ຂົ້ວຜັກກູດໃສ່ນ້ຳມັນຫອຍ

367

ຜັກກູດເປັນຜັກພື້ນບ້ານທີ່ມີປະໂຫຍດຫຼາຍຢ່າງມີຢູ່ 3 ຊະນິດ ແຕ່ລະຊະນິດແມ່ນສາມາດນຳມາປຸງແຕ່ງອາຫານໄດ້ ແລະ ມີສັບພະຄຸນຊ່ວຍແກ້ໄຂ້, ແກ້ອາການອັກເສບ, ຊ່ວຍບຳລຸງສາຍຕາ, ບຳລຸງເລືອດ, ຊ່ວຍຫຼຸດໄຂມັນໃນເສັ້ນເລືອດ ແລະ ປ້ອງກັນພະຍາດຄວາມດັນເລືອດສູງ.

ສ່ວນປະສົມ: ຜັກກູດ 1 ກິໂລກຣາມ, ກະທຽມສັບ 2 ບ່ວງແກງ,  ໝາກເຜັດ 2 ໜ່ວຍ, ນໍ້າຕານ 1 ບ່ວງກາເຟ, ນໍ້າມັນຫອຍ 2 ບ່ວງແກງ, ນ້ຳປາ 1/2 ບ່ວງກາເຟ,  ນ້ຳສະອິວ 1/2 ບ່ວງກາເຟ, ນໍ້າມັນພືດ 1 ບ່ວງແກງ.

ວິທີປຸງແຕ່ງ:

ເດັດຜັກກູດເອົາແຕ່ຍອດອ່ອນແລ້ວລ້າງໃຫ້ສະອາດປະໄວ້ໃຫ້ສະເດັດນໍ້າ ແລ້ວຊອຍໝາກເຜັດກຽມໄວ້ຈຶ່ງເອົາໝໍ້ໃສ່ນໍ້າມັນຄ້າງໄຟປານກາງ ເມື່ອໝໍ້ຮ້ອນໃຫ້ເອົາກະທຽມພ້ອມໝາກເຜັດລົງຂົ້ວພໍໃຫ້ມີກິ່ນຫອມ ( ເວລາເອົາໝາກເຜັດລົງລະວັງແສບຕາໜ້ອຍໜຶ່ງ ) ຈຶ່ງໃສ່ຜັກກູດລົງໄປຂົ້ວພໍໝາດໆປຸງລົດຊາດດ້ວຍນ້ຳຕານ, ນ້ຳປາ, ນ້ຳສະອິວ ແລະ ນ້ຳມັນຫອຍ ຄົນໃຫ້ເຂົ້າກັນຈົນສຸກດີຕັກໃສ່ຈານພ້ອມເສີບລາຍການງ່າຍໆປະຢັດເວລາແຖມໄດ້ປະໂຫຍດນໍາ.

ຂໍ້ມູນຈາກ: wongnai.com

ຮຽບຮຽງ: ນຸ້ມນິ້ມ