ຕໍາໝ້ຽງຫົວສີໃຄອາຫານທີ່ເຕັມໄປດ້ວຍສັບພະຄຸນທາງຢາ

152

ມື້ນີ້ຈະພາມາປຸງແຕ່ງອາຫານງ່າຍໆແຕ່ຮັບຮອງວ່າໃຫ້ປະໂຫຍດຫຼາຍຢ່າງ ສ່ວນວັດຖຸດິບກໍຫາໄດ້ງ່າຍເປັນຜັກສວນຄົວທີ່ຫຼາຍໆຄົນຕ້ອງປູກໄວ້ເຮືອນແນ່ນອນ ເຊິ່ງສ່ວນປະກອບຫຼັກແມ່ນຫົວສີໃຄ ແລະ ຍອດຂ່າ ຜັກທັງ 2 ຊະນິດລ້ວນແຕ່ມີປະໂຫຍດຊ່ວຍຂັບລົມໄດ້ເປັນຢ່າງດີ ຄື: ຕໍາໝ້ຽງຫົວສີໃຄ.

ສ່ວນປະສົມ: ຫົວສີໃຄ 10 ຫົວ, ຂ່າອ່ອນ ຫຼື ຍອດຂ່າ 5 ຍອດ, ໝາກເຜັດ 2 ໜ່ວຍ, ກະທຽມລາວ 3 ກີບ, ຫົວຜັກບົ່ວແດງ 3 ຫົວ, ໝາກຂາມປຽກ 1 ບ່ວງແກງ, ນ້ຳປາແດກສຸກ 2 ບ່ວງແກງ, ນ້ຳຕານ 2 ບ່ວງກາເຟ, ເກືອ 1/4 ບ່ວງກາເຟ.

ໝາຍເຫດ: ຜັກສົດກັບຕໍາໝ້ຽງຕາມໃຈມັກ ເຊັ່ນ: ໃບໝາກມີ້, ຜັກຕີນຈໍາ, ກ້ວຍທະນີ, ໝາກມີ້ອ່ອນ, ຜັກກະຖິນ, ຜັກຕິ້ວ, ໃບມັນຕົ້ນ, ໃບໝາກຍົມ ແລະ ອື່ນໆ.

ວິທີປຸງແຕ່ງ:

1 ຂັ້ນຕອນທຳອິດເອົາໝາກເຜັດ, ນ້ຳຕານ, ກະທຽມ ແລະ ເກືອຕຳໃຫ້ລະອຽດດີ ຈຶ່ງຊອຍຫົວສີໃຄເປັນຕ່ອນນ້ອຍໆລົງຕຳໃຫ້ແຫຼກກ່ອນ. ຈາກນັ້ນ, ຈຶ່ງຊອຍຂ່າອ່ອນ ແລະ ຫົວຜັກບົ່ວແດງລົງຕຳໃຫ້ເຂົ້າກັນແລ້ວປຸງລົດຊາດດ້ວຍໝາກຂາມປຽກ ແລະ ນ້ຳປາແດກສຸກ ຕຳໃຫ້ເຂົ້າກັນພ້ອມຊີມລົດຊາດຕາມໃຈມັກ.

2 ຕັກໃສ່ຈານເສີບພ້ອມກັບຜັກສົດ ເປັນຕົ້ນແມ່ນຜັກຕີນຈຳ, ໝາກເຂືອເປາະ, ຜັກກະຖິນ, ຜັກຕິ້ວ ແລະ ອື່ນໆ ຖ້າມີຜັກກັບນຳຈະຊ່ວຍໃຫ້ລົດຊາດທີ່ອອກມາແຊບ ແລະ ສາມາດຮັບລົດຊາດໄດ້ດີຂຶ້ນພ້ອມ.

( ຂ່າວ: ນຸ້ມນິ້ມ;ຮູບຈາກອິນເຕີເນັດ)