ທ່ານ ນາງ ກັນຍາ ຈາກລາວຮັບຕໍາແໜ່ງເປັນຮອງປະທານຄະນະກໍາມະການພັດທະນາບານເຕະ ເອເອັຟຊີ

130

ອີງຕາມເພຈ໌ບຸກທາງການຂອງ ສະຫະພັນບານເຕະແຫ່ງຊາດລາວ ປະກາດໃນວັນທີ 26 ກັນຍາ 2019 ວ່າ: ຄະນະກໍາມະການພັດທະນາບານເຕະຂອງສະຫະພັນບານເຕະອາຊີ ( AFC Development Committee ) ໄດ້ຈັດກອງປະຊຸມຄັ້ງປະຖົມມະເລີກຂອງສົກປີ 2019-2023 ທີ່ສໍານັກງານໃຫຍ່ສະຫະພັນບານເຕະອາຊີ ( ເອເອັຟຊີ ) ນະຄອນຫຼວງກົວລາ ລໍາເປີ ປະເທດມາເລເຊຍ ໃນວັນ 25 ກັນຍາ 2019 ໂດຍການເປັນປະທານຂອງ ທ່ານ Salem Said Salem Al Wahaibi ຈາກປະເທດໂອມານ, ເຂົ້າຮ່ວມໂດຍ ທ່ານ Dato’ Windsor John ເລຂາທິການສະຫະພັນບານເຕະອາຊີ ແລະ ພະແນກພັດທະນາສະຫະພັນບານເຕະປະເທດສະມາຊິກ.

ວາລະສໍາຄັນຂອງກອງປະຊຸມແມ່ນການປຶກສາຫາລືແນວທາງການຊ່ວຍເຫຼືອປະເທດສະມາຊິກດ້ານງົບປະມານ ເພື່ອພັດທະນາກິລາບານເຕະເຊັ່ນ ໂຄງການ AFAP, AFC President’s Development Initiative, AFC President’s Infrastructure Initiative, AFC President’s Technical Staff Initiative ເປັນຕົ້ນ, ນອກນັ້ນ, ຍັງໄດ້ມີການແຕ່ງຕັ້ງ ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການສະຫະພັນບານເຕະແຫ່ງຊາດລາວ ທັງເປັນ ຄະນະບໍລິຫານງານ ສະຫະພັນບານເຕະອາຊີ ໄດ້ຖືກແຕ່ງຕັ້ງເປັນຮອງປະທານ ຄະນະກໍາມະການ ພັດທະນາບານເຕະ ອີກດ້ວຍ ໂດຍມີວາລະຂອງການປະຕິບັດໜ້າທີ່ແມ່ນສົກປີ 2019-2023.

ສະຫຼຸບບການແຕ່ງຕັ້ງ ຄະນະກໍາມະການພັດທະນາບານເຕະຂອງສະຫະພັນບານອາຊີ (AFC Development Committee) ຊຸດນີ້ປະກອບມີ 1. ທ່ານ Salem Said Salem Al Wahaibi (ໂອມານ) ເປັນປະທານ, 2. ທ່ານ ນາງ ກັນຍາ ແກ້ວມະນີ (ສປປ ລາວ) ເປັນຮອງປະທານ, 3. ທ່ານ David Gallop (ອົດສະຕຣາລີ) ເປັນຄະນະ, 4. ທ່ານ Ali Al Buainain (ບາເຣນ) ເປັນຄະນະ, 5. ທ່ານ Jigme N. Norbu (ພູຖານ) ເປັນຄະນະ, 6. ທ່ານ Luo Zhao (ສປ ຈີນ) ເປັນຄະນະ, 7. ທ່ານ Kazumichi Iwagami (ຍິ່ປຸ່ນ) ເປັນຄະນະ,8. ທ່ານ Yong Soo Park (ສ ເກົາຫຼີ) ເປັນຄະນະ, 9. ທ່ານ Chan Keng Hou (ມາເກົາ) ເປັນຄະນະ ແລະ 10. ທ່ານ Mohd Joehari Ayub (ມາເລເຊຍ) ເປັນຄະນະ

  1. ທ່ານ Shijir Ulzhiikhuu (ມົງໂກລີ) ເປັນຄະນະ
  2. ທ່ານ Karma Tsering Sherpa (ເນປານ) ເປັນຄະນະ
  3. ທ່ານ Ross Zapanta (ໝູ່ເກາະມາຣິອານນ່າເໝືອ) ເປັນຄະນະ
  4. ທ່ານ Ahmed Yar Khan Lodhi (ປາກິສະຖານ) ເປັນຄະນະ
  5. ທ່ານ Mohammed Khalid Fakhroo (ກາຕ້າ) ເປັນຄະນະ


16. ທ່ານ Korrawee Prissananantakul (ໄທ) ເປັນຄະນະ
17. ທ່ານ Arslan Aynazarov (ເຕີກເມນິດສະຖານ) ເປັນຄະນະ
18. ທ່ານ Mohammed Hazzam Al Dhaheri (ສະຫະລັດອາຫລັບເອເມເຣດ) ເປັນຄະນະ
19. ທ່ານ Avaz Maksumov (ອຸດເບກິສະຖານ) ເປັນຄະນະ