ນາຍົກເດີນຢ້ຽມຢາມຫວຽດນາມ ບັນລຸການລົງນາມເອກະສານການຮ່ວມມື 8 ສະບັບ

162

ໂດຍຕອບ​ສະ​ໜອງ​ຕາມ​ຄຳ​ເຊີນ​ຂອງ ສະ​ຫາຍ ຫງວຽນຊວັນ ຟຸກ ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ​ຫວຽດ​ນາມ; ສະ​ຫາຍ ທອ​ງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສາ​ທາ​ລະ​ນະ​ລັດ ປະ​ຊາ​ທິ​ປະ​ໄຕ ປະ​ຊາ​ຊົນ​ລາວ ພ້ອມດ້ວຍ​ພັນ​ລະ​ຍາ ແລະ ​ຄະ​ນະຜູ້​ແທນ​ຂັ້ນ​ສູງ ໄດ້​ເດີນ​ທາງ​ໄປຢ້ຽມ​ຢາມ​ຢ່າ​ງ​ເປັນ​ທາງ​ການ, ທີ່ ​ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ ຫວຽດ​ນາມ, ໃນລະຫວ່າງ​ວັນ​ທີ 1-3 ຕຸລາ 2019, ເພື່ອ​ຮັດ​ແໜ້ນ ແລະ ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ມິດ​ຕະ​ພາບ ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ​ລະ​ຫວ່າງ​ສອງ​ປະ​ເທດ ລາວ-ຫວຽດ​ນາມ.
ຄະນະຜູ້ແທນຂັ້ນສູງຂອງລາວ ນຳໂດຍ ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ເດີນທາງເຖິງນະຄອນຫຼວງຮ່າໂນ້ຍ, ໃນວັນທີ 1 ຕຸລາ 2019, ແລະ ໄດ້ມີພິທີຕ້ອນຮັບຢ່າງເປັນທາງການ ແລະ ສົມ​ກຽດ ໂດຍ​ມີ ສະ​ຫາຍ ຫງວຽນ ຊວັນ ຟຸກ, ນາ​ຍົກ​ລັດ​ຖະ​ມົນ​ຕີ ແຫ່ງ ສສ. ຫວຽດນາມ, ທີ່ ສຳນັກງານປະທານປະເທດ.

ຫຼັງຈາກສຳເລັດພິທີຕ້ອນຮັບຢ່າງເປັນທາງການ, ສະ​ຫາຍ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ ຊວັນ ຟຸກ ພ້ອມດ້ວຍການນຳຂັ້ນສູງຂອງ ສສ ຫວຽດນາມ ໄດ້ດຳເນີນການພົບປະສອງຝ່າຍກັບ ສະຫາຍ ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງລຸນ ສີສຸລິດ ແລະ ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ, ທີ່ ຫ້ອງວ່າການລັດຖະບານ. ສະຫາຍ ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງລຸນ ສີສຸລິດ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ ຈາກລັດຖະບານ ແລະ ປະຊາຊົນ ຫວຽດນາມ, ຊຶ່ງເປັນການຢ້ຽມຢາມ ສສ. ຫວຽດນາມ ຢ່າງເປັນທາງການ ຄັ້ງທີ 2 ໃນຕຳແໜ່ງນາຍົກລັດຖະມົນຕີ, ອັນມີຄວາມໝາຍຄວາມສໍາຄັນທີ່ສຸດ, ພ້ອມທັງເປັນການສະແດງໃຫ້ເຫັນເຖິງໄມຕີຈິດມິດຕະພາບອັນດູດດື່ມ, ຄວາມສາມັກຄີຮັກແພງອັນສະໜິດສະໜົມ ແລະ ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ອ້າຍນ້ອງ ຢ່າງແທ້ຈິງ. ສະຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຕີລາຄາສູງ ແລະ ຊົມເຊີຍຢ່າງສຸດໃຈ ຕໍ່ບັນດາ​ຜົນສຳ​ເລັດ​ອັນ​ສຳຄັນ, ຮອບດ້ານ ​ແລະ ມີ​ຄວາມໝາຍ​ປະຫວັດສາດ​​ໃນ​ດ້ານ​ຕ່າງໆ ທີ່​ປະຊາຊົນ​ຫວຽດນາມອ້າຍ​ນ້ອງຍາດ​ມາ​ໄດ້ ​​ພາຍ​ໃຕ້​ການ​ນຳພາ​ອັນ​ຖືກຕ້ອງ​ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ໃນ​ໄລຍະ​ຜ່ານ​ມາ ເຮັດໃຫ້ທົ່ວປະເທດໄດ້ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປົວແປງດີຂື້ນເປັນກ້າວໆ, ບົດບາດອິດທິພົນຊື່ສຽງຂອງຫວຽດນາມ ນັບມື້ນັບໄດ້ຮັບການຍົກສູງຂື້ນ ໃນເວທີພາກພື້ນ ແລະ ສາກົນ. ພິເສດ ໃນປີ 2020 ນີ້, ສສ ຫວຽດນາມ ກໍ່ຈະໄດ້ເປັນປະທານອາຊຽນ ແລະ ເປັນປະທານໄອປາ ອີກດ້ວຍ.

