ຍີ່ປຸ່ນ ຈະກະທົບຈາກການທີ່ອັງກິດ ອອກຈາກ ອີຢູ ຫຼາຍທີ່ສຸດ

215

ໃນບັນດາປະເທດພັດທະນາແລ້ວໃນອາຊີ ປະເທດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດຈາກການອອກຈາກສະຫະພາບເອີຣົບ ຫຼື ອີຢູ ຂອງອັງກິດ ກໍຄື ຍີ່ປຸ່ນ.

ສາເຫດເປັນເພາະ ຍີ່ປຸ່ນ ບໍ່ພຽງເຮັດການຄ້າກັບ ອັງກິດ ຄືປະເທດອື່ນໆໃນອາຊີເທົ່ານັ້ນຍັງລົງທຶນຢູ່ອັງກິດ ຈໍານວນຫຼາຍ ໂດຍຍີ່ປຸ່ນ ເຂົ້າໄປລົງທຶນໃນ ອັງກິດ ສະໄໝ ບາຣອນເນດ ມາກາເຣດ ແທດເຊີ ອະດີດນາຍົກລັດຖະມົນຕີຂອງອັງກິດ ໂດຍຂະນະນັ້ນ ອັງກິດ ມີບັນຫາເສດຖະກິດ ໂດຍທ່ານໄດ້ຟື້ນຟູຈາກນະໂຍບາຍເປີດ ແລະ ການເປັນສ່ວນໜຶ່ງຂອງອີຢູ ສ້າງຄວາມຈະເລີນຮຸ່ງເຮືອງອີກຄັ້ງ.

ໃນຕົ້ນທົດສະວັດ 1980 ຍີ່ປຸ່ນ ແຫ່ໄປລົງທຶນໃນ ອັງກິດ ນໍາທາງໂດຍອຸດສາຫະກໍາລົດ, ຕາມມາດ້ວຍພາກທຸລະກິດທະນາຄານ ແລະ ທຸລະກິດອື່ນໆ ເນື່ອງຈາກ ອັງກິດ ກໍຄືປະຕູສູ່ ອີຢູ ນັ້ນເອງ.

ດ້ວຍຄວາມສໍາພັນອັນແໜ້ນແຟ້ນເຖິງ 40 ປີທີ່ຜ່ານມາ ລະຫວ່າງ ຍີ່ປຸ່ນ ກັບ ອັງກິດ ເຮັດໃຫ້ບໍລິສັດຂ້າມຊາດ ຍີ່ປຸ່ນ ກັງວົນກັບການທີ່ ອັງກິດ ອອກຈາກອີຢູ ເປັນຕົ້ນການອອກແບບບໍ່ມີຂໍ້ຕົກລົງ.

ຫາກອັງກິດ ອອກຈາກອີຢູ ໂດຍບໍ່ມີຂໍ້ຕົກລົງສິນຄ້າໃດໆທີ່ຜະລິດໃນອັງກິດ ເມື່ອສົ່ງໄປຂາຍໃນ ເອີຣົບ ຕ້ອງປະເຊີນກັບອຸປະສັກທາງການຄ້າ ເຊັ່ນ: ພາສີ ແລະ ອື່ນໆເພີ່ມຂຶ້ນມະຫາສານຈາກທີ່ເຄີຍໄດ້ຮັບການຄຸ້ມຄອງໄວ້ຈາກການເປັນສະມາຊິກ.