ຄົນເປັນເອດສ໌ມີຫວັງ ເມື່ອນັກວິທະຍາສາດຄົ້ນພົບໂມເລກຸນອາເອັນເອ

172

ນັກວິທະຍາສາດອາເມຣິກາ ຄົ້ນພົບໂມເລກຸນອາເອັນເອ ຫຼື RNA ເຮັດໜ້າທີ່ຢຸດການແຜ່ກະຈາຍຂອງຈຸລັງທີ່ຕິດພະຍາດເອດສ໌ ແບ່ງຕົວສ້າງຈຸລັງໃໝ່ ຫຼັງນັກວິທະຍາສາດທົ່ວໂລກພະຍາຍາມສຶກສາຄົ້ນຄວ້າມາຍາວນານນັບ 30 ປີ ສ້າງຄວາມຫວັງໃຫ້ກັບຄົນທີ່ເປັນເອດສ໌.

ຄວາມຫວັງຂອງຄົນທີ່ເປັນເອດສ໌ ອາດຈະໄດ້ຮັບການປິ່ນປົວໃຫ້ເຊົາຈາກພະຍາດຮ້າຍກໍາລັງໃກ້ເຂົ້າມາທຸກຂະນະ ເມື່ອຄະນະນັກວິທະຍາສາດຂອງມະຫາວິທະຍາໄລແຄລິຟໍເນຍ ຊານ ດິເອໂກ ໃນລັດແຄລິຟໍເນຍ ສະຫະລັດອາເມຣິກາ ຄົ້ນພົນໂມເລກຸນດັ່ງກ່າວທີ່ສາມາດຢຸດການແຜ່ເຊື້ອເອດສ໌ ໂດຍການແບ່ງຕົວສ້າງຈຸລັງໃໝ່ຫຼັງຈາກບັນດານັກວິທະຍາສາດທົ່ວໂລກໄດ້ພະຍາຍາມສຶກສາຄົ້ນຄວ້າໂມເລກຸນນີ້ກັນມາຍາວນານຫຼາຍທົດສະວັດ.

ນັກວິທະຍາສາດພົບວ່າ: ຖ້າມີການນໍາໂມເລກຸນດັ່ງກ່າວອອກຈາກຈຸລັງແລ້ວຈະສາມາດຢຸດພະຍາດເອດສ໌ບໍ່ໃຫ້ຫວນກັບມາໄດ້ອີກ ໂດຍຈາກການທົດລອງໃນຫ້ອງທົດລອງພົບວ່າໂມເລກຸນດັ່ງກ່າວທີ່ມີລັກສະນະສະເພາະນີ້ ສາມາດຢຸດການແຜ່ເຊື້ອຮ້າຍທີ່ສະຫງົບນິ້ງຢູ່ໃນຈຸລັງຮ່າງກາຍໄດ້.

ທ່ານ ດຣ. ທາຣິກ ຣານາ ຜູ້ຂຽນງານວິໄຈເລື່ອງນີ້ກ່າວວ່າ: ນີ້ເປັນໜຶ່ງໃນການຄົ້ນພົບຄັ້ງສໍາຄັນກ່ຽວກັບຄວາມພະຍາຍາມປິ່ນປົວຜູ້ຕິດເຊື້ອເອດສ໌ ຫຼັງຈາກມີການພະຍາຍາມສຶກສາຄົ້ນຄວ້າມາຫຼາຍສິບປີ.

ປັດຈຸບັນມີຄົນຕິດເຊື້ອເອດສ໌ ແລະ ເປັນເອດສ໌ ປະມານ 36,9 ລ້ານຄົນ ໂດຍພວກເຂົາເຫຼົ່ານັ້ນຈໍາເປັນຕ້ອງໄດ້ຮັບການບໍາບັດພະຍາດດ້ວຍຢາຕ້ານເຊື້ອຫຼາຍຊະນິດລວມກັນໄປຈົນຕະຫຼອດຊີວິດ ເພື່ອເຮັດໃຫ້ຈໍານວນພະຍາດໃນຮ່າງກາຍຫຼຸດລົງ ຫຼື ຢູ່ໃນໄລຍະສະຫງົບ, ແຕ່ບໍ່ໄດ້ກໍາຈັດໃຫ້ເຊົາໄປຢ່າງເດັດຂາດໄດ້.