ນອກຈາກນີ້, ໃນການພົບປະຄັ້ງນີ້, ສອງຝ່າຍ ໄດ້ຮ່ວມກັນທົບທວນຄືນການຈັດຕັ້ງປະຕິບັດ ບັນດາໂຄງການ ແລະ ເອກະສານຮ່ວມມືສອງຝ່າຍ ກໍ່ຄືການຕົກລົງຂອງການນຳຂັ້ນສູງຂອງສອງປະເທດ ໃນທຸກໆດ້ານ ຕະຫຼອດໄລຍະຜ່ານມາ ແລະ ວາງແຜນການຮ່ວມມືໃນຕໍ່ໜ້າ, ເປັນຕົ້ນແມ່ນການຮ່ວມມືດ້ານການເມືອງ, ການຕ່າງປະເທດ, ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການຮ່ວມມືດ້ານຊາຍແດນ; ການຮ່ວມມືດ້ານເສດຖະກິດ, ການຄ້າ,​ ການລົງທຶນ, ພະລັງງານ ແລະ ແຮ່ທາດ, ໂຍທາທິການ ແລະ ຂົນສົ່ງ; ການຮ່ວມມືດ້ານການເງິນ, ການຮ່ວມມືດ້ານການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ, ຕະຫຼອດຮອດການພົວພັນຮ່ວມມື ລະຫວ່າງ ບັນດາກະຊວງ, ອົງການ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ແລະ ບັນດາທ້ອງຖິ່ນ.


ໃນໂອກາດຢ້ຽມຢາມຄັ້ງນີ້, ນາຍົກລັດຖະມົນຕີທັງສອງ ໄດ້ຮ່ວມລົງນາມ ແລະ ເປັນສັກຂີພິຍານໃນການລົງນາມເອກະສານຮ່ວມມືສອງຝ່າຍ ຈຳນວນ 8 ສະບັບ ຄື: 1.) ອະນຸສັນຍາວ່າດ້ວຍ ການດັດແກ້ສັນຍາ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ວ່າດ້ວຍ ໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ; 2.) ຂໍ້ຕົກລົງ ລະຫວ່າງ ກະຊວງແຜນການ ແລະ ການລົງທຶນ ລາວ ແລະ ກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ວ່າດ້ວຍການສ້າງຍຸດທະສາດການຮ່ວມມື ເສດຖະກິດ, ວັດທະນະທຳ, ສຶກສາ, ວິທະຍາສາດ ເຕັກໂນໂລຊີ ລະຫວ່າງ ລາວ – ຫວຽດນາມ ໄລຍະ 2021-2030 ແລະ ສັນຍາວ່າດ້ວຍການຮ່ວມມື ໄລຍະ 5 ປີ ( 2021-2025); 3.) ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງການເງິນ ແຫ່ງ ສປປ ລາວ ແລະ ກະຊວງການເງິນ ແຫ່ງ ສສ ຫວຽດນາມ ກ່ຽວກັບການສະໜອງເງິນກູ້ ໃຫ້ໂຄງການລົງທຶນກໍ່ສ້າງເສັ້ນທາງ ແຕ່ພູທິດເຜີ້ງ, ແຂວງຫຼວງພະບາງ, ລາວ ຫາ ຊາຍແດນ ນາຊອນ ໃຫ້ເມືອງ ດ້ຽນບຽນດົງ, ແຂວງດ້ຽນບຽນ, ຫວຽດນາມ;

4.) ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານ ແຫ່ງຊາດ ຫວຽດ ນາມ ວ່າດ້ວຍການຮ່ວມມືເຄື່ອນໄຫວຈຸດສຸມດ້ານທະນາຄານ ໄລຍະ 2019-2024. 5.) ແຜນການ ສ້າງແຜນຮ່ວມມື ລາວ-ຫວຽດນາມ ໃນຂົງເຂດການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ໄລຍະ 2021-2030 ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ລາວ ແລະ ກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ. 6.) ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງພະລັງງານ ແລະ ບໍ່ແຮ່ ຂອງ ລາວ ແລະ ກະຊວງອຸດສາຫະ ກຳການຄ້າຫວຽດນາມ ວ່າດ້ວຍການຮ່ວມມືຊຸກຍູ້ ຊື້-ຂາຍ ໄຟ ພະລັງງານລົມ; 7.) ມອບຮັບໃບຢັ້ງຢືນນຳເຂົ້າໄຟຟ້າຈາກ ເຂື່ອນ ນໍ້າກົງ 2,3 ນໍ້າອີມູນ ແລະ ນໍ້າອາງ ຂອງບໍລິສັດຈະເລີນເຊກອງ ລາວ ແລະ ບໍລິສັດຫຸ້ນສ່ວນໂຊງດາ 5 ຫວຽດນາມ; 8.) ບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ລາວ ແລະ ບໍລິສັດ ຫຸ້ນສ່ວນເດີນອາກາດຫວຽດແຈັດ (Viet Jet) ວ່າດ້ວຍການຮ່ວມມືພັດທະນາການບິນພົນລະເຮືອນ ແລະ ຖະແຫຼງການຮ່ວມ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ.

ຂ່າວ, ພາບ: ສຫນຍ