດມອບໝາຍໃຫ້ ກຸ່ມບໍລິສັດ ຄຳໄພ ຮັບຜິດຊອບ ພວກເຮົາກໍຈະປະຕິບັດຢ່າງຕັ້ງໜ້າ ກຸ່ມບໍລິສັດ ຄຳໄພຊະນະ ຈະສຸມທຸກກຳລັງແຮງທີ່ມີເພື່ອຊ່ວຍແກ້ໄຂປະຊາຊົນໃຫ້ມີວຽກເຮັດງານທຳ.

ໂອກາດນີ້ຂໍເຊີນຊວນນັກທຸລະກິດພາຍໃນກໍຄືຕ່າງປະເທດ, ຄົນລາວທີ່ຢູ່ຕ່າງປະເທດ ຕະຫຼອດຮອດຊາວຕ່າງປະເທດທີ່ອາໄສຢູ່ລາວທີ່ມີເງື່ອນໄຂ ໃຫ້ປະກອບສ່ວນຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຄັ້ງນີ້ ເພື່ອແນໃສ່ບັນເທົາທຸກປັບປຸງຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນ.

ທ່ານ ເພັດ ພົມພິພັກ ກໍໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍ ກຸ່ມບໍລິສັດ ຄຳໄພຊະນະ ທີ່ໄດ້ນຳເອົາເງິນມາມອບເພື່ອຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມຄັ້ງນີ້ ພ້ອມທັງຢືນຢັນວ່າ: ເງິນຊ່ວຍເຫຼືອດັ່ງກ່າວຈະນຳໄປມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເພື່ອນຳໄປຊ່ວຍເຫຼືອບັນເທົາທຸກໃຫ້ຜູ້ປະສົບໄພນ້ຳຖ້ວມ.

( ຂ່າວ: ພຸດຕີ້, ຮູບ: ສໍານັກງານນາຍົກ )