ສາວນ້ອຍ ແຮ່ນນ້າ ກັບຄວາມສາມາດໃນວົງການບັນເທີງ

197

ຫຼາຍຄົນອາດຈະໄດ້ເບິ່ງຮູບເງົາເລື່ອງ Diary love ທີ່ມີນາງເອກຊື່ ເນ່ເນ້ ເຊິ່ງຮັບບົດໂດຍສາວນ້ອຍໜ້າໃສ ແຮ່ນນ້າ ເຊິ່ງກາຍເປັນກະແສໂດ່ງດັງໃນໂລກໂຊຊຽວ ແລະ ເມື່ອບໍ່ດົນມານີ້ສາວນ້ອຍ ແຮ່ນນ້າ ກໍໄດ້ຮັບລາງວັນຮອງອັນດັບ 2 ໃນໂຄງການປະກວດ Miss Teen Laos 2019.

ນາງ ແຮ່ນນ້າ ໂລເຊັ່ນບູມ ຫຼື ແຮ່ນນ້າ ອາຍຸ 17 ປີ ໃຫ້ສໍາພາດວ່າ: ປັດຈຸບັນຮຽນຢູ່ໂຮງຮຽນວຽງຈັນພັດທະນານາໆຊາດ ເຊິ່ງເປັນລູກຊອດອາເມຣິກາ ນ້ອງເອງກໍເປັນເດັກນ້ອຍທຳມະດາ, ເຮັດຫຍັງກໍບໍ່ເປັນ, ຕົວດຳນ້ອຍໆຈ່ອຍໆໂດຍໄດ້ເລີ່ມປ່ຽນ ແລະ ພັດທະນາຕົນເອງຂຶ້ນເລື້ອຍໆຈົນມາຮອດຈຸດນີ້. ຜົນງານທີ່ເປັນກະແສທີ່ມີຊື່ສຽງຜ່ານມາກໍຈະມີຮູບເງົາເລື່ອງ Diary love ຮັບບົດເປັນ ເນ່ເນ້ ເຊິ່ງໄປໃສມາໃສກໍມີແຕ່ຄົນເອີ້ນ ເນ່ເນ້ ຈົນມີແຟນຄລັບຄົນໜຶ່ງຕັ້ງຄຳຖາມວ່າ “ ສະຫຼຸບຊື່     ເນ່ເນ້ ຫຼື ແຮ່ນນ້າ ”. ນອກຈາກນີ້, ກໍມີເດີນແບບ, ຖ່າຍແບບ, ຖ່າຍໂຄສະນາ, ສະແດງຮູບເງົາ ຮັກນີ້ສີບົວ 2, ຖ່າຍ MV ເພງ ແລະ ອື່ນໆ.

ຫຼ້າສຸດນ້ອງເອງໄດ້ເຂົ້າຮ່ວມປະກວດ Miss Teen Laos 2019 ໂດຍໄດ້ຮັບລາງວັນຮອງດັບ 2 ເຊິ່ງການຮ່ວມໃນກອງປະກວດນີ້ໄດ້ສອນໃຫ້ຮູ້ຫຼາຍຢ່າງເພີ່ມຂຶ້ນ ເຊັ່ນ: ສອນໃຫ້ມີຄວາມກ້າສະແດງອອກ, ຊ່ວຍພັດທະນາ ແລະ ຊ່ວຍເພີ່ມສັກກະຍະພາບໃຫ້ເກັ່ງຂຶ້ນຈາກເມື່ອກ່ອນ ໂດຍນ້ອງເອງກໍມີຄໍາຂວັນປະຈໍາໃຈເພື່ອເປັນແຮງບັນດານໃຈໃຫ້ກັບໄວໜຸ່ມຫຼາຍຄົນ ຄື: “ ຈົ່ງເຮັດໃນສິ່ງທີ່ຮັກ ຕັ້ງໃຈແລ້ວເຮັດໃຫ້ດີທີ່ສຸດ Never give up you only got one life go for it ”.

ສຸດທ້າຍ, ຂໍຝາກລາຍການໃໝ່ທີ່ປະເທດໄທ ໃຫ້ຕິດຕາມໄວໆນີ້ ພ້ອມທັງຝາກຕິດຕາມນ້ອງ ແຮ່ນນ້າ ໃນການປະຕິບັດໜ້າທີ່ Miss Teen Laos 2019 ຫຼື ສາມາດຕິດຕາມຂໍ້ມູນ – ຂ່າວສານໃນ    ເຟສບຸ໊ກສ່ວນຕົວ: Hannah Rosen bloom.

( ຂ່າວ: ນຸ້ມນິ້ມ )

( ຮູບ: Hannah Rosen bloom )