ຈີນ ສະໜອງເງິນກູ້ 300 ລ້ານໂດລາ ສົ່ງເສີມ SMEs ລາວ

147

ສປປ ລາວ ໄດ້ຮັບເງິນກູ້ຈຳນວນ 300 ລ້ານໂດລາສະຫະລັດ ຈາກລັດຖະບານຈີນ ເພື່ອຊຸກຍູ້ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ( SMEs ) ໃນ ສປປ ລາວ ເຂົ້າຫາແຫຼ່ງທຶນໃຫ້ງ່າຍຂຶ້ນຍູ້ໝູນໃຫ້ບັນດາຜູ້ປະກອບການມີກຳລັງແຮງໃນການເຮັດການຜະລິດເພື່ອສົ່ງອອກໃຫ້ນັບມື້ຫຼາຍຂຶ້ນ.

ວັນທີ 9 ກໍລະກົດ 2019 ທີ່ໂຮງແຮມ ລາວ ພລາຊາ ນະຄອນຫຼວງວຽງຈັນ ໄດ້ມີພິທີເຊັນສັນຍາເງິນກູ້ລະຫວ່າງ ທະນາຄານ ແຫ່ງ ສປປ ລາວ ( ທຫລ ) ກັບທະນາຄານ CDB ແຂວງຢູນນານ ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທຫລ. ພ້ອມນີ້, ຍັງມີຄະນະນໍາຈາກ ທຫລ, ທະນາຄານພັດທະນາແຫ່ງຊາດຈີນ, ຄະນະກໍາມະການຮ່ວມມື  ລາວ – ຈີນ, ກະຊວງທີ່ກ່ຽວຂ້ອງ, ຕາງໜ້າສະຖານທູດ ສປ ຈີນ ປະຈໍາ ສປປ ລາວ ເຂົ້າຮ່ວມ.

ໃນການຮ່ວມລົງນາມເຊັນສັນຍາເງິນກູ້ບ້ວງດັ່ງກ່າວ ຝ່າຍລາວ ໂດຍແມ່ນ ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການ ທຫລ ແລະ ຝ່າຍຈີນ ໂດຍແມ່ນ ທ່ານ ຫົງ ເຈີ້ງຫົວ ( Mr. Hong Zhenghua ) ຫົວໜ້າສາຂາ CDB ແຂວງຢູນນານ ໂດຍເຫັນໄດ້ເຖິງຄວາມໝາຍຄວາມສຳຄັນກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍຂອງລັດຖະບານໃນການຊຸກຍູ້ສົ່ງເສີມບົດບາດຂອງ SMEs ໃນການຂັບເຄື່ອນເສດຖະກິດໃຫ້ມີການພັດທະນາ ແລະ ຂະຫຍາຍຕົວ ໂດຍສະເພາະໃນເງື່ອນໄຂຂອງ ສປປ ລາວ ທີ່ບັນດາຫົວໜ່ວຍ SMEs ມີຄວາມຕ້ອງການແຫຼ່ງທຶນຈຳນວນຫຼວງຫຼາຍ. ດັ່ງນັ້ນ, ໃນຕົ້ນປີ 2017 ທຫລ ແລະ ທະນາຄານ CDB ຈຶ່ງມີການປຶກສາຫາລືກ່ຽວກັບການສະເໜີໃຫ້ເງິນກູ້ ເພື່ອສົ່ງເສີມພັດທະນາ SMEs ແກ່ ສປປ ລາວ ໂດຍໄດ້ມີການລົງນາມໃນບົດບັນທຶກຄວາມເຂົ້າໃຈ ( MOU ) ວ່າດ້ວຍການຮ່ວມມືທາງດ້ານການເງິນ ເພື່ອສົ່ງເສີມ SMEs ໃນ ສປປ ລາວ ວົງເງິນ 300 ລ້ານໂດລາສະຫະລັດ ໃນວັນທີ 13 ພະຈິກ 2017 ລະຫວ່າງຜູ້ວ່າການ ທຫລ ກັບປະທານສະພາບໍລິຫານຂອງທະນາຄານ CDB ໃນໂອກາດທີ່ຄະນະຜູ້ແທນການນຳຂັ້ນສູງຂອງ ສປ ຈີນ ມາຢ້ຽມຢາມທາງລັດຖະກິດຢູ່ ສປປ ລາວ ໃນເດືອນພະຈິກ 2017.

ສຳລັບບ້ວງເງິນກູ້ດັ່ງກ່າວຈະແບ່ງການເບີກຖອນອອກເປັນ 3 ງວດ, ງວດລະ 100 ລ້ານໂດລາສະຫະລັດ ບົນພື້ນຖານເງື່ອນໄຂສັນຍາເງິນກູ້ທີ່ເຫັນດີນຳກັນ ເພື່ອຜັນຂະຫຍາຍເນື້ອໃນຈິດໃຈຂອງ MOU ດັ່ງກ່າວ, ທຫລ ແລະ CDB ໄດ້ປຶກສາຫາລື ແລະ ເຮັດວຽກຮ່ວມກັນຫຼາຍຄັ້ງກ່ຽວກັບການຄົ້ນຄວ້າເອກະສານສັນຍາຕ່າງໆ. ມາຮອດວັນທີ 9 ກໍລະກົດນີ້ ທາງສອງຝ່າຍເຫັນດີລົງນາມໃນສັນຍາເງິນກູ້ດັ່ງກ່າວ. ພາຍຫຼັງມີການເຊັນສັນຍາເງິນກູ້ ແລະ ໄດ້ຮັບການເຫັນດີເບີກຖອນເງິນກູ້ຈາກທະນາຄານ CDB ຄາດວ່າຈະມີກຳລັງແຮງທາງດ້ານແຫຼ່ງເງິນທຶນສົມທົບກັບແຫຼ່ງທຶນຂອງທະນາຄານທຸລະກິດພາຍໃນປະເທດໃນການຊຸກຍູ້ວຽກງານການເຂົ້າເຖິງແຫຼ່ງທຶນ ແລະ ສ້າງຄວາມເຂັ້ມແຂງຂອງ SMEs ຫຼາຍຂຶ້ນ.

ບັນດາຫົວໜ່ວຍ SMEs ຈະສ້າງຜະລິດຕະພັນໃນການສົ່ງອອກ ລວມທັງສົ່ງອອກໄປ ສປ ຈີນ ແລະ ສົ່ງເສີມປີທ່ອງທ່ຽວ ລາວ – ຈີນ. ນອກນັ້ນ, ຍັງຈະປະກອບສ່ວນເຂົ້າໃນການປັບປຸງລະບົບທະນາຄານຢູ່ ສປປ ລາວ ກ່ຽວກັບການຈັດຕັ້ງປະຕິບັດກົນໄກສະໜອງສິນເຊື່ອເພື່ອ SMEs ດິຂຶ້ນ ແລະ ຈະຊ່ວຍຊຸກຍູ້ຈັງຫວະການຂະຫຍາຍຕົວຂອງເສດຖະກິດ ສປປ ລາວ ຕາມແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ຄັ້ງທີ 8 ທີ່ກຳນົດໄວ້.

( ຂ່າວ: ຣັດສະໝີ ດວງສັດຈະ )