ຕາດຕະແລ ມົນສະເໜ່ຂອງເມືອງຮຸນ ແຂວງອຸດົມໄຊ

432

ແຂວງອຸດົມໄຊ ເປັນແຂວງໜຶ່ງທີ່ເອົາໃຈໃສ່ພັດທະນາແຫຼ່ງທ່ອງທ່ຽວທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ໄດ້ປຸກລະດົມຊຸກຍູ້ສົ່ງເສີມການພັດທະນາແຫຼ່ງທ່ອງທ່ຽວທີ່ເປັນບຸລິມະສິດຂອງແຂວງ, ຊອກທຸກແຫຼ່ງທຶນຈາກພາກລັດ, ອົງການຈັດຕັ້ງສາກົນ ແລະ ຊຸກຍູ້ພາກເອກະຊົນສຸມໃສ່ການພັດທະນາແຫຼ່ງທ່ອງທ່ຽວທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດ ໃຫ້ນັບມື້ມີການຂະຫຍາຍຕົວດີຂຶ້ນເລື້ອຍໆ ເປັນຕົ້ນ: ແຫຼ່ງທ່ອງທ່ຽວຕາດນ້ຳກັດ ບ້ານແຟນ ເມືອງໄຊ, ຖ້ຳຈອມອອງ ບ້ານຈອມອອງ ເມືອງໄຊ, ຕາດຕະແລ ແລະ ຕາດນ້ຳແຮງ ບ້ານກະຕາງຢາ ເມືອງຮຸນ, ອ່າງນ້ຳຫີນ ບ້ານຫ້ວຍອຸ່ນ ເມືອງໄຊ ແລະ ນ້ຳອອກຮູ ບ້ານນາທົ່ງ ເມືອງນາໝໍ້ ແລະ ແຫຼ່ງທ່ອງທ່ຽວອື່ນໆທີ່ມີເງື່ອນໄຂ.

ຕາດຕະແລະ ເປັນສະຖານທີ່ທ່ອງທ່ຽວທາງດ້ານທຳມະຊາດແຫ່ງໜຶ່ງທີ່ມີຄວາມໜ້າສົນໃຈຂອງນັກທ່ອງທ່ຽວ ເຊິ່ງຕັ້ງຢູ່ບ້ານຕະແລ, ຫ່າງຈາກເທສະບານເມືອງຮຸນ ປະມານ 40 ກວ່າກິໂລແມັດ, ການເຂົ້າເຖິງເປັນເສັ້ນທາງດິນແດງ, ຈຸດເດັ່ນຂອງຕາດນີ້ເປັນນ້ຳຕົກຕາດທີ່ມີຄວາມສວຍສົດງົດງາມທາງທຳມະຊາດ ເຊິ່ງອ້ອມຮອບດ້ວຍປ່າດົງດິບ ແລະ ປ່າເຄິ່ງດົງດິບທີ່ມີຕົ້ນໄມ້ ໃຫຍ່ – ນ້ອຍທີ່ມີໃບດົກໜາຂຽວງາມ ແລະ ເຕັມໄປດ້ວຍນົກນາໆຊະນິດ.

ນ້ຳຕົກຕາດແຫ່ງນີ້ມີທັງໝົດ 7 ຕາດດ້ວຍກັນ, ມີທັງຕາດໃຫຍ່, ຕາດນ້ອຍຢັງຢາຍໄປຕາມສາຍນ້ຳຕະແລ ເຊິ່ງມີຄວາມຍາວເຖິງ 600 ກວ່າແມັດ ຄື:
ຕາດທີ 1 ສູງປະມານ 7 ແມັດ ແລະ ກວ້າງປະມານ 8 ແມັດ.ຕາດທີ 2 ສູງປະມານ 15 ແມັດ ແລະ ກວ້າງປະມານ 7 ແມັດ.ຕາດທີ 3 ສູງປະມານ 15 ແມັດ ແລະ ກວ້າງປະມານ 11 ແມັດ.ຕາດທີ 4 ສູງປະມານ 16 ແມັດ ແລະ ກວ້າງປະມານ 27 ແມັດ.ຕາດທີ 5 ສູງປະມານ 40 ແມັດ ແລະ ກວ້າງປະມານ 27 ແມັດ.ຕາດທີ 6 ສູງປະມານ 13 ແມັດ ແລະ ກວ້າງປະມານ 28 ແມັດ.ຕາດທີ 7 ສູງປະມານ 55 ແມັດ ແລະ ກວ້າງປະມານ 35 ແມັດ.
ສໍາລັບຕາດທີ 4,5,6 ຢູ່ໃນໄລຍະເດືອນ 12 – 6 ນ້ຳຈະບໍ່ໂຕນຕາດ, ນ້ຳຈະລອດພື້ນ.

ຕາມປະຫວັດຄວາມເປັນມາຂອງນ້ຳຕົກຕາດຕະແລ ມີຕຳນານເລົ່າຂານປາກຕໍ່ປາກມາວ່າ: ແຕ່ປາງກ່ອນມີບ່າວເງືອກຜູ້ໜຶ່ງຊື່ວ່າ ທ້າວ ພັກ ໄດ້ລົງຫຼິ້ນບຸນຢູ່ຫຼວງພະບາງ ບັງເອີນເຫັນສາວເງືອກຜູ້ໜຶ່ງຊື່ວ່າ ນາງ ຄຳຜິວ ທີ່ອາໄສຢູ່ນ້ຳຄານ, ທ້າວ ພັກ ເກີດມີ ຄວາມຮັກມັກກັບ ນາງ ຄຳຜິວ ແລະ ໄດ້ລັກເອົາ ນາງ ຄຳຜິວ ມານຳ, ຕໍ່ຈາກນັ້ນມາມີບ່າວເງືອກຄົນໜຶ່ງທີ່ຢູ່ຫຼວງພະບາງ ທີ່ເຄີຍຮັກມັກກັບ ນາງ ຄຳຜິວ ມາກ່ອນແລ້ວນັ້ນໄດ້ນຳມາເອົາ ນາງ ຄຳຜິວ ກັບຄືນ ທັງສອງຝ່າຍຈຶ່ງເກີດມີການຕໍ່ສູ້ກັນ, ສ່ວນ ທ້າວ ພັກ ກໍໄດ້ສ້າງດ່ານຕ້ານກັນໄວ້ເປັນຈຸດໆຢູ່ທີ່ນ້ຳຕະແລ ແລະ ດ່ານດັ່ງກ່າວກໍກາຍເປັນຊັ້ນໆ ຢາຍກັນໄປເພື່ອປ້ອງກັນການບຸກໂຈມຕີຂອງຄົນຮັກເກົ່າຂອງ ນາງ ຄຳຜິວ ແລະ ຕັ້ງແຕ່ນັ້ນມາຈຶ່ງເອີ້ນວ່າ ຕາດຕະແລ ເຖິງປັດຈຸບັນ.

( ໂດຍ: ສົມລົດ, ຂໍ້ມູນ +ຮູບ: ໄມພອນ )