ຊົມເຊີຍ!!! ບົວລະພາເປີດຮ້ານຂາຍເຂົ້າ ດັດສົມລາຄາຕະຫຼາດ

109

ເພື່ອເຮັດໃຫ້ດັດສະນີລາຄາເຂົ້າຕາມທ້ອງຕະຫຼາດຢູ່ໃນເກນມາດຕະຖານ, ທັງເຮັດໃຫ້ປະຊາຊົນບໍ່ຖືກເອົາປຽບຈາກພໍ່ຄ້າຄົນກາງທີ່ສວຍໂອກາດຂຶ້ນລາຄາສິນຄ້າ ໃນໄລຍະທີ່ຫຼາຍພື້ນທີ່ກຳລັງມີຄວາມຫຍຸ້ງຍາກຈາກໄພພິບັດ. ສະນັ້ນ, ການນຳເມືອງບົວລະພາໄດ້ເປີດຮ້ານຂາຍເຂົ້າສານໜຽວ ໃຫ້ແກ່ປະຊາຊົນໃນລາຄາບໍ່ເກີນ 6.700 ກີບ/ກິໂລ.

 

ในภาพอาจจะมี 4 คน, ผู้คนกำลังนั่ง

 

ພິທີດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 25 ກັນຍາ 2019 ຜ່ານມາ ຢູ່ບ້ານຫຼັງຄັງ ເມືອງບົວລະພາ ແຂວງຄຳມ່ວນ ໂດຍການເປັນປະທານ ທ່ານ ບຸນໂຮມ ມຸກດາສັກ ຮອງຫົວໜ້າພະແພກອຸດສາຫະກຳ ແລະ ການຄ້າແຂວງຄຳມ່ວນ ພ້ອມດ້ວຍບັນດາ ຫົວໜ້າ, ຮອງຫົວໜ້າຫ້ອງການ ແລະ ພໍ່ແມ່ປະຊາຊົນອ້ອມຂ້າງ ເຂົ້າຮ່ວມ.

ในภาพอาจจะมี สถานที่ในร่ม และอาหาร

 

ທີ່ຕ້ອງເປີດຮ້ານຂາຍເຂົ້າລາຄາຖືກດັ່ງກ່າວ ກໍ່ເພື່ອດັດສົມລາຄາເຂົ້າສານໜຽວ ເປັນການແຊກແຊງລາຄາເຂົ້າທີ່ມີການໜີງຕີງຂຶ້ນສູງໃນຊ່ວງໄພພິບັດໄພນໍ້າຖ້ວມຄັ້ງທີ່ຜ່ານມາ ເຮັດໃຫ້ພະນັກງານ ທະຫານ ຕໍ່າຫຼວດ ຕະຫຼອດຮອດ ພໍ່ແມ່ປະຊາຊົນຊື້ເຂົ້າກີນໃນລາຄາທີ່ເໜາະສົມຄື: ໃນລາຄາ 6.700 ກີບ/ກິໂລ. ເຊິ່ງການເປີດຂາຍເຂົ້າໃນລາຄາຕ່ຳດັ່ງກ່າວນີ້ເຖິງຈະບໍ່ສາມາດຊ່ວຍໄດ້ຫຼາຍແຕ່ຢ່າງໜ້ອຍກໍ່ເພື່ອເປັນການບັນເທົາທຸກແກ່ພໍ່ແມ່ປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພນໍ້າຖ້ວມໄດ້ມີເຂົ້າກິນ ກ່ອນເຂົ້າ ໃໝ່ຈະວາງຈຳໜ່າຍໃນປີໜ້າ.

 

ในภาพอาจจะมี 3 คน, ผู้คนกำลังยืน

 

ທີ່ມາ: ຖວທ ເມືອງບົວລະພາ