ວິທະຍຸສາກົນແຫ່ງປະເທດຈີນ ຈັດງານວາງສະແດງຮູບພາບ ລາວ – ຈີນ

104

ວິທະຍຸສາກົນແຫ່ງປະເທດຈີນ ( CRI ) ປະຈຳລາວ ໄດ້ຈັດງານວາງສະແດງຮູບພາບ ລາວ – ຈີນ ພາຍໃຕ້ຫົວຂໍ້: “ ພະລັງແຫ່ງການກ້າວເດີນ ” ເຊິ່ງໄດ້ລວມເອົາບັນດາຜົນງານຊ່າງພາບຂອງຈີນ ແລະ ຊ່າງພາບລາວ ທີ່ດີເດັ່ນມາວາງສະແດງ, ຮູບສ່ວນໃຫຍ່ແມ່ນສ່ອງແສງໃຫ້ເຫັນເຖິງຄວາມສວຍສົດງົດງາມຂອງທຳມະຊາດ, ວັດທະນະທຳ, ຮີດຄອງປະເພນີ ແລະ ອື່ນໆ ໂດຍມີຮູບພາບຫຼາຍກວ່າ 50 ຮູບ ແລະ ສາມາດເຂົ້າຊົມໂດຍບໍ່ເສຍຄ່າ ເລີ່ມແຕ່ວັນທີ 25 ກັນຍາ ຫາ 2 ຕຸລາ 2019.

*

*

ງານເປີດວາງສະແດງຈັດຂຶ້ນວັນທີ 25 ກັນຍາ 2019 ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງ ທ່ານ ປິ່ນປາດຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ກະຊວງ ຖວທ, ທ່ານ ນາງ ສຸດທິດາ ຫົວໜ້າວິທະຍຸສາກົນແຫ່ງປະເທດຈີນ ( CRI ) ປະຈໍາລາວ ພ້ອມດ້ວຍບັນດາສື່ມວນຊົນທຸກຂະແໜງການເຂົ້າຮ່ວມ.

*

*

ທ່ານ ນາງ ສຸດທິດາ ໄດ້ກ່າວວ່າ: ການວາງສະແດງຮູບພາບໃນຄັ້ງນີ້ ເປັນການສະເຫຼີມສະຫຼອງວັນສ້າງຕັ້ງສະຖາປະນາ ສປ ຈີນ ຄົບຮອບ 70 ປີ ແລະ ເພີ່ມທະວີການແລກປ່ຽນດ້ານວັດທະນະທໍາ ແລະ ຄວາມເຂົ້າອົກເຂົ້າໃຈກັນລະຫວ່າງປະຊາຊົນ 2 ປະເທດ ລາວ – ຈີນ.

*

*

ສະນັ້ນ, ງານໃນຄັ້ງນີ້ໄດ້ເປັນຜົນສໍາເລັດການຮ່ວມມື ລາວ – ຈີນ ເປັນພິເສດ ເພາະຮູບພາບສາມາດຢຸດການເວລາໃຫ້ຄົງທີ່ໄດ້ມັນບໍ່ພຽງແຕ່ເປັນການບັນທຶກໃຫ້ແກ່ຍຸກສະໄໝເທົ່ານັ້ນ ແຕ່ຍັງສາມາດບົ່ງບອກຄວາມມີຊີວິດຊີວາ, ຈິນຕະນາການ ແລະ ຈິດສໍານຶກ ພ້ອມດຽວກັນນີ້, ກໍສາມາດສໍາຜັດກັບການບຸກບືນສູ້ຊົນຂອງປະຊາຊົນຈີນທຸກທົ່ວໜ້າ ເພື່ອສ້າງສາພັດທະນາປະເທດຊາດ ແລະ ສໍາຜັດກັບຄວາມຍິ່ງໃຫຍ່ຂອງຍຸກສະໄໝນີ້.

*

*

ນາງ ນຸ້ຍ ບ່າວຈັນ ມວນຊົນທີ່ຊົມຮູບພາບໃຫ້ສໍາພາດວ່າ: ເປັນໂອກາດດີທີ່ໄດ້ເຫັນຮູບພາບແບບນີ້ ເພາະຫາໂອກາດຍາກທີ່ຈະໄດ້ເຫັນເຖິງວັດທະນະທໍາຂອງທັງ 2 ຊາດ ລາວ – ຈີນ ແລະ ຮູບພາບຍັງສະແດງໃຫ້ເຫັນເຖິງຫຼາຍໆມຸມມອງອີກດ້ວຍ. ງານວາງສະແດງຮູບພາບນີ້ ຕົນເອງເຊື່ອວ່າທຸກຄົນໃຫ້ຄວາມສົນໃຈຫຼາຍເພາະມີທັງຄວາມງົດງາມ ແລະ ເອກະລັກຂອງຊ່າງພາບທີ່ໄດ້ຖ່າຍທອດມັນອອກມາໃຫ້ມວນຊົນໄດ້ເຫັນ.

*

( ຂ່າວ: ທິບອຸສາ )
( ຮູບ: ສອນໄຊ )