ຫາລືກຽມປະຕິບັດໂຄງການອະນຸຮັກວັດທະນະທຳ ແລະ ສົ່ງເສີມການທ່ອງທ່ຽວ

63

ວັນທີ 27 ກັນຍາຜ່ານມານີ້, ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມປຶກສາຫາລື ແລະ ວາງແຜນຮ່ວມກັນໃນການກະກຽມຄວາມພ້ອມ ເພື່ອຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ໃນໂຄງການອະນຸຮັກມໍລະດົກວັດທະນະທຳ, ທ່ອງທ່ຽວ ແລະ ການພັດທະນາຕົວເມືອງຢູ່ແຂວງສະຫວັນນະເຂດ ຂອງອົງການຝຣັ່ງ ເພື່ອການພັດທະນາ ຫຼື AFD ໂດຍການເຂົ້າຮ່ວມຂອງ ທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າແຂວງສະຫວັນນະເຂດ, ທ່ານ ນາງ ດາວວອນ          ໄຊສຸລຽນ ຫົວໜ້າພະແນກ ຖວທ ແຂວງ, ທ່ານ ວຽງແກ້ວ ສຸກສະຫວັດດີ ຮອງຫົວໜ້າກົມມໍລະດົກ ກະຊວງ ຖວທ. ຈາກນີ້, ກໍມີຜູ້ຕາງໜ້າອົງການ AFD ພ້ອມດ້ວຍພາກສ່ວນຕ່າງໆທີ່ກ່ຽວຂ້ອງເຂົ້າຮ່ວມ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ກໍເພື່ອເຊີນເອົາພາກສ່ວນຕ່າງໆທີ່ກ່ຽວຂ້ອງຂັ້ນຕ່າງໆ ມາຮ່ວມຄົ້ນຄວ້າປຶກສາຫາລື ແລະ ວາງແຜນການໃນການກະກຽມຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆໃນໂຄງການອະນຸຮັກມໍລະດົກວັດທະນະທຳ, ທ່ອງທ່ຽວ ແລະ ການພັດທະນາຕົວເມືອງຢູ່ແຂວງສະຫວັນນະເຂດ ເຊິ່ງໃນປີ 2019 ນີ້ ແມ່ນຈະໄດ້ມີການກະກຽມດ້ານຕ່າງໆ ແລະ ຈະເລີ່ມຈັດຕັ້ງປະຕິບັດໂຄງການໃນປີ 2020 ເຊິ່ງໂຄງການດັ່ງກ່າວນີ້ແມ່ນປະກອບມີ 3 ໜ້າວຽກຫຼັກ ຄື:

1 ການວິໄຈສຶກສາຂໍ້ມູນ ແລະ ຍົກສູງຄຸນຄ່າຂອງມໍລະດົກທີ່ມີພາຍໃນແຂວງສະຫວັນນະເຂດ ໂດຍເນັ້ນໃສ່ຂອບເຂດຕົວເມືອງບູຮານ ເວົ້າສະເພາະແມ່ນໜອງເຮືອທອງ ເມືອງໄຊບູລີ ນັບທັງວັດຖຸບູຮານທີ່ກອບກູ້ມາໄດ້ ເພື່ອນຳມາວາງສະແດງ, ສົ່ງເສີມການທ່ອງທ່ຽວ ແລະ ກາຍເປັນສິນຄ້າໃຫ້ທ້ອງຖິ່ນ ແລະ ຊຸມຊົນ.

2 ສ້າງກຸ່ມບ້ານວັດທະນະທຳ ເຊິ່ງແມ່ນຫໍພິພິທະພັນເປັນໃຈກາງໃນການວາງສະແດງ, ນຳສະເໜີບັນດາວັດຖຸບູຮານທີ່ເປັນມໍລະດົກລ້ຳຄ່າທາງວັດທະນະທຳ, ແຫຼ່ງທ່ອງທ່ຽວ, ວິຖີຊີວິດຂອງປະຊາຊົນບັນດາເຜົ່າຂອງແຂວງ ເພື່ອເຊື່ອມໂຍງກັບຕົວເມືອງເກົ່ານະຄອນ ໄກສອນ ພົມວິຫານ ກໍຄືເຊື່ອມໂຍງແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດພາຍໃນແຂວງ.

3 ສ້າງແຜນການຕະຫຼາດດ້ານການທ່ອງທ່ຽວ, ສ້າງຄວາມເຂັ້ມແຂງແກ່ບຸກຄະລາກອນ, ອົງກອນ, ຊຸມຊົນທີ່ຈະມີຜົນກະທົບທາງດ້ານບວກ ແລະ ລົບ ຈາກໂຄງການ ພາຍໃຕ້ການສະໜັບສະໜູນທຶນ ແລະ ວິຊາການຈາກອົງການ AFD ແນໃສ່ເພື່ອເຮັດໃຫ້ ນັບແຕ່ປີ 2020 – 2025 ແຂວງສະຫວັນນະເຂດ ຈະກາຍເປັນຂຸມສົມບັດແຫ່ງຊາດ